ນະຄອນຫລວງວຽງຈັນ, ວັນທີ 1 ພະຈິກ 2022
ພະນະທ່ານ,
ໃນນາມຕາງໜ້າປະຊາຊົນລາວ ທຸກຖ້ວນໜ້າ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ມີຄວາມປິຕິຍິນດີເປັນຢ່າງຍິ່ງ ສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງ ພະນະທ່ານ, ລັດຖະບານ ແລະ ປະຊາຊົນ ປາແລັດສະຕິນ ເນື່ອງໃນໂອກາດ ວັນຊາດ ແຫ່ງ ລັດປາແລັດສະຕິນ ຄົບຮອບ 34 ປີ.
ພະນະທ່ານ,
ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ອານເຊຣີ ຄົບຮອບ 68 ປີ, ໃນນາມປະຊາຊົນລາວ ທຸກຖ້ວນໜ້າ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ມີຄວາມປິຕິຍິນດີເປັນຢ່າງຍິ່ງສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງ ພະນະທ່ານ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ອານເຊຣີ ເພື່ອນມິດ.
ນະຄອນຫລວງວຽງຈັນ, ວັນທີ 23 ພະຈິກ 2022
ພະນະທ່ານ
ຂ້າພະເຈົ້າ ໄດ້ຮັບຂ່າວດ້ວຍຄວາມເສົ້າເສຍໃຈຕໍ່ເຫດການແຜ່ນດິນໄຫວ ຢູ່ເມືອງຈາວາຕາເວັນຕົກ ຂອງອິນໂດເນເຊຍ ເຮັດໃຫ້ເກີດດິນເຈື່ອນ, ເຊິ່ງໄດ້ສ້າງຄວາມເສຍຫາຍທາງດ້ານຊີວິດ ແລະ ຊັບສິນຈຳນວນຫຼວງຫຼາຍ ແກ່ ປະຊາຊົນ ອິນໂດເນເຊຍ ທີ່ດຳລົງຊີວິດ ຢູ່ໃນພື້ນທີ່ດັ່ງກ່າວ.