ແຈ້ງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ

ເພື່ອຕອບສະໜອງຕາມຄຳເຊີນ ຂອງ ພະນະທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ພະນະທ່ານ ນາງ ເພັນນີ ວອງ, ລັດຖະມົນຕີການຕ່າງປະເທດ ແຫ່ງ ອົດສະຕຣາລີ ພ້ອມດ້ວຍຄະນະ ຈະເດີນທາງຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງວັນທີ 15 - 16 ພຶດສະພາ 2023 ເພື່ອເປັນການຮັດແໜ້ນສາຍພົວພັນມິດຕະພາບອັນຍາວນານ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ອົດສະຕຣາລີ.
ຊີວະປະຫວັດຫຍໍ້ ຂອງ ພະນະທ່ານ ນາງ ເພັນນີ ວອງ
- ທ່ານ ນາງ ເພັນນີ ວອງ ເກີດທີ່ ລັດ ຊາບາ, ປະເທດ ມາເລເຊຍ. ໃນປີ 1976 ເວລາ ທີ່ທ່ານມີ ອາຍຸໄດ້ 8 ປີ ຄອບຄົວຂອງ ທ່ານ ໄດ້ຍ້າຍມາອາໃສທີ່ ລັດ ອາດີເລດ, ປະເທດອົດສະຕຣາລີ. ທ່ານ ໄດ້ສຶກສາວິຊາ ກົດໝາຍ ແລະ ສີລະປະສາດ ທີ່ ມະຫາວິທະຍາໄລອາດີເລດ. ພາຍຫຼັງຮຽນຈົບ, ໄດ້ເຮັດວຽກກັບ ສະຫະພັນແຮງງານ ດ້ານການປົກປ້ອງພະນັກງານທີ່ເຮັດວຽກໃນອຸດສາຫະກຳເຟີນີເຈີ້ ແລະ ໄດ້ເຂົ້າຮ່ວມຂະບວນການຕໍ່ສູ້ຮຽກຮ້ອງເພື່ອແກ້ໄຂຄ່າແຮງງານ ແລະ ຊີວິດການເປັນຢູ່ ຂອງສະມາຊິກສະຫະພາບ, ລວມທັງການຈ່າຍຄ່າແຮງທີ່ບໍ່ເປັນທຳໃນຂະແໜງເຟີນີເຈີ້ ໃຫ້ແຮງງານເພດຍິງ ທີ່ເປັນຄົນອົບພະຍົບ.
- ທ່ານ ນາງ ເພັນນີ ໄດ້ເຮັດວຽກເປັນ ທີ່ປຶກສາ ໃຫ້ພັກແຮງງານ ຢູ່ລັດ ນິວຊາວເວວ ຊ່ວຍເຫຼືອໃນການພັດທະນາ ນະໂຍບາຍດ້ານປ່າໄມ້, ແລະ ເປັນທະນາຍຄວາມ ກ່ອນໜ້າທີ່ ທ່ານ ຈະໄດ້ຮັບເລືອກຕັ້ງ ເປັນວຸດທິສະພາ ຂອງພັກແຮງງານ ໃນ ປີ 2001. ທ່ານ ຍັງໄດ້ຮັບການເລືອກຕັ້ງຈາກ ປະຊາຊົນ ເປັນຈໍານວນເຖິງ 4 ຄັ້ງ ຄື ໃນປີ 2007, 2013, 2016, ແລະ 2022.
- ໃນລັດຖະບານ ຂອງ ທ່ານ ເຄວິນ ຣັດ ຄືປີ 2007, ທ່ານນາງ ເພັນນີ ໄດ້ຮັບການແຕ່ງຕັ້ງ ໃຫ້ເປັນ ລັດຖະມົນຕີວ່າການກະຊວງ ການປ່ຽນແປງສະພາບດິນຟ້າອາກາດ ແລະ ຊັບພະຍາກອນນ້ຳ. ໃນລະຫວ່າງນັ້ນ, ທ່ານໄດ້ຂະຫຍາຍເປົ້າໝາຍການນຳໃຊ້ພະລັງງານທົດແທນ, ເຊິ່ງໄດ້ດຶງດູດການລົງທຶນທາງດ້ານພະລັງງານລົມ ແລະ ພະລັງງານແສງຕາເວັນ ເປັນຈຳນວນຫຼວງຫຼາຍ. ທ່ານ ຍັງໄດ້ເປັນຕົວແທນໃຫ້ແກ່ ປະເທດອົດສະຕຣາລີ ໃນເວທີ ການເຈລະຈາກ່ຽວກັບການປ່ຽນແປງສະພາບດິນຟ້າອາກາດໃນລະດັບສາກົນ, ແລະ ຍັງໄດ້ພັດທະນາຂອບການຄ້າດ້ານການປ່ອຍອາຍກາກໂບນິກ ຂອງລັດຖະບານ ເຄວັນ ຣັດນຳ, ກົນໄກທາງການຕະຫຼາດຂອງອົດສະຕຣາລີ ເພື່ອຫຼຸດຜ່ອນ ການປ່ອຍອາຍຮ້ອນຈາກເຮືອນແກ້ວ ເພື່ອໃຫ້ກະທົບກັບເສດຖະກິດໜ້ອຍທີ່ສຸດ.
- ພາຍຫຼັງການເລືອກຕັ້ງໃນປີ 2010, ທ່ານ ນາງເພັນນີ ໄດ້ຖືກແຕ່ງຕັ້ງເປັນ ລັດຖະມົນຕີວ່າການກະຊວງການເງິນ ແລະ ວ່າດ້ວຍລະບຽບການ. ທ່ານໄດ້ເຮັດວຽກກັບລັດຖະມົນຕີກະຊວງການຄັງ ທ່ານ ວາຍ ສະວອນ ເພື່ອ ແກ້ໄຂບັນຫາງົບປະມານ 3 ບ້ວງ ພາຍຫຼັງ ວິກິດການເສດຖະກິດໂລກ ແລະ ທ່ານ ຍັງເປັນຜູ້ສຳເລັດການສ້າງນະໂຍບາຍ ເພື່ອຮັບປະກັນໃຫ້ ແມ່ຍິງ ໄດ້ຮັບການແຕ່ງຕັ້ງໃນຕຳແໜ່ງອາວຸໂສ ຂອງທັງພາກລັດ ແລະ ເອກະຊົນ.
- ໃນປີ 2013, ທ່ານ ນາງເພັນນີ ໄດ້ຮັບການເລືອກຕັ້ງ ເປັນ ຜູ້ນຳຝ່າຍລັດຖະບານ ໃນສະພາສູງ, ແລະ ພາຍຫຼັງຈາກການປ່ຽນລັດຖະບານ ໃນປີ 2013, ທ່ານ ໄດ້ກາຍເປັນ ຜູ້ນຳຝ່າຍຄ້ານ ໃນສະພາສູງ - ເຊິ່ງທ່ານ ເປັນ ແມ່ຍິງ ຄົນທຳອິດ ທີ່ໄດ້ຮັບ ທັງສອງ ຕຳແໜ່ງດັ່ງກ່າວ.
- ກ່ອນການເປັນ ລັດຖະມົນຕີເງົາ ກະຊວງການຕ່າງປະເທດ ຂອງ ລັດຖະບານ ທ່ານ ອາບານີ ໃນປີ 2022, ທ່ານ ໄດ້ຖືກແຕ່ງຕັ້ງເປັນ ລັດຖະມົນຕີເງົາ ກະຊວງການຕ່າງປະເທດ ມາແລ້ວເປັນເວລາ 6 ປີ.
- ໃນການເປັນ ລັດຖະມົນຕີການຕ່າງປະເທດໃນຕຳແໜ່ງປະຈຸບັນ, ທ່ານນາງ ເພັນນີ ມີຄວາມພະຍາຍາມເສີມສ້າງຊື່ສຽງ ຂອງ ອົດສະຕຣາລີ ໃນການເປັນຄູ່ຮ່ວມມືແບບທາງເລືອກ ກໍ່ຄື ການສ້າງພາກພື້ນ ທີ່ມີສະຖຽນລະພາບແລະ ວັດທະນະຖາວອນ, ພາກພື້ນທີ່ອຳນາດອະທິປະໄຕໄດ້ຮັບການເຄົາລົບ ແລະ ກົດລະບຽບຕ່າງໆໄດ້ຮັບການປະຕິບັດ.
- ໃນຖານະທີ່ເປັນຕົວແທນແຫ່ງຄວາມພາກພູມໃຈຈາກພາກໃຕ້ ຂອງ ອົດສະຕຣາລີ ຢູ່ໃນລັດຖະສະພາ, ທ່ານໄດ້ມີສ່ວນຮ່ວມໃນການ ປົກປ້ອງຜົນປະໂຫຍດ ຂອງ ລັດ ຕົນເອງ ໂດຍການປົກປ້ອງ ຄວາມຍືນຍົງຂອງແມ່ນ້ຳ ເມີເຣ ເພື່ອອະນາຄົດ ແລະ ການພັດທະນາ ເສດຖະກິດຂອງ ລັດ ດັ່ງກ່າວ.
- ທ່ານ ນາງເພັນນີ ວອງ ອາໄສ ຢູ່ໃນ ອາດີເລດ ກັບ ຄອບຄົວ ແລະ ລູກສາວ, ໃນເວລາວ່າງ, ທ່ານ ມັກແຕ່ງກິນ, ຊື້ເຄື່ອງ ຕາມຕະຫຼາດ ແລະ ບາງຄັ້ງກໍ່ດື່ມວາຍ ຈາກ ພາກໃຕ້ຂອງ ອົດສະຕຣາລີ.