ແຈ້ງການຂອງຫ້ອງວ່າການສຳນັກງານປະທານປະເທດ
ເພື່ອເສີມຂະຫຍາຍການພົວພັນຮ່ວມມື ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ເກົາຫຼີ, ໂດຍຕອບສະໜອງຕາມຄຳເຊີນຂອງ ພະນະທ່ານ ບຸນຍັງ ວໍລະຈິດ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ພະນະທ່ານ ນ. ປັກ ກຶນ ເຮ, ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫຼີ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນວັນທີ 9 ກັນຍາ 2016.
ແຈ້ງການຂອງ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ
ເພື່ອເປັນການເສີມຂະຫຍາຍສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການພົວພັນຮ່ວມມືແບບຄູ່ຮ່ວມຍຸດທະສາດ ຮອບດ້ານ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ປະຊາຊົນຈີນ, ໂດຍຕອບສະໜອງຕາມຄຳເຊີນ ຂອງ ສະຫາຍ ທອງລຸນ ສີສຸລິດ,ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ລີ ເຄີ້ສຽງ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາຊົນຈີນ ພ້ອມດ້ວຍຄະນະ ຈະດຳເນີນການຢ້ຽມຢາມ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງເປັນທາງການ, ໃນລະຫວ່າງວັນທີ 8-9 ກັນຍາ 2016, ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 28 ແລະ 29 ທີ່ ນະຄອນຫຼວງວຽງຈັນ.
ໂດຍຕອບສະໜອງຕາມການເຊື້ອເຊີນ ຂອງ ພະນະທ່ານ ບຸນຍັງ ວໍລະຈິດ, ຮອງປະທານປະເທດ ແຫ່ງ ສປປ ລາວ, ພະນະທ່ານ ນາງ ມາກາຣີຕາ ໂປໂປວາ, ຮອງປະທານາທິບໍດີ ແຫ່ງ ສາທາລະນະລັດ ບຸນກາລີ ພ້ອມດ້ວຍຄະນະ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນວັນທີ 30 ພະຈິກ 2015.
ໂດຍມີຈຸດປະສົງເພືື່ອຮັດແໜ້ນ ແລະ ເສີມຂະຫຍາຍການພົວພັນ-ຮ່ວມມືທີ່ເປັນມູນເຊື້ອ ລະຫວ່າງສອງປະເທດ, ພ້ອມທັງການປຶກສາຫາລື ເພື່ອຊຸກຍູ້ການພົວພັນຮ່ວມມືທາງດ້ານເສດຖະກິດ, ການຄ້າ, ການສຶກສາ ແລະ ດ້ານອື່ນໆໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ.