ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ນາຍົກລັດຖະມົນຕີ ແຫ່ງ ສສ. ຫວຽດນາມ ຈະຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ

 

 

ແຈ້ງ​ການ​ກະຊວງການຕ່າງປະເທດ

 

ໂດຍຕອບ​ສະ​ໜອງ​ຕາມ​ຄຳ​ເຊີນ​ຂອງ ສະ​ຫາຍ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ, ສະ​ຫາຍ ຟ້າມ ມິງ ຈິງ, ນາຍົກລັດຖະມົນຕີ ແຫ່ງ ສາ​ທາ​ລະ​ນະ​ລັດ ສັງ​ຄົມ​ນິ​ຍົມ ຫວຽດ​ນາມ ພ້ອມຄະ​ນະຜູ້​ແທນ​ຂັ້ນ​ສູງ ຈະ​ເດີນ​ທາງ​​ຢ້ຽມ​ຢາມ ​ສາ​ທາ​ລະ​ນະ​ລັດ ​ປະ​ຊາ​ທິ​ປະ​ໄຕ ​ປະ​ຊາ​ຊົນລາວ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມຄັ້ງທີ 45 ຂອງຄະນະກຳມະການຮ່ວມມືທະວິພາຄີ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສສ ຫວຽດນາມ ແຕ່​ວັນ​ທີ 11-12 ມັງກອນ 2023, ເພື່ອຮັດແໜ້ນ ແລະ ເສີມ​ຂະ​ຫຍາຍ​ ສາຍ​ພົວ​ພັນ​ມິດ​ຕະ​ພາບອັນຍິ່ງໃຫຍ່, ຄວາມ​ສາ​ມັກ​ຄີ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ ​ລະ​ຫວ່າງ​ສອງ​ປະ​ເທດ ລາວ ແລະ ຫວຽດ​ນາມ.

 

ນະຄອນຫຼວງວຽງຈັນ, ວັນທີ 09 ມັງກອນ 2023

 

 

--------------------------------------------------------

 

Pham Minh Chinh

 

ຊີວະປະຫວັດ ທ່ານ ນາຍົກລັດຖະມົນຕີ ຟ້າມ ມິງ ຈິງ

ວັນ, ເດືອນ, ປີເກີດ: 10 ທັນວາ 1958

ເກີດທີ່ບ້ານ: ບ້ານ ຫົວລົກ, ເມືອງ ເຮົາລົກ,​ ແຂວງ ແທັງຫົວ

ຊົນເຜົ່າ: ກິງ

ວັນທີເຂົ້າພັກ: 25 ທັນວາ 1986

ວັນທີເຂົ້າພັກສົມບູນ: 25 ທັນວາ 1987

ການສຶກສາ:

  • ວິສະວະກອນໂຍທາ ແລະ ອຸດສາຫະກໍາ, ຊ່ຽວຊານໂຄງສ້າງເຫຼັກ
  • ປະລິນຍາເອກກົດໝາຍ, ຮອງສາດສະດາຈານ, ວິທະຍາສາດປ້ອງກັນຄວາມສະຫງົບ

ລະດັບທິດສະດີການເມືອງ: ຊັ້ນສູງ

ພາສາຕ່າງປະເທດ: ພາສາຣູມານີ

ຕໍາແໜ່ງ:

  • ກໍາມະການສູນກາງພັກ ຊຸດທີ 11, 12 ແລະ 13
  • ກໍາມະການກົມການເມືອງສູນກາງພັກ ຊຸດທີ 12 ແລະ 13, ເລຂາທີການສູນກາງພັກ ຊຸດທີ 12, ຫົວໜ້າ ຄະນະຈັດຕັ້ງການສູນກາງພັກ ຊຸດທີ 12, ຫົວໜ້າອະນຸກໍາມະການການເມືອງ-ຄວາມໝັ້ນຄົງ ພາຍໃນ, ກໍາມະການສູນກາງພັກ ຊຸດທີ 12.
  • ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ
  • ສະມາຊິກສະພາແຫ່ງຊາດ ຊຸດທີ 14 ແລະ 15; ປະທານຄະນະລັດຖະສະພາມິດຕະພາບ ຫວຽດນາມ-ຍີ່ປຸ່ນ ຂອງສະມາຊິກສະພາຊຸດທີ 14.

ປະຫວັດການເຮັດວຽກ

ເດືອນ ກັນຍາ 1977 - ກັນຍາ 1984:

  • ນັກສຶກສາ, ມະຫາວິທະຍາໄລຮ່າໂນ້ຍ.
  • ນັກສຶກສາ, ສາຂາວິຊາໂຄງສ້າງເຫຼັກ, ຄະນະກໍ່ສ້າງໂຍທາ ແລະ ອຸດສາຫະກໍາ, ມະຫາວິທະຍາໄລເຕັກນິກວິສາວະກໍາໂຍທາ ບູຊາເລັດ, ປະເທດ ຣູມານີ

ສິງຫາ 1982 - ກັນຍາ 1984: ໄດ້ຮັບເລືອກຕັ້ງເປັນເລຂາຄະນະຊາວໜຸ່ມ ສັງຄົມນິຍົມ ໂຮ່ຈີມິນ, ທີ່ ປະເທດ ຣູມານີ, ປະທານສະມາຄົມນັກສຶກສາຫວຽດນາມໃນປະເທດ ຣູມານີ.

ມັງກອນ 1985 - ສິງຫາ 1987: ວິຊາການ, ກົມສືບຂ່າວ, ກົມໃຫຍ່ປ້ອງກັນຄວາມສະຫງົບ, ກະຊວງປ້ອງກັນຄວາມສະຫງົບ

ກໍລະກົດ 1985 - ກັນຍາ 1985: ສຶກສາ ທີ່ ສະຖາບັນພົວພັນຕ່າງປະເທດ (ປັດຈຸບັນແມ່ນ ວິທະຍາຄານການຕ່າງປະເທດ), ກະຊວງການຕ່າງປະເທດ

ກັນຍາ 1986 - ກໍລະກົດ 1987: ສຶກສາ ທີ່ ໂຮງຮຽນສືບຂ່າວ (ປະຈຸບັນແມ່ນ ສະຖາບັນການຕ່າງປະເທດ), ກະຊວງປ້ອງກັນຄວາມສະຫງົບ.

ສິງຫາ 1987 - ມັງກອນ 1989: ວິຊາການ, ພະແນກສືບຂ່າວພາກໃຕ້, ກົມສືບຂ່າວ, ກົມໃຫຍ່ປ້ອງກັນຄວາມສະຫງົບ, ກະຊວງປ້ອງກັນຄວາມສະຫງົບ

ມັງກອນ 1989 - ມັງກອນ 1990: ວິຊາການ, ພະແນກສືບຂ່າວພາກໃຕ້, ກົມໃຫຍ່ສືບຂ່າວ, ກະຊວງປ້ອງກັນຄວາມສະຫງົບ

ມັງກອນ 1990 - ມີນາ 1991: ວິຊາການ, ກົມ ເອີຣົບ ແລະ ອາເມລິກາ, ກົມໃຫຍ່ສືບຂ່າວ, ກະຊວງປ້ອງກັນຄວາມສະຫງົບ

ມີນາ 1991 - ພະຈິກ 1994: ພະນັກງານການທູດ, ເລຂາ 3 ແລະ ຕໍ່ມາເລຂາ 2, ສະຖານທູດ ຫວຽດນາມ ປະຈໍາ ຣູມານີ.

ພະຈິກ 1994 - ພຶດສະພາ 1999:

  • ພະນັກງານສືບຂ່າວ, ຮອງຫົວໜ້າພະແນກ, ກົມ ເອີຣົບ ແລະ ອາເມຣິກາ, ກະຊວງປ້ອງກັນຄວາມສະຫງົບ
  • ພະນັກງານເລຂາການນໍາ, ຫ້ອງການກະຊວງ, ກະຊວງປ້ອງກັນຄວາມສະຫງົບ

ສິງຫາ 1996 - ມັງກອນ 1997: ບຳລຸງ ທີ່ ມະຫາວິທະຍາໄລປ້ອງກັນຄວາມສະຫງົບ (ປັດຈຸບັນແມ່ນ ວິທະຍາຄານປ້ອງກັນຄວາມສະຫງົບ), ກະຊວງປ້ອງກັນຄວາມສະຫງົບ

ກັນຍາ 1999 - ກັນຍາ 2001: ຮຽນທິດສະດີການເມືອງຊັ້ນສູງ, ທີ່ ໂຮງຮຽນພັກຊັ້ນສູງ, (ປັດຈຸມັນແມ່ນ ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ)

ພຶດສະພາ 1999 - ພຶດສະພາ 2006: ຮອງຫົວໜ້າກົມ, ຕໍ່ມາ ຮັກສາການຫົວໜ້າກົມ, ຕໍ່ມາຫົວໜ້າກົມສືບຂ່າວເສດຖະກິດ, ວິທະຍາສາດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ, ກົມໃຫຍ່ສືບຂ່າວ, ກະຊວງປ້ອງກັນຄວາມສະຫງົບ

ພຶດສະພາ 2006 - ທັນວາ 2009: ຮອງຫົວໜ້າກົມໃຫຍ່ສືບຂ່າວ, ຊີ້ນໍາວຽກງານສືບຂ່າວເສດຖະກິດ, ວິທະຍາສາດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ, ກົມໃຫຍ່ສືບຂ່າວ, ກະຊວງປ້ອງກັນຄວາມສະຫງົບ

ທັນວາ 2009 - ສິງຫາ 2010: ຮອງຫົວໜ້າກົມຜູ້ປະຈໍາການ, ຫຼັງຈາກນັ້ນ ຫົວໜ້າກົມ ກົມພາລາທິການ-ເຕັກນິກ, ກະຊວງປ້ອງກັນຄວາມສະຫງົບ

ສິງຫາ 2010 - ສິງຫາ 2011: ຄະນະພັກກະຊວງປ້ອງກັນຄວາມສະຫງົບ, ຮອງລັດຖະມົນຕີ ຊີ້ນໍາ ກົມພາລາທິການ-ເຕັກນິກ, ໄດ້ຮັບເລືອກຕັ້ງເຂົ້າເປັນຄະນະກໍາມະການສູນກາງພັກ ໃນກອງປະຊຸມໃຫຍ່ຄັ້ງທີ 11

ສິງຫາ 2011 - ກຸມພາ 2015: ຄະນະກໍາມະການສູນກາງພັກ ຊຸດທີ 11, ເລຂາພັກແຂວງ ແຂວງກວາງນິງ, ເລຂາຄະນະພັກການທະຫານແຂວງກວາງນິງ, ຄະນະພັກ-ຄະນະບັນຊາທະຫານເຂດ 3, ກະຊວງປ້ອງກັນປະເທດ

ກຸມພາ 2015 - ມັງກອນ 2016: ຄະນະກໍາມະການສູນກາງພັກ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ. ໃນກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກ ໄດ້ຮັບເລືອກຕັ້ງເຂົ້າໃນຄະນະບໍລິຫານງານກໍາມະການສູນກາງພັກ ແລະ ຫຼັງຈາກນັ້ນໄດ້ຮັບເລືອກຕັ້ງເປັນກໍາມະການກົມການເມືອງສູນກາງພັກ ຊຸດທີ 12.

ກຸມພາ 2016 - ເມສາ 2021: ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ ຊຸດທີ 12, ຫົວໜ້າອະນຸກໍາມະການ ການເມືອງ-ຄວາມໝັ້ນ ພາຍໃນ. ຮັບຜິດຊອບວຽກງານການຈັດຕັ້ງສໍານັກງານສູນກາງ ແລະ ຄະນະຮັກສາ-ເບິ່ງແຍງສຸຂະພາບພະນັກງານສູນກາງ, ກໍາມະການຄະນະຊີ້ນໍາສູນກາງ ກ່ຽວກັບ ວຽກງານຕໍ່ຕ້ານການສໍ້ລາດບັງຫຼວງ; ສະມາຊິກສະພາ ຊຸດທີ 14, ປະທານຄະນະລັດຖະສະພາມິດຕະພາບ ຫວຽດນາມ-ຍີ່ປຸ່ນ ຂອງສະມາຊິກສະພາຊຸດທີ 14.

ໃນກອງປະຊຸມໃຫຍ່ຂອງພັກ ຄັ້ງທີ 13, ໄດ້ຮັບການເລືອກຕັ້ງໃຫ້ເປັນກໍາມະການຄະນະບໍລິຫານງານສູນກາງພັກ ແລະ ຕໍ່ມາຖືກຮັບເລືອກຕັ້ງເປັນກໍາມະການກົມການເມືອງສູນກາງພັກ.​ ຕໍ່ມາໄດ້ຮັບເລືອກຕັ້ງໃຫ້ເປັນ ນາຍົກ ລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ໃນວາລະທີ 11 ຂອງກອງປະຊຸມສະພາແຫ່ງຊາດ ຊຸດທີ 14

ເມສາ 2021 - ປັດຈຸບັນ: ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ, ຮອງປະທານສະພາປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ, ຄະນະປະຈໍາຄະນະກໍາມະການທະຫານສູນກາງ ແລະ ຄະນະປະຈໍາຄະນະກໍາມະການປ້ອງກັນຄວາມສະຫງົບສູນກາງ; ສະມາຊິກສະພາແຫ່ງຊາດ ຊຸດທີ 14 ແລະ 15

26 ກໍລະກົດ 2021: ໄດ້ຮັບການເລືອກຕັ້ງໃຫ້ເປັນ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ໃນວາລະທີ 1 ຂອງກອງປະຊຸມສະພາແຫ່ງຊາດ ຊຸດທີ 15.

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486243
ມື້ນີ້159
ມື້ວານ215
ອາທິດນີ້1279
ເດືອນນີ້5548