ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ປະທານປະເທດ ຫວຽດນາມ ຈະຢ້ຽມຢາມທາງການ ສປປ ລາວ

 

ແຈ້ງ​ການ​ກະຊວງການຕ່າງປະເທດ

 

ຕອບ​ສະ​ໜອງ​ຕາມ​ຄຳ​ເຊີນ​ຂອງ ສະ​ຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ປະ​ທານ​ປະ​ເທດ ແຫ່ງ ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ, ສະ​ຫາຍ ຫວໍ ວັນ ເຖືອງ, ປະ​ທານ​ປະ​ເທດ ແຫ່ງ ສາ​ທາ​ລະ​ນະ​ລັດ ສັງ​ຄົມ​ນິ​ຍົມ ຫວຽດ​ນາມ ພ້ອມດ້ວຍຄະ​ນະຜູ້​ແທນ​ຂັ້ນ​ສູງ ຈະ​ເດີນ​ທາງ​ມາ​ຢ້ຽມ​ຢາມ ຢ່າງເປັນທາງການ ​ສາ​ທາ​ລະ​ນະ​ລັດ ​ປະ​ຊາ​ທິ​ປະ​ໄຕ ​ປະ​ຊາ​ຊົນລາວ ແຕ່​ວັນ​ທີ 10-11 ເມສາ 2023 ເພື່ອເພີ່ມທະວີ ແລະ ເສີມ​ຂະ​ຫຍາຍ​ສາຍ​ພົວ​ພັນ​ມິດ​ຕະ​ພາບອັນຍິ່ງໃຫຍ່, ຄວາມ​ສາ​ມັກ​ຄີ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ ​ລະ​ຫວ່າງ​ສອງ​ປະ​ເທດ ລາວ ແລະ ຫວຽດ​ນາມ.

 

PSviet

 

ຊີວະປະຫວັດ ຂອງ ພະນະທ່ານ ຫວໍ ວັນ ເຖືອງ,

ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ.

 

ຊື່ເຕັມ: ຫວໍ ວັນ ເຖືອງ

ເພດ: ຊາຍ

ວັນ ເດືອນ ປີເກີດ: 13 ທັນວາ 1970

ບ້ານເກີດ: ຕາແສງ ອານເຟືອກ , ເມືອງ ແມ້ງທິ , ແຂວງວິ້ງລອງ

ຊົນເຜົ່າ: ກິງ

ວັນ ເດືອນ ປີ ເຂົ້າພັກສຳຮອງ: 18 ພະຈິກ 1993

ວັນ ເດືອນ ປີ ເຂົ້າພັກສົມບູນ: 18 ພະຈິກ 1994

ລະດັບການສຶກສາ:

- ການສຶກສາລະດັບສາມັນ: 12/12

- ປະລິນຍາຕີ ສາຂາປັດຊະຍາ

- ປະລິນຍາໂທ ສາຂາວິທະຍາສາດ ສັງຄົມ ແລະ ມະນຸດສາດ

- ລະດັບທິດສະດີການເມືອງ: ຂັ້ນສູງ

- ພາສາຕ່າງປະເທດ: ພາສາ ອັງກິດ

ຕຳແໜ່ງ:

- ກໍາມະການສໍາຮອງ ສູນກາງພັກ ຊຸດທີ X;

- ກໍາມະການສູນກາງພັກ ຊຸດທີ XI, XII ແລະ XII;

- ເລຂາທິການສູນກາງພັກ ຊຸດທີ XII ແລະ XIII;

- ກໍາມະການກົມການເມືອງສູນກາງພັກ ຊຸດທີ XII ແລະ XIII;

- ຮອງສະພານິຕິບັນຍັດ ຊຸດ XII, XIV ແລະ XV.

ປະສົບການເຮັດວຽກ:

ປີ 1993-2004: ເຂົ້າຮັບຫຼາຍຕຳແໜ່ງ ຢູ່ ສູນກາງຊາວໜຸ່ມ ນະຄອນໂຮ່ຈິມິນ ຄື: ເປັນສະມາຊິກ; ຮອງຫົວໜ້າກົມ , ຫົວໜ້າກົມ; ກຳມະການຄະນະບໍລິຫານງານ, ສະມາຊິກຂອງຄະນະປະຈຳ, ຮອງເລຂາທິການ, ຈາກນັ້ນ ເປັນເລຂາທິການຄະນະບໍລິຫານງານ ສູນກາງຊາວໜຸ່ມ ນະຄອນ  ໂຮ່ ຈິ ມິນ;  ເປັນຮອງປະທານ, ຕໍ່ມາ ເປັນປະທານສະມາຄົມນັກສຶກສາ ນະຄອນ ໂຮ່ ຈິ ມິນ; ປະທານສະມາຄົມຊາວໜຸ່ມ ນະຄອນ ໂຮ່ ຈິ ມິນ; ກໍາມະການຄະນະບໍລິຫານງານ, ກໍາມະການຄະນະປະຈໍາສູນກາງຊາວໜຸ່ມ ກອມມູນິດ ໂຮ່ຈິມິນ; ກຳມະການຄະນະພັກ ນະຄອນ ໂຮ່ ຈິ ມິນ  (ແຕ່ເດືອນ ຕຸລາ 2003).

ເດືອນ ພະຈິກ 2004 - ເດືອນ ຕຸລາ 2006: ກຳມະການຄະນະພັກ ນະຄອນ ໂຮ່ຈິມິນ  ແລະ ເລຂາພັກເມືອງ 12.

ເດືອນ ເມສາ 2006: ກໍາມະການສໍາຮອງ ສູນກາງພັກ ຊຸດທີ X;

ເດືອນ ຕຸລາ 2006:  ເລຂາຄະນະປະຈໍາ, ເລຂາຄະນະບໍລິຫານງານ ສູນກາງຊາວໜຸ່ມ ກອມມູນິດ ໂຮ່ຈີມິນ ( ແຕ່ ເດືອນ ມັງກອນ ປີ 2007 ) , ປະທານ ສະມາຄົມຊາວຫນຸ່ມ ຫວຽດນາມ, ປະທານຄະນະກໍາມະທິການຊາວໜຸ່ມ ຫວຽດນາມ ສາກົນ, ຮອງປະທານ ສະພາແຫ່ງຊາດ ຊຸດທີ XII.

ເດືອນ ມັງກອນ 2011 - ເດືອນ ເມສາ 2014: ກໍາມະການສູນກາງພັກ ຊຸດທີ XI, ເລຂາພັກແຂວງ ກວາງ ຫງາຍ ( ນັບແຕ່ ເດືອນ 8/2011 ).

ເດືອນ ເມສາ 2014 - ເດືອນ ມັງກອນ 2016: ຮອງເລຂາ ຄະນະພັກ ນະຄອນ ໂຮ່ຈີມິນ.

ເດືອນ ມັງກອນ 2016: ກໍາມະການ ສູນກາງພັກ ຊຸດທີ XII; ໄດ້ຮັບການເລືອກຕັ້ງຈາກ ກຳມະການ ສູນກາງພັກ ຂຶ້ນເປັນ ກົມການເມືອງ; ໄດ້ຮັບການແຕ່ງຕັ້ງ ໂດຍ ກົມການເມືອງ ໃຫ້ເປັນ ຄະນະເລຂາທິການສູນກາງພັກ.

ເດືອນ ກຸມພາ 2016 - ເດືອນ ມັງກອນ 2021: ກໍາມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ຫົວໜ້າຄະນະ ໂຄສະນາ ແລະ ອົບຮົມສູນກາງພັກ.

ເດືອນ ມັງກອນ 2021: ກໍາມະການກົມການເມືອງສູນກາງພັກ, ສະມາຊິກຖາວອນ ຄະນະເລຂາທິການສູນກາງພັກ (ເດືອນ ກຸມພາ 2021 ) .

ເດືອນ ມີນາ 2023: ກໍາມະການກົມການເມືອງສູນກາງພັກ, ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ.

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486335
ມື້ນີ້31
ມື້ວານ220
ອາທິດນີ້1371
ເດືອນນີ້5640