ນະຄອນຫຼວງວຽງຈັນ, ວັນທີ 16 ຕຸລາ 2022
ສະຫາຍ ຫຼີ ເຄີ້ສຽງ ທີ່ຮັກແພງ,
ເນື່ອງໃນໂອກາດພັກກອມມູນິດຈີນ ດໍາເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XX, ເຊິ່ງໄດ້ໄຂຂຶ້ນທີ່ນະຄອນຫຼວງປັກກິ່ງ ໃນວັນທີ 16 ຕຸລາ 2022, ໃນນາມ ລັດຖະບານ ແລະ ປະຊາຊົນລາວ ກໍຄືໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງ ສະຫາຍ ແລະ ຜ່ານສະຫາຍ ໄປຍັງ ລັດຖະບານ ແລະ ປະຊາຊົນຈີນ ອ້າຍນ້ອງທຸກຖ້ວນໜ້າ.
ນະຄອນຫຼວງວຽງຈັນ, ວັນທີ 1 ຕຸລາ 2022
ພະນະທ່ານ,
ເນື່ອງໃນໂອກາດຄົບຮອບ 25 ປີ ແຫ່ງ ການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ຕັດຈິກິດສະຖານ, ຂ້າພະເຈົ້າ ຂໍສົ່ງຄໍາຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງ ພະນະທ່ານ ແລະ ຜ່ານ ພະນະທ່ານ ໄປຍັງ ພະນັກງານກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ຕັດຈິກິດສະຖານ ທຸກຖ້ວນໜ້າ.
ຂ້າພະເຈົ້າ ມີຄວາມຍິນດີເປັນຢ່າງຍິ່ງ ທີ່ເຫັນວ່າ ຕະຫຼອດໄລຍະ 25 ປີທີ່ຜ່ານມາ, ສາຍພົວພັນມິດ ຕະພາບ ແລະ ການຮ່ວມມື ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ຕັດຈິກິດສະຖານ ໄດ້ຮັບການຮັດແໜ້ນບົນພື້ນຖານແຫ່ງການເຄົາລົບຊຶ່ງກັນ ແລະ ກັນ ແລະ ຕ່າງຝ່າຍຕ່າງມີີຜົນປະໂຫຍດ. ຂ້າພະເຈົ້າ ເຊື່ອໝັ້ນວ່າ ດ້ວຍຄວາມພະຍາຍາມຮ່ວມກັນ, ການພົວພັນຮ່ວມມື ລາວ ແລະ ຕັດຈິກິດສະຖານ ຈະໄດ້ຮັບການຮັດແໜ້ນ ແລະ ເສີມຂະຫຍາຍຍິ່ງໆຂຶ້ນ ເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດພວກເຮົາ ກໍ່ຄື ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອການພັດທະນາໃນພາກພື້ນ ແລະ ໃນໂລກ.
ຂ້າພະເຈົ້າ ຂໍຖືໂອກາດນີ້ ອວຍພອນ ພະນະທ່ານ ຈົ່ງມີສຸຂະພາບເຂັ້ມແຂງ, ມີພະລານາໄມສົມບູນ ແລະ ປະສົບຜົນສຳເລັດໃນໜ້າທີ່ອັນມີກຽດຂອງ ພະນະທ່ານ.
ດ້ວຍຄວາມນັບຖືຢ່າງສູງ,
ສະເຫຼີມໄຊ ກົມມະສິດ
ພະນະທ່ານ ຊິໂຣຈິດດິນ ມູຣິດດິນ
ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ຕັດຈິກິດສະຖານ
ດູຊັນເບ
ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ພະນະທ່ານ ທອງລຸນ ສີສຸລິດ
ພະນະທ່ານປະທານປະເທດ,
ເນື່ອງໃນໂອກາດທີ່ມີຄວາມໝາຍສໍາຄັນຄົບຮອບ 30 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສາທາລະນະລັດ ອຸດສະເບກິດສະຖານ ແລະ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ຂ້າພະເຈົ້າ ຂໍ ສົ່ງຄຳຊົມເຊີຍອັນຈິງໃຈ ມາຍັງ ພະນະທ່ານ ແລະ ປະຊາຊົນລາວ ທຸກຖ້ວນໜ້າ.