ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຜົນງານ 71 ປີການທູດລາວ ແມ່ນໝາກຜົນແຫ່ງ ການຕໍ່ສູ້ໃນແນວຮົບຕ່າງປະເທດຂອງປວງຊົນລາວທັງຊາດ

ໃນທ່າມກາງບັນຍາກາດ ທີ່ທົ່ວພັກ, ທົ່ວລັດ ແລະທົ່ວປວງຊົນລາວທັງຊາດ ພ້ອມກັນອອກແຮງແຂ່ງຂັນ ຈັດຕັ້ງປະຕິບັດມະຕິ ກອງປະຊຸມໃຫຍ່ ຄັ້ງທີ 10 ຂອງພັກ, ແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ 5 ປີ ຄັ້ງທີ 8 ຢ່າງຟົດຟື້ນແລະມີໄຊນີ້, ວຽກງານການຕ່າງປະເທດກໍສືບຕໍ່ໄດ້ຮັບຜົນສຳເລັດອັນໃໝ່ຕື່ມອີກກ້າວໜຶ່ງ, ໃນໂອກາດ ຄົບຮອບ 71 ປີວັນການທູດລາວ ແລະ ເປັນປີທີ່ ສປປລາວ ພວກເຮົາພວມຮັບກຽດຮັບພາລະເປັນປະທານໝູນວຽນ ອາຊຽນ ແລະ ກໍຫາກໍ່ມີຜົນສຳເລັດຢ່າງສະຫງ່າງາມໃນການເປັນເຈົ້າພາບຈັດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 28 ແລະ 29 ແລະກອງປະຊຸມສຸດ​ຍອດກ່ຽວຂ້ອງອື່ນໆ ທີ່ນະຄອນຫຼວງວຽງຈັນ.

​ວັນທີ 12 ຕຸລາ 1945 ແມ່ນວັນທີ່ມີຄວາມໝາຍສຳຄັນ​ທາງປະຫວັດສາດຂອງຊາດລາວ​ເຮົາທີ່ເປັນວັນແຫ່ງການ ປະກາດເອກະລາດຂອງຊາດລາວ​ເຮົາ​ຕໍ່​ໂລກ ​ໃຫ້​ໂລກ​ຮັບ​ຮູ້​ວ່າ ​ໃນ​ແຜ່ນ​ດິນ​ແຫ່ງ​ນີ້ມີ​ປະ​ເທດ​ລາວ ​ແມ່ນ​ຄົນ​ລາວ​ເປັນ​ເຈົ້າ​ຂອງ​ປະ​ເທດ​ຊາດ ອຳນາດ​ອະທິປະ​ໄຕ ​ແລະ ຜືນ​ແຜ່ນອັນ​ຄົບ​ຖ້ວນ​ຂອງ​ຕົນ. ລັດຖະບານ​ອິດສະຫຼະ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ ​ແລະ ​ໄດ້​ປະກາດ​ນະ​ໂຍບາຍ 12 ຂໍ້ ​ໃນ​ນັ້ນ ​ໃຫ້​ປະກາດ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ອອກ​ຢ່າງ​ເປັນ​ທາງ​ການ, ດັ່ງ​ນັ້ນ ວັນ​ທີ 12 ຕຸລາ ຈິງ​ໄດ້​ກາຍ​ເປັນ​ວັນ​ການ​ທູດ​ລາວ. ຕະຫລອດໄລຍະ 71 ປີ ຂອງການເຄື່ອນໄຫວວຽກງານ ການຕ່າງປະເທດ, ພາຍ​ໃຕ້​ການ​ນຳພາ​ອັນສະຫຼາດ​ສ່ອງ​ໄສ ​ແລະ ປີ​ຊາ​ສາມາດ​ຂອງ​ພັກ​ເຮົາ, ວຽກ​ງານ​ຕ່າງປະ​ເທດ​ໄດ້​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ພາລະ ກິດ​ຕໍ່ສູ້​ກູ້​ຊາດທີ່​ສາມາດ​ຍາດ​ໄດ້​ຈາກ​ໄຊຊະນະ​ນີ້​ໄປ​ສູ່​ໄຊຊະນະ​ອື່ນ​ຢ່າງຕໍ່​ເນື່ອງ, ຈົນໃນ​ທີ່​ສຸດ​ການ​ປະຕິວັດ​ຊາດ ປະຊາ ທິປະ​ໄຕ ຢູ່​ປະ​ເທດ​ເຮົາ ​ໄດ້​ສຳ​ເລັດ​ລົງ​ດ້ວຍ​ການ​ປະກາດ​ສະຖາປະນາ ສປປ ລາວ ​ໃນ​ວັນ​ທີ 2 ທັນວາ 1975. ພາຍຫຼັງປະ​ເທດ​ຊາດ​ໄດ້​ຮັບ​ການ​ສະຖາ​ປະນາ ສປປ ລາວ ຂຶ້ນ, ການ​ເຄື່ອນ​ໄຫວ​ຕ່າງປະ​ເທດ​ຂອງ ສປປລາວ ສືບ​ຕໍ່​ໄດ້​ຮັບຜົນສຳເລັດ​ຢ່າງ​ໜ້າ​ພາກພູມ​ໃຈ​, ການຕ່າງປະເທດ ນັບມື້ນັບເຕີບໃຫຍ່ ຂະຫຍາຍຕົວເປັນກ້າວໆ, ຖັນແຖວຂອງນັກຮົບການເມືອງການຕ່າງປະເທດນັບມື້ເຂັ້ມແຂງ, ຊື່ສຽງ ບົດບາດຂອງ ສປປລາວ ນັບມື້ສູງເດັ່ນຂຶ້ນຢູ່ໃນເວທີພາກພື້ນແລະສາກົນ. ສປປລາວພວກເຮົາ ສືບຕໍ່ປະຕິບັດແນວທາງ ການຕ່າງປະເທດ ທີ່ຖືກຕ້ອງເປັນທຳ ໂດຍຍຶດໝັ້ນແນວທາງສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມືຢ່າງສະເໝີຕົ້ນສະເໝີປາຍ, ສືບຕໍ່ລົງເລິກປະຕິບັດຄຳຂັວນການຕ່າງປະເທດທີ່ວ່າ: ການທູດປ້ອງກັນເຫດ ແລະ ບຸກທະລຸ ເພື່ອປົກປັກຮັກສາ ແລະພັດທະນາປະເທດຊາດ ຢ່າງໄດ້ຮັບຜົນດີ; ອັນສະແດງອອກໃນການເສີມຂະຫຍາຍຮັດແໜ້ນການພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານ ທີ່ມີໝາກຜົນຕົວຈິງຢ່າງເລິກເຊິ່ງ ກັບບັນດາ ປະເທດເພື່ອນມິດຍຸດທະສາດ, ກັບປະເທດເພື່ອນມິດຕ່າງໆໃນທົ່ວໂລກ; ວຽກງານການທູດສອງຝ່າຍ, ຫຼາຍຝ່າຍ ແລະ ການພົວພັນກັບອົງການຈັດຕັ້ງສາກົນຕ່າງໆ ກໍແມ່ນສືບຕໍ່ມີໝາກຜົນທີ່ພົ້ນເດັ່ນ. ວຽກງານການຕ່າງປະເທດ ໄດ້ປະກອບສ່ວນອັນສຳຄັນເຂົ້າ​ໃນ​ວຽກງານ​ປົກ​ປັກ​ຮັກສາ ​ແລະ ສ້າງສາ​ພັດທະນາ​ປະ​ເທດ​ຊາດ, ​ໄດ້​ສ້າງ​ເງື່ອນ​ໄຂ​ເອື້ອອຳນວຍ​ໃຫ້​ແກ່​ການ​ພັດທະນາ​ເສດຖະກິດ-ສັງ​ຄົມ ນັບ​ທັງ​ການ​ຂົນຂວາຍ ຍາດ​ແຍ່ງ​ການ​ຊ່ວຍ​ເຫຼືອ ​ແລະ ລົງທຶນ​ຂອງ​ຕ່າງປະ​ເທດ,​ຊຶ່ງ​ເປັນ​ການ​ປະກອບສ່ວນ​ເຂົ້າໃນຜົນສຳເລັດລວມຂອງຊາດເໝືອນດັ່ງຂະແໜງການອື່ນໆ ທີ່ປະກອບເຂົ້າເປັນກຳລັງ ແຮງສັງລວມຂອງຊາດເຮົາໃຫ້ເຂັ້ມແຂງ ແລະ ຂະຫຍາຍຕົວດ້ວຍບາດກ້າວໜັກແໜ້ນຕໍ່ເນື່ອງ, ເຊິ່ງພັກເຮົາໄດ້ຕີລາ ຄາວ່າ, ພວກເຮົາມີຄວາມເອກອ້າງທະນົງໃຈ ແລະ ເຫັນວ່າ, ໃນປະຫວັດສາດຂອງຊາດລາວ ບໍ່ມີຍຸກໃດ ແລະ ສະໄຫມໃດ ທີ່ປະເທດຊາດອັນແສນຮັກຂອງພວກເຮົາ ຈະໄດ້ມີຄວາມຮົ່ມເຢັນເປັນສຸກ, ໄດ້ຮັບການພັດທະນາ ຈະເລີນກ້າວຫນ້າ ຄືກັນກັບໃນຊູ່ມື້ນີ້ ​ແລະ ບໍ່​ມີ​ຍຸກ​ໃດ​ສະ​ໄໝ​ໃດ ​ບົດ​ບາດ​ອິດ​ທິພົນ​ຂອງ​ປະ​ເທດ​ເຮົາຕໍ່ສາກົນຈະ​ໄດ້​ຮັບ​ການ​ຍົກ​ສູງ​ໂດດ​ເດັ່ນ​ຂຶ້ນຄືຊູ່​ມື້​ນີ້.  

​ໃນສະພາບການພາກພື້ນ ແລະ ສາກົນ ມີການຜັນປ່ຽນຢ່າງເລິກເຊິ່ງ, ສັບສົນ ແລະ ໄວວານີ້, ການ​ປະຕິ​ບັດ​ແນວທາງການຕ່າງປະເທດ ​ແລະ ​ເຄື່ອນ​ໄຫວ​ການ​ທູດທີ່ຖືກຕ້ອງ ແລະ ສອດຄ່ອງ ຍິ່ງມີຄວາມຈໍາເປັນ ແລະ ຕ້ອງການກວ່າເວລາໃດໝົດ. ​ເພື່ອສ້າງເງື່ອນໄຂສະພາບແວດລ້ອມພາຍນອກທີ່ເອື້ອອຳນວຍໃຫ້ແກ່ການປົກ​ປັກ​ຮັກສາ ​ແລະ ສ້າງສາພັດທະນາປະເທດຊາດໃຫ້ນັບມື້ນັບເຂັ້ມແຂງ, ກ້າວໄປສູ່ເປົ້າໝາຍນຳເອົາປະເທດຊາດຫຼຸດພົ້ນ ອອກຈາກສະຖານະ​ພາບຄວາມດ້ອຍພັດທະນາ ໃນປີ 2020 ແລະ ສ້າງປະເທດໃຫ້ເປັນປະເທດທີ່ມັ່ງຄັ່ງ, ປະຊາຊົນມີຄວາມຜາສຸກ, ສັງຄົມມີຄວາມຍຸຕິທຳ, ປະຊາທິປະ​ໄຕ,  ປອງດອງ ແລະ ສີວິໄລ. ເພື່ອບັນລຸເປົ້າໝາຍ ດັ່ງກ່າວນີ້  ໃນມະຕິ 10 ຂອງພັກຍັງໄດ້ສືບຕໍ່ຢັ້ງຢືນວ່າ: ພວກເຮົາຕ້ອງສືບຕໍ່ຮັກສາມູນເຊື້ອອັນດີງາມ ໃນການປະຕິບັດບົດບາດໜ້າທີ່ ການຕ່າງປະເທດພາຍ ໃຕ້ຄຳຂວັນ "ການທູດ ປ້ອງກັນເຫດ ແລະ ບຸກທະລຸ ເພື່ອພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ", ​ໂດຍຍຶດໝັ້ນແນວທາງການຕ່າງປະເທດ ຂອງພັກ ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມື ຢ່າງສະເໜີ ຕົ້ນສະເໝີປາຍ,​ ເປັນ​ເຈົ້າ​ການ​ໃນ​ການ​ເຊື່ອມ​ໂຍງ​ກັບ​ພາກ​ພື້ນ ​ແລະ ສາກົນ, ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ສ້າ​ງປະຊາ​ຄົມອາ​ຊຽນ, ຕາມ​ທິດ​ທາງ​ດ້ານ​ວຽກງານ​ການ​ຕ່າງປະ​ເທດ ທີ່ກອງປະຊຸມໃຫຍ່ຄັ້ງທີ່ X ຂອງພັກວາງອອກ.

ຍ້ອນ​​ແນວທາງ​ອັນ​ຖືກຕ້ອງ​ເປັນ​ທຳ ​ແລະ ການ​ເຄື່ອນ​ໄຫວ​ການ​ທູດ​ທີ່​ມີ​ໝາກຜົນ​ດີ​ເປັນ​ກ້າວໆ​ມາ​ຂອງ​ພັກ-​ລັດ ​ແລະ ປະຊາຊົນ​ເຮົາ, ສປປ ລາວ ​ໄດ້​ຮັບ​ກຽດ​ເປັນ​ເຈົ້າພາບ​ຈັດ​ກອງ​ປະຊຸມ ​ໃນ​ລະດັບ​ພາກ​ພື້ນ ​ແລະ ສາກົນຫລາຍ​ຄັ້ງ​ເຊັ່ນ: ກອງ​ປະຊຸມ​ສຸດ​ຍອດ​ອາຊຽນ ຄັ້ງ​ທີ 10 ປີ 2004; ກອງ​ປະຊຸມ​ສຸດ​ຍອດ​ລັດຖະມົນຕີ​ຕ່າງປະ​ເທດ​ອາ​ຊຽນ ຄັ້ງ​ທີ 38 ​ແລະ ລັດຖະສະພາ​ໄອ​ໂປ ປີ 2005; ກອງ​ປະຊຸມ​ລັດຖະມົນຕີ​ຕ່າງປະ​ເທດ​ໃຊ້​ພາສາ ຝຣັ່ງ ຄັ້ງ​ທີ 23 ປີ 2007; ກອງ​ປະຊຸມ​ສາກົນ​ວ່າ​ດ້ວຍ​ລະ​ເບີດ​ລູກ​ຫວ່າ​ນ ປີ 2010; ກອງ​ປະຊຸມ​ສຸດ​ຍອດ ອາ​ເຊັມ ຄັ້ງ​ທີ 9​ ແລະ ກອງ​ປະຊຸມ​ປິ່ນ​ອ້ອມ​ຕ່າງໆ ປີ 2012; ອັນພົ້ນເດັ່ນໃນໄລຍະທີ່ ສປປລາວ ເປັນປະທານອາຊຽນນີ້ ແມ່ນຜົນສຳເລັດ ອັນໃຫຍ່ຫຼວງໃນການເປັນເຈົ້າພາບຈັດກອງ​ປະຊຸມ​ລັດຖະມົນຕີ​ຕ່າງປະ​ເທດ​ອາຊຽນ ຄັ້ງ​ທີ 49 ​ແລະ ກອງ​ປະຊຸມ​ບັນດາ​ລັດຖະມົນຕີ​ອື່ນໆທີ່​ກ່ຽວຂ້ອງ ​ແລະ ກອງ​ປະຊຸມ​ສຸດ​ຍອດອາ​ຊຽນ ຄັ້ງ​ທີ 28 ​ແລະ 29 ​ແລະ ກອງ​ປະຊຸມ​ສຸດ​ຍອດ​ອື່ນໆ​ທີ່​ກ່ຽວ​ຂ້ອງ ​ໃນ​ປີ​ 2016 ທີ່ສປປລາວ; ພ້ອມດຽວກັນ ໃນໄລຍະປີ 2016 ນີ້ ສປປລາວ ກໍໄດ້ເປັນກຽດ ອັນສູງໃນການຕ້ອນຮັບການຢ້ຽມຢາມລາວຂອງຄະນະຜູ້ແທນຂັ້ນ​ສູງປະເທດເພື່ອນມິດທີ່ສຳຄັນ ເປັນຕົ້ນແມ່ນ ສສ ຫວຽດນາມ, ສປ ຈີນ, ສະຫະລັດ ເມລິກາ, ສ.ເກົາຫຼີ, ຍີ່ປຸ່ນ, ອົງການ ສປຊ ແລະ ປະເທດອື່ນໆ; ອັນນີ້ ໄດ້ຢັ້ງຢືນເຖິງຄວາມສາມາດ ດ້ານການຕ່າງປະເທດ,​ຖານະ​ບົດບາດ​ຂອງ ສປປ ລາວ ຕໍ່​ເວທີ​ພາກພື້ນ ​ແລະ ສາກົນ ແລະຄວາມເຊື່ອໝັ້ນໃຈຂອງສາກົນທີ່ມີຕໍ່ປະເທດພວກເຮົາ, ຕໍ່ການນຳພາຂອງພັກເຮົາ, ຕໍ່ຄວາມສະຫງົບ ແລະມີການພັດທະນາຢ່າງຕໍ່ເນື່ອງຂອງປະເທດເຮົາ, ທັງຢັ້ງຢືນເຖິງໝາກຜົນຂອງການເຄື່ອນໄຫວ ການຕ່າງປະເທດທີ່ຕັ້ງໜ້າ, ບໍ່ຮູ້ອິດຮູ້ເມື່ອຍຂອງການນຳພັກ-ລັດ ບໍ່ວ່າດ້ານພັກ, ດ້ານລັດ, ດ້ານສະພາ ແລະ ທຸກຂະແໜງການວຽກງານ, ກະຊວງທະບວງຂອງ ສປປ ລາວ ພວກເຮົາ, ເຊິ່ງການເຄື່ອນໄຫວທີ່ມີໝາກຜົນອັນພົ້ນເດັ່ນ, ທີ່ຕັ້ງໜ້າ ແລະ ມີລັກສະນະບຸກທະລຸຄືແນວນີ້ ແມ່ນບໍ່ເຄີຍມີມາໃນປະຫວັດການເຄື່ອນໄຫວການທູດຂອງຊາດເຮົາ, ອັນໄດ້ຢັ້ງຢືນຄືນອີກເທື່ອໜຶ່ງຄວາມ ຖືກຕ້ອງເປັນທຳ ຂອງແນວທາງນະໂຍບາຍການຕ່າງປະເທດ ຂອງພັກ ແລະ ການເຕີບໃຫຍ່ເຂັ້ມແຂງຂອງການຕ່າງປະເທດຂອງ ສປປ ລາວ ຢ່າງເປັນກ້າວໆມາ, ເຊິ່ງມີການປະກອບສ່ວນຢ່າງຫ້າວຫັນ, ເອົາໃຈໃສ່ ແລະຄວາມເປັນແບບຢ່າງທີ່ດີຈາກການນຳພັກ-ລັດແຕ່ລະຮຸ້ນລະຮຸ້ນສືບ ຕໍ່ກັນມາ. ມາຮອດປະຈຸບັນ ສປປລາວ ​​ໄດ້​ສ້າງ​ຕັ້ງ​ສາຍ​ພົວພັນ​ການ​ທູດ​ກັບ 139 ປະ​ເທດ​ໃນໂລກ, ຊຶ່ງ​ສົມທຽມ​ໃສ່​ປີ 1975 ມີ​ພຽງ​ແຕ່ 44 ປະ​ເທດ​ເທົ່າ​ນັ້ນ.

71 ປີຜ່ານມາກັບຜົນງານ ​ແລະ ຄວາມ​ສຳ​ເລັດ​ອັນ​ໃຫ່ຍຫລວງ​ຂອງ​ວຽກ​ງານ​ການ​ຕ່າງປະ​ເທດ ​ແລະ ການ​ທູດ ຂອງ​ພັກ ​ແລະ ລັດ​ເຮົາ ຍາດ​ມາ​ໄດ້​ນັ້ນ ​ແມ່ນ​ຍ້ອນ​ແນວທາງ​ອັນ​ຖືກຕ້ອງ​ສອດຄ່ອງ​ຂອງ​ພັກ​ເຮົາ, ຍ້ອນ​ການ​ຊີ້​ນຳ​ນໍາພາ​ທີ່​ໃກ້ຊິດ​ໂດຍ​ກົງ ຮອບດ້ານ ຂອງ​ກົມ​ການ​ເມືອງ​ ໃນ​ແຕ່​ລະ​ຍຸກ, ​ແຕ່​ລະສະ​ໄໝ ​ແລະ ການ​ຮ່ວມ​ແຮງ​ຮ່ວມ​ໃຈ​ກັນ​ຈັດ​ຕັ້ງ​ປະຕິບັດ​ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ, ລັດຖະບານ ພ້ອມ​ຄວາມ​ຮັບຜິດຊອບ ​ແລະ ການ​ຮ່ວມ​ແຮງ​ຮ່ວມ​ໃຈ​ຂອງ​ພະນັກງານ, ທະຫານ, ຕຳຫລວດ, ​ແຕ່​ສູນ​ກາງ​ຮອດ​ທ້ອງ​ຖິ່ນ, ຍ້ອນ​ການ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງໜ້າ​ຂອງ​ນັກ​ທຸລະ​ກິດ, ຜູ້​ປະກອບ​ການ ຕະຫລອດ​ເຖິງ​ປະຊາຊົນ​ລາວ​ບັນດາ​ເຜົ່າ​ໃນ​ທົ່ວປະ​ເທດ​ເຮົາ ລວມທັງ​ຄົນ​ລາວ​ຢູ່​ຕ່າງປະ​ເທດ ຊຶ່ງ​ໄດ້​ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ຜົນສຳ​ເລັດ​ຂອງ​ວຽກງານ​ການ​ຕ່າງປະ​ເທດ ​ແລະ ​ເປັນ​ການ​ປຸກລະດົມ​ກຳລັງ​ໃຈ​ຢ່າງ​ແຂງ​ແຮງ​ໃຫ້​ພະນັກງານ​ລັດຖະກອນ​ຂອງ​ຂະ​ແໜງ​ການ​ຕ່າງປະ​ເທດ ຊຶ່ງ​ເປັນ​ຜູ້​ປະຕິບັດ​ງານ​ຕົວ​ຈິງ​ໃນ​ແນວ​ຮົບ​ຕ່າງປະ​ເທດ ​ແລະ ການ​ທູດ​ສາມາດ​ປະຕິບັດ​ໜ້າ​ທີ່​ຂອງ​ຕົນ​ຢ່າງ​ຕັ້ງໜ້າ ​ແລະ ມີ​ຜົນສຳ​ເລັດ​ຕະຫລອດ​ໄລຍະ​ທີ່​ຜ່ານ​ມາ.

 

ແຈ້ງການ

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
483940
ມື້ນີ້64
ມື້ວານ183
ອາທິດນີ້378
ເດືອນນີ້3245