
ພະນະທ່ານ ປີເຕີ ຊີຢາໂຕ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຄ້າ ຮົງກາຣີ
ໂດຍຕອບສະໜອງຕາມຄຳເຊີນຂອງ ພະນະທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ,
ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ,
ພະນະທ່ານ ປີເຕີ ຊີຢາໂຕ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຄ້າ ຮົງກາຣີ ພ້ອມດ້ວຍຄະນະ
ຈະເດີນທາງຢ້ຽມຢາມ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງເປັນທາງການ ໃນລະຫວ່າງວັນທີ 26-27 ເມສາ 2023,
ເພື່ອສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບທີ່ເປັນມູນເຊື້ອມາແຕ່ດົນນານ ແລະ ການຮ່ວມມື ລະຫວ່າງ ສປປ ລາວ ແລະ ຮົງກາຣີ.
ຊີວະປະຫວັດຫຍໍ້ ຂອງ ທ່ານ ປີເຕີ ຊີຢາໂຕ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຄ້າຮົງກາຣີ
- ຂໍ້ມູນສ່ວນຕົວ:
- ວັນເດືອນປີເກີດ: ວັນທີ 30 ຕຸລາ 1978
- ສະຖານທີ່ເກີດ: ເມືອງ ກາມາຣົມ, ຮົງກາຣີ (Komárom, Hungary)
- ສະພາບຄອບຄົວ: ແຕ່ງງານກັບ ນາງ ຊິນເວຍ ຊີຢາໂຕ ແລະ ມີລູກ 2 ຄົນ
-
- ຂໍ້ມູນດ້ານການສຶກສາ:
- 2002 ປະລິນຍາ ສາຂາ ພົວພັນສາກົນ, ມະຫາວິທະຍາໄລ ເສດຖະສາດ ແລະ ບໍລິຫານລັດ, ບູດາແປສ
- 1997 ມັດທະຍົມສຶກສາ ທີ່ ເມືອງ ທີ່ Győr
-
- ປະສົບການເຮັດວຽກ:
- 23 ກັນຍາ 2014 -ປັດຈຸບັນ: ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຄ້າ ຮົງກາຣີ;
- ເດືອນ ມິຖຸນາ - ກັນຍາ 2014: ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຄ້າ;
- 2012-2014: ຮອງລັດຖະມົນຕີວຽກງານພົວພັນເສດຖະກິດກັບພາຍນອກ ແລະ ວຽກງານການຕ່າງປະເທດ;
- 2010-2012: ໂຄສົກ ປະຈຳ ສຳນັກງານນາຍົກລັດຖະມົນຕີ;
- 2006-2010: ຫົວໜ້າຝ່າຍສື່ສານ ພັກການເມືອງ Fidesz;
- 2002: ສະມາຊິກ ພັກການເມືອງ Fidesz.
-