ໂດຍຕອບສະໜອງຕາມຄໍາເຊີນຂອງ ພະນະທ່ານ ໂຈໂກ ວີໂດໂດ, ປະທານາທິບໍດີ ແຫ່ງ ສາທາລະນະລັດ ອິນໂດເນເຊຍ, ໃນຖານະເປັນປະທານອາຊຽນ ປີ 2023, ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ຈະເດີນທາງໄປເຂົ້າຮ່ວມ ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 42 ພາຍໃຕ້ຄໍາຂວັນ “ອາຊຽນມີຄວາມສໍາຄັນ: ສູນກາງແຫ່ງການຈະເລີນເຕີບໂຕ”, ຊຶ່ງຈະຈັດຂຶ້ນໃນວັນທີ 10-11 ພຶດສະພາ 2023, ທີ່ ລາບວນ ບາໂຈ, ສ. ອິນໂດເນເຊຍ.
ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດຄັ້ງນີ້, ທ່ານນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ຍັງຈະໄດ້ເຂົ້າຮ່ວມກອງປະຊຸມພົບປະ ລະຫວ່າງ ຜູ້ນຳອາຊຽນ ກັບ ຜູ້ຕາງໜ້າສະມັດຊາລັດຖະສະພາອາຊຽນ (AIPA); ກອງປະຊຸມພົບປະ ລະຫວ່າງ ຜູ້ນຳອາຊຽນ ກັບ ຜູ້ຕາງໜ້າຊາວໜຸ່ມອາຊຽນ; ກອງປະຊຸມພົບປະ ລະຫວ່າງ ຜູ້ນຳອາຊຽນ ກັບ ຜູ້ຕາງໜ້າສະພາທີ່ປຶກສາທຸລະກິດອາຊຽນ; ກອງປະຊຸມພົບປະ ລະຫວ່າງ ຜູ້ນຳອາຊຽນ ກັບ ໜ່ວຍງານສະເພາະກິດລະດັບສູງ ວ່າດ້ວຍວິໄສທັດອາຊຽນ ຫຼັງປີ 2025 ແລະ ພົບປະສອງຝ່າຍກັບບັນດາຜູ້ນຳຂອງບັນດາປະເທດສະມາຊິກອາຊຽນ.