ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສານຊົມເຊີຍວັນສະຖາປານາ ສາທາລະນະລັດ ປະຊາຊົນຈີນ ຄົບຮອບ 73 ປີ.

ນະຄອນຫຼວງວຽງຈັນ, ວັນທີ 3 ຕຸລາ 2022

 

ສະຫາຍທີ່ຮັກແພງ,

         

ເນື່ອງໃນໂອກາດວັນສະຖາປະນາ ສາທາລະນະລັດ ປະຊາຊົນຈີນ ຄົບຮອບ 73 ປີ, ໃນນາມຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ແລະ ຕາງໜ້າໃຫ້ປະຊາຊົນລາວບັນດາເຜົ່າ ກໍ່ຄືໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງຄໍາຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງສະຫາຍ ແລະ ໂດຍຜ່ານສະຫາຍໄປຍັງ ຄະນະກໍາມະການສູນກາງພັກກອມມູນິດຈີນ ແລະ ປະຊາຊົນຈີນອ້າຍນ້ອງທຸກຖ້ວນໜ້າ.

         

ຂ້າພະເຈົ້າມີຄວາມປິຕິຊົມຊື່ນເປັນຢ່າງຍິ່ງ ທີ່ເຫັນວ່າ ນັບແຕ່ ສາທາລະນະລັດ ປະຊາຊົນຈີນ ໄດ້ຮັບການສະຖາປະນາ ໃນວັນທີ 01 ຕຸລາ 1949 ເປັນຕົ້ນມາ, ພາຍໃຕ້ການນໍາພາອັນສະຫຼາດສ່ອງໃສ ແລະ ປະດິດສ້າງຂອງພັກກອມມູນິດຈີນ,  ປະຊາຊົນຈີນອ້າຍນ້ອງ ໄດ້ສ້າງປະຫວັດສາດໜ້າໃໝ່ແຫ່ງການພັດທະນາປະເທດຊາດ, ສາມາດຍາດໄດ້ຜົນສໍາເລັດອັນສໍາຄັນ, ຮອບດ້ານ ແລະ ໜັກແໜ້ນໃນການສ້າງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ. ສາທາລະນະລັດປະຊາຊົນຈີນໄດ້ມີການພັດທະນາຢ່າງໃຫຍ່ຫຼວງ ແລະ ກ້າວກະໂດດ, ມີສະຖຽນລະພາບທາງດ້ານການເມືອງທີ່ໜັກ ແໜ້ນ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ, ມີຄວາມສະຫງົບສຸກ ກົມກຽວປອງດອງ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ມີຄວາມເຂັ້ມແຂງ ທັນສະໄໝ, ເສດຖະກິດມີການຂະຫຍາຍຕົວຢ່າງວ່ອງໄວ ແລະ ຕໍ່ເນື່ອງ,  ບົດບາດ ແລະ ອິດທິພົນຂອງ ສປ ຈີນ ນັບມື້ນັບພົ້ນເດັ່ນຂື້ນໃນເວທີພາກພື້ນ ແລະ ສາກົນ.   

         

ຂ້າພະເຈົ້າຂໍສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສໍາເລັດຮອບດ້ານ, ໃຫຍ່ຫຼວງ ແລະມີຄວາມໝາຍປະຫວັດການ ທີ່ປະຊາຊົນຈີນອ້າຍນ້ອງຍາດມາໄດ້ ແລະ ຂໍອວຍພອນໃຫ້ປະຊາຊົນຈີນອ້າຍນ້ອງ ໂດຍພາຍໃຕ້ການນໍາພາອັນຖືກຕ້ອງ, ເດັດດ່ຽວໜັກແໜ້ນ ແລະ ສະຫຼາດສ່ອງໃສຂອງພັກກອມມູນິດຈີນ ອັນມີ ສະຫາຍ ສີ ຈິ້ນຜິງ ເປັນແກນກາງ ຈົ່ງປະສົບຜົນສໍາເລັດໃໝ່ໃຫຍ່ຫຼວງກວ່າເກົ່າ ໃນພາລະກິດພັດທະນາປະເທດຊາດ ຕາມເສັ້ນທາງສັງຄົມນິຍົມທີ່ທັນສະໄໝຕາມສີສັນພິເສດຂອງຈີນທີ່ວາງໄວ້,  ສູ້ຊົນບັນລຸເປົ້າໝາຍ “ 100 ປີ ເຫດການທີສອງ ” ກໍ່ຄືຄວາມມຸ້ງຫວັງໃນການຟື້ນຟູຄວາມຈະເລີນຮຸ່ງເຮືອງຂອງປະຊາຊາດຈີນ ແລະ ປະສົບຜົນສໍາເລັດຢ່າງຈົບງາມ ໃນການຈັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XX ຂອງພັກກອມມູນິດຈີນ.

           
ຂ້າພະເຈົ້າ ຂໍຖືໂອກາດນີ້ ສະແດງຄວາມຂອບໃຈຢ່າງຈິງໃຈ ແລະ ຮູ້ບຸນຄຸນເປັນຢ່າງສູງ ມາຍັງພັກ, ລັດ ແລະ ປະຊາຊົນຈີນອ້າຍນ້ອງ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອອັນໃຫຍ່ຫຼວງແກ່ປະຊາຊົນລາວມາໂດຍຕະຫຼອດບໍ່ວ່າໃນໄລຍະຕໍ່ສຸ້ປົດປ່ອຍຊາດໃນເມື່ອກ່ອນ ກໍ່ຄືໃນໄລຍະປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນປະຈຸບັນ. ພັກ, ລັດ ແລະ ປະຊາຊົນລາວ ຍາມໃດກໍ່ຍຶດໝັ້ນ ແລະ ຖຖືສໍາຄັນການພົວພັນຮ່ວມມືແບບຄູ່ຮ່ວມຍຸດທະສາດ ຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊາຕາກໍາລາວ-ຈີນ, ຈີນ-ລາວ ພ້ອມນີ້ ກໍ່ຂໍຢືນຢັນຄືນນະໂຍບາຍອັນສະເຫມີຕົ້ນສະເຫມີປາຍຂອງຕົນໃນການສະຫນັບສະຫນູນນະໂຍບາຍຈີນດຽວ ແລະ ຖືວ່າ ໄຕ້ຫວັນ ເປັນສ່ວນຫນຶ່ງຂອງ ສປ ຈີນ, ຄັດຄ້ານທຸກເຈດຈໍານົງທີ່ມຸ້ງຫວັງສ້າງ “ສອງປະເທດຈີນ” ຫຼື “ໜຶ່ງຈີນ ໜຶ່ງໄຕ້ຫວັນ”   ແລະ ສະຫນັບສະຫນູນພາລະກິດທ້ອນໂຮມປະເທດຊາດ ໂດຍສັນຕິວິທີຂອງ ສປ ຈີນ.

         

ຂໍອວຍພອນໃຫ້ສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ການຮ່ວມມືແບບຄູ່ຮ່ວມມືຍຸດທະສາດຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊາຕາກໍາລາວ-ຈີນ, ຈີນ-ລາວ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຈີນ, ຈີນ-ລາວ ຈົ່ງໝັ້ນຄົງຂະໜົງແກ່ນ, ໄດ້ຮັບການເສີມຂະຫຍາຍໃຫ້ຈະເລີນງອກງາມ ແລະ ແຕກດອກອອກຜົນຢ່າງບໍ່ຢຸດຢັ້ງ.

         

                       ຂໍອວຍພອນໃຫ້ສະຫາຍ ຈົ່ງມີພະລານາໄມສົມບູນ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດອັນໃໝ່ໃຫຍ່ຫຼວງກວ່າເກົ່າ ໃນໜ້າທີ່ອັນມີກຽດສະຫງ່າ ແລະ ສູງສົ່ງຂອງສະຫາຍ.

         

                                                  ດ້ວຍຄວາມຮັກແພງ ແລະ ນັບຖືຢ່າງສູງ,

 

 

                                                                                ທອງລຸນ ສີສຸລິດ

                                                                 ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ

                                                                    ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

---------------------------------------------------------------------------------------------------------------------------------

 

                                                                      ນະຄອນຫຼວງວຽງຈັນ, ວັນທີ 3 ຕຸລາ 2022

 

ສະຫາຍ ຫຼີ ເຄີ້ສຽງ, ນາຍົກລັດຖະມົນຕີ ແຫ່ງ ສປ ຈີນ ທີ່ນັບຖື ແລະ ຮັກແພງ,

         

ເນື່ອງໃນໂອກາດວັນສະຖາປະນາ ສາທາລະນະລັດ ປະຊາຊົນຈີນ ຄົບຮອບ 73 ປີ, ໃນນາມ ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍຖືໂອກາດນີ້ ສົ່ງຄໍາອວຍພອນອັນອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງ ສະຫາຍ ຫຼີ ເຄີ້ສຽງ ພ້ອມດ້ວຍຄະນະລັດຖະບານ ແຫ່ງ ສາທາລະນະລັດ ປະຊາຊົນຈີນ ແລະ ປະຊາຊົນຈີນອ້າຍນ້ອງ ທຸກຖ້ວນໜ້າ.

         

ຂ້າພະເຈົ້າ ມີຄວາມປິຕິຊົມຊື່ນເປັນຢ່າງຍິ່ງ ທີ່ເຫັນວ່າຕະຫຼອດໄລຍະ 73 ປີ ທີ່ຜ່ານມາ, ພາຍໃຕ້ການຊີ້ນຳ-ນໍາພາ ອັນສະຫຼາດສ່ອງໃສຂອງພັກກອມມູນິດຈີນ, ປະຊາຊົນຈີນອ້າຍນ້ອງ ສາມາດຍາດໄດ້ຜົນສໍາເລັດ ອັນໃຫຍ່ຫຼວງຢ່າງຮອບ ດ້ານ, ເຮັດໃຫ້ບົດບາດຂອງ ສປ ຈີນ ພົ້ນເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ. ໃນໄລຍະທີ່ທົ່ວປະເທດຈີນ ປະເຊີນກັບການແຜ່ລະບາດຂອງພະຍາດໂຄວິດ-19, ໂດຍການນໍາພາຂອງ ສູນກາງພັກກອມມູນິດຈີນ ທີ່ມີ ສະຫາຍເລຂາທິການໃຫຍ່, ປະທານປະເທດ ສີ ຈິ້ນຜິງ ເປັນແກນກາງ, ໄດ້ຊີ້ນໍາລັດຖະບານ ແລະ ທົ່ວສັງຄົມດຳເນີນມາດຕະການປ້ອງກັນ ແລະ ສະກັດກັ້ນ ຢ່າງເຂັ້ມງວດ ແລະ ມີປະສິດທິຜົນ, ປະຊາຊົນຈີນທົ່ວປະເທດ ໄດ້ສາມັກຄີເປັນປຶກແຜ່ນຮ່ວມແຮງຮ່ວມໃຈກັນສູ້ຊົນ ສຸມທຸກກຳລັງໃນທົ່ວສັງຄົມ, ທຶນຮອນ, ເຕັກນິກວິທະຍາສາດ ແລະ ບຸກຄະລາກອນການແພດ ໃນການຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ຈົນໄດ້ຮັບຜົນສໍາເລັດຢ່າງເປັນໜ້າຊົມຊື່ນຍິນດີໃນທົ່ວໂລກ, ລວມທັງການກໍານົດແນວທາງນະໂຍບາຍໃນການຟື້ນຟູການຜະລິດ ແລະ ພັດທະນາເສດຖະກິດຂອງປະເທດ ໃຫ້ກັບຄືນສູ່ສະພາບປົກກະຕິຢ່າງໄວວາ. ຄຽງຄູ່ກັນນັ້ນ, ຍັງມີແນວທາງນະໂຍບາຍການແກ້ໄຂຄວາມທຸກຍາກຂອງປະຊາຊົນຢ່າງຖືກຈຸດ, ອັນໄດ້ເຮັດໃຫ້ປະຊາຊົນຈີນຫຼາຍຮ້ອຍລ້ານຄົນ ຫຼຸດພົ້ນອອກຈາກຄວາມທຸກຍາກໄດ້ໃນເວລາອັນສັ້ນໆ, ຊຶ່ງເປັນຜົນງານອັນຍິ່ງໃຫຍ່ທີ່ມີຄວາມໝາຍປະຫວັດສາດ ຂອງ ສປ ຈີນ, ທັງເປັນບົດຮຽນລໍ້າຄ່າໃຫ້ແກ່ບັນດາປະເທດໃນໂລກ.

         

ສປປ ລາວ ພວກຂ້າພະເຈົ້າ ເວລາໃດກໍ່ຖືສໍາຄັນເປັນພິເສດຕໍ່ການພົວພັນຮ່ວມມືກັບ ສປ ຈີນ, ໃນຖານະທີ່ຂ້າພະເຈົ້າ ເປັນຜູ້ຊີ້ນໍາ-ນໍາພາ ວຽກງານຕົວຈິງຂອງລັດຖະບານ, ບົນພື້ນຖານການເປັນຄູ່ຮ່ວມຍຸດທະສາດຮອບດ້ານ  ໝັ້ນຄົງ ຍາວນານ ຕາມທິດ 4 ດີ ແລະ ຄູ່ຮ່ວມຊາຕາກໍາ ລາວ-ຈີນ ຈີນ-ລາວ, ຂ້າພະເຈົ້າ ຈະສືບຕໍ່ເພີ່ມທະວີຊຸກຍູ້ບັນດາພາກສ່ວນທີ່ກ່ຽວຂ້ອງຂອງສູນກາງ ແລະ ທ້ອງຖິ່ນ ໃນການເອົາໃຈໃສ່ຈັດຕັ້ງປະຕິບັດຜັນຂະຫຍາຍຄວາມເຫັນເປັນເອກະພາບ ແລະ ການຕົກລົງຂອງຜູ້ນໍາສູງສຸດຂອງສອງພັກ, ສອງລັດ ລາວ-ຈີນ ໂດຍຮ່ວມກັບພາກສ່ວນທີ່ກ່ຽວຂ້ອງຂອງ ສປ ຈີນ ໃຫ້ປະກົດຜົນເປັນຈິງ ເພື່ອປະກອບສ່ວນສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມື ທີ່ດີ  ລະຫວ່າງສອງປະເທດ ໃຫ້ນັບມື້ໄດ້ຮັບໝາກຜົນຍິ່ງຂຶ້ນຢ່າງບໍ່ຢຸດຢັ້ງ.

         

ຂໍອວຍພອນໃຫ້ກອງປະຊຸມໃຫຍ່ຄັ້ງທີ XX ຂອງພັກກອມມູນິດຈີນ ທີ່ຈະໄຂຂຶ້ນໃນມໍ່ໆນີ້ ຈົ່ງປະສົບຜົນສໍາເລັດຢ່າງຈົບງາມ.

         

ຂໍອວຍພອນໄຊໃຫ້ ສະຫາຍນາຍົກລັດຖະມົນຕີ, ຄະນະລັດຖະບານ ແລະ ປະຊາຊົນຈີນອ້າຍນ້ອງ ຈົ່ງມີສຸຂະພາບເຂັ້ມແຂງ, ມີພະລານາໄມສົມບູນ ແລະ ສືບຕໍ່ນຳພາປະເທດຈີນປະສົບຜົນສໍາເລັດໃໝ່ໃຫຍ່ຫຼວງກວ່າເກົ່າ ໃນພາລະກິດສ້າງສາປະເທດຕາມເສັ້ນທາງສັງຄົມນິຍົມທີ່ທັນສະໄໝຕາມສີສັນພິເສດຂອງຈີນ, ບັນລຸເປົ້າໝາຍສູ້ຊົນ 100 ປີ ເຫດການທີສອງ ແລະ ບັນລຸການຟື້ນຟູຄວາມຮຸ່ງເຮືອງສີວິໄລຂອງປະຊາຊາດຈີນ.

                                                                            

                                ດ້ວຍຄວາມຮັກແພງຖານເພື່ອນມິດສະຫາຍ,

                                                         

                 

 

                                          ພັນຄໍາ ວິພາວັນ                         

 

ສະຫາຍ ຫຼີ ເຄີ້ສຽງ

ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາຊົນຈີນ.

ທີ່ ນະຄອນຫຼວງປັກກິ່ງ.

---------------------------------------------------------------------------------------------------------------------------------

ນະຄອນຫຼວງວຽງຈັນ, ວັນທີ 3 ຕຸລາ 2022

 

ສະຫາຍ ຫວັງ ອີ້ ທີ່ນັບຖື ແລະ ຮັກແພງ,

       

ເນື່ອງໃນໂອກາດວັນສະຖາປະນາ ສາທາລະນະລັດ ປະຊາຊົນຈີນ ຄົບຮອບ 73 ປີ, ຂ້າພະ ເຈົ້າ  ຂໍຕາງໜ້າຄະນະນໍາ, ພະນັກງານ ກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິ ປະໄຕ ປະຊາຊົນລາວ ກໍຄືໃນນາມສ່ວນຕົວ ສົ່ງພອນໄຊອັນປະເສີດມາຍັງສະຫາຍ ແລະ ໂດຍຜ່ານສະຫາຍ ໄປຍັງບັນດາ ສະຫາຍຄະນະນຳ ພ້ອມດ້ວຍພະນັກງານ ກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາຊົນຈີນ ທຸກຖ້ວນໜ້າ.

       

ຂ້າພະເຈົ້າ, ຮູ້ສຶກປິຕິຍິນດີເປັນຢ່າງຍິ່ງຕໍ່ຜົນສຳເລັດອັນໃຫຍ່ຫຼວງທີ່ສະຫາຍຈີນອ້າຍນ້ອງ ຍາດມາໄດ້ຕະຫຼອດໄລຍະ 73 ປີທີ່ຜ່ານມາ ໂດຍສະເພາະ ຜົນສໍາເລັດດ້ານວຽກງານການຕ່າງປະ ເທດ ທີ່ໄດ້ການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດສ້າງສັນຕິພາບ ແລະ ການຮ່ວມມືກັບບັນດາປະເທດໃນພາກພື້ນ ແລະ ໃນໂລກ ເພື່ອການພັດທະນາ ແລະ ເຊື່ອມໂຍງເຊື່ອມຈອດ ຂອງໂລກ, ຊຶ່ງສອດຄ່ອງກັບແນວທາງນະໂຍບາຍການຕ່າງປະເທດ ຕາມແນວຄວາມຄິດ ຂອງ ປະທານ ສີ ຈິ້ນຜິງ ວ່າດ້ວຍວຽກງານການຕ່າງປະເທດຂອງ ສປ ຈີນ ໃນຍຸກສະໄໝໃໝ່.

       

ຂ້າພະເຈົ້າ ຂໍຢໍ້າຄືນຢ່າງໜັກແໜ້ນວ່າ, ພັກ ແລະ ລັດຖະບານ ສປປ ລາວ ພ້ອມແລ້ວທີ່ຈະສືບຕໍ່ຮ່ວມມືຢ່າງໃກ້ຊິດກັບສະຫາຍ, ບັນດາການນຳ ແລະ ພະນັກງານ ກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາຊົນຈີນ ໃນການປະກອບສ່ວນເສີມຂະຫຍາຍສາຍພົວພັນຮ່ວມມືລະຫວ່າງສອງປະເທດພວກເຮົາ ໃຫ້ໄດ້ຮັບໝາກຜົນອັນໃໝ່ ແລະ ກ້າວຂຶ້ນສູ່ລະດັບສູງຢ່າງບໍ່ຢຸດຢັ້ງ. ພ້ອມດຽວກັນ, ກໍຈະສືບຕໍ່ໃຫ້ການສະໜັບສະໜູນ ສປ ຈີນ ຢ່າງຕັ້ງໜ້າ ຕໍ່ກັບແນວຄວາມຄິດຂອງສະຫາຍເລຂາທິການໃຫຍ່ ສີ ຈິ້ນຜິງ ສະເໜີອອກມາໃນການສ້າງປະຊາຄົມຮ່ວມຊະຕາກໍາຂອງມວນມະນຸດ, ຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ”, ຂໍ້ລິເລີ່ມ “ວ່າດ້ວຍຄວາມໝັ້ນຄົງໃນທົ່່ວໂລກ”, ຂໍ້ລິເລີ່ມ “ວ່າດ້ວຍການພັດທະນາໃນທົ່ວໂລກ” ແລະ ຂອບການຮ່ວມມືອື່ນໆ ເພື່ອນໍາເອົາຜົນປະໂຫຍດຕົວຈິງມາສູ່ສອງປະເທດພວກເຮົາ ທັງເປັນການປະກອບສ່ວນໃຫ້ແກ່ການປົກປັກຮັກສາສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື ເພື່ອການພັດທະນາໃນພາກພື້ນ ແລະ ສາກົນ.

       

ໃນໂອກາດອັນສະຫງ່າລາສີນີ້, ຂ້າພະເຈົ້າ ຂໍຖືໂອກາດນີ້ອວຍພອນໃຫ້ກອງປະຊຸມໃຫຍ່ ຄັ້ງທີ XX ຂອງ ພັກກອມມູນິດຈີນ ທີ່ຈະຈັດຂຶ້ນໃນມໍ່ໆນີ້ ຈົ່ງປະສົບຜົນສໍາເລັດຢ່າງຈົບງາມ.    

       

ຂໍອວຍພອນ​ໄຊໃຫ້ ສະຫາຍ ພ້ອມດ້ວຍຄະນະນໍາ ແລະ ພະນັກງານກະຊວງການຕ່າງ ປະເທດ ແຫ່ງ ສາທາລະນະລັດ ປະຊາຊົນຈີນ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ຍາດໄດ້ຜົນສຳເລັດອັນໃໝ່ ໃນໜ້າທີ່ອັນມີກຽດສະຫງ່າຂອງພວກສະຫາຍທຸກປະການ.

       

                                                  ດ້ວຍຄວາມນັບຖືຢ່າງສູງ,

                                                  

                                                                ສະເຫຼີມໄຊ ກົມມະສິດ

 

ສະຫາຍ ຫວາງ ອີ້                                           

ທີ່ປຶກສາແຫ່ງລັດ, ລັດຖະມົນຕີກະຊວງການຕ່າງປະເທດ

ແຫ່ງ ສາທາລະນະລັດ ປະຊາຊົນຈີນ.

ທີ່ ນະຄອນຫຼວງປັກກິ່ງ.

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
487513
ມື້ນີ້181
ມື້ວານ167
ອາທິດນີ້1175
ເດືອນນີ້906