ບົດນຳ
ສະຫາຍ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່ ຄະນະບໍລະຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
ລະຫວ່າງວັນທີ 19-21/12/2017
ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ສະຫາຍ ຫງວຽນ ຟູ ຈ້ອງ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ແລະ ສະຫາຍ ເຈິ່ນ ດ້າຍ ກວາງ, ກຳມະການກົມການເມືອງສູນກາງພັກ, ປະທານປະເທດ ແຫ່ງ ສສ ຫວຽດນາມ, ໃນຕອນເຊົ້າຂອງວັນທີ 19 ທັນວາ 2017 ສະຫາຍ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍ ຄະນະຜູ້ແທນຂັ້ນສູງພັກ, ລັດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ເລີ່ມຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ ເຊິ່ງການຢ້ຽມຢາມຈະດຳເນີນໄປແຕ່ວັນທີ 19-21 ທັນວາ 2017.
ເຂົ້າຮ່ວມໃນຄະນະໄປຢ້ຽມຢາມຄັ້ງນີ້ມີ ສະຫາຍ ຄໍາພັນ ພົມມະທັດ, ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຫ້ອງວ່າການສູນກາງພັກ; ສະຫາຍ ສອນໄຊ ສີພັນດອນ, ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ; ສະຫາຍ ກິແກ້ວ ໄຂຄຳພິທູນ, ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ; ສະຫາຍ ພົທ. ວິໄລ ຫຼ້າຄຳຟອງ, ເລຂາທິການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ; ສະຫາຍ ຄຳເມີງ ພົງທະດີ, ກຳມະການສູນກາງພັກ, ຫົວໜ້າຫ້ອງວ່າການສຳນັກງານປະທານປະເທດ; ສະຫາຍ ນາງ ສູນທອນ ໄຊຍະຈັກ, ກຳມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ; ສະຫາຍ ນາງ ເຂັມມະນີ ພົນເສນາ, ກຳມະການສູນກາງພັກ, ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ; ສະຫາຍ ສະເຫຼີມໄຊ ກົມມະສິດ, ກຳມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ; ສະຫາຍ ນາງ ແສງເດືອນ ຫຼ້າຈັນທະບູນ, ກຳມະການສູນກາງພັກ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ; ສະຫາຍ ວິໄລວົງ ບຸດດາຄຳ, ກຳມະການສູນກາງພັກ, ປະທານກຳມາທິການເສດຖະກິດ - ການເງິນ, ງົບປະມານ, ກວດສອບສະພາແຫ່ງຊາດ, ປະທານສະມາຄົມມິດຕະພາບ ລາວ-ຫວຽດນາມ ຂັ້ນສູນກາງ; ສະຫາຍ ສຸພັນ ແກ້ວມີໄຊ, ກຳມະການສູນກາງພັກ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ; ສະຫາຍ ພົຕ. ສິນທະວົງ ໄຊຍະກອນ, ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ; ສະຫາຍ ທອງສະຫວັນ ພົມວິຫານ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ແລະ ພະນັກງານຂັ້ນສູງ ຈຳນວນໜຶ່ງ.
ໃນໄລຍະຢູ່ຢ້ຽມຢາມ, ສະຫາຍ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່ຄະນະບໍລິຫານກາງສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດແຫ່ງ ສປປ ລາວ ຈະໄດ້ພົບປະກັບການນຳຂັ້ນສູງສຸດຂອງຫວຽດນາມ: ສະຫາຍ ຫງວຽນ ຟູ ຈ້ອງ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ; ສະຫາຍ ເຈີ່ນດ້າຍກວາງ, ກຳມະການກົມການເມືອງສູນກາງພັກ, ປະທານປະເທດ ແຫ່ງ ສສ ຫວຽດນາມ ແລະ ເຂົ້າຮ່ວມພິທີປິດປີສາມັກຄີມິດຕະພາບ ລາວ-ຫວຽດນາມ 2017; ພົບປະກັບ ສະຫາຍ ຫງວຽນ ຊວັນ ຟຸກ, ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ສະຫາຍ ນາງ ຫງວຽນທິກີມເງິນ, ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດຫວຽດນາມ; ພົບປະຢ້ຽມຢາມໂອ້ລົມບັນດາ ສະຫາຍອາດີດການນຳຂັ້ນສູງຂອງພັກ, ລັດ ຫວຽດນາມ; ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ສະມະຄົມມິດຕະພາບ ຫວຽດນາມ-ລາວ ຂັ້ນສູນກາງ; ພົບປະໂອ້ລົມກັບບັນດາຜູ້ຕາງໜ້າ ອາດີດທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ພ້ອມດ້ວຍຜູ້ຕາງໜ້າຊາວໜຸ່ມຫວຽດນາມ, ນັກສຶກສາລາວທີ່ພວມຮຽນຢູ່ ສສ ຫວຽດນາມ. ນອກຈາກເຄື່ອນໄຫວຢູ່ນະຄອນຫລວງຮ່າໂນ້ຍແລ້ວ ຄະນະຈະໄດ້ຢ້ຽມຢາມ ແຂວງເຫງະອານ.
ການຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການຂອງ ສະຫາຍເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ພ້ອມດ້ວຍຄະນະ ເປັນເຫດການທີ່ສຳຄັນ ໃນການພົວພັນລະຫວ່າງ ສອງພັກ, ສອງລັດ ປະຊາຊົນສອງຊາດ ລາວ-ຫວຽດນາມ ເພາະດຳເນີນໄປໃນທ່າມກາງບັນຍາກາດທີ່ທັງສອງປະເທດ ພວມຕັ້ງໜ້າຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກປະຊາຊົນ ປະຕິວັດລາວ ແລະ ມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກກອມມູນິດຫວຽດນາມ ຢ່າງເປັນຂະບວນຟົດຟື້ນ ແລະ ໃນບັນຍາກາດທີ່ປະຊາຊົນສອງຊາດ ພວມສະເຫລີມສະຫລອງ 2 ວັນປະຫວັດສາດນັ້ນຄື: ວັນສ້າງຕັ້ງສາຍພົວພັນການທູດຄົບ ຮອບ 55 ປີ, ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືລະຫວ່າງ ສອງປະເທດ ຄົບຮອບ 40 ປີໃນປີ 2017, ທັງເປັນການປະກອບສ່ວນອັນສຳຄັນເຂົ້າໃນການເພີ່ມພູນຄູນສ້າງ ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງຊາດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ເຊິ່ງມີມາແຕ່ດົນນານແລ້ວນັ້ນໃຫ້ກ້າວສູ່ລະດັບສູງອັນໃໝ່.