ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສານອວຍພອນວັນຊາດ ຣາຊະອານາຈັກ ກຳປູເຈຍ ຂອງບັນດາການນຳຂັ້ນສູງ ສປປ ລາວ ສົ່ງເຖິງຝ່າຍ ກຳປູເຈຍ..

ນະຄອນຫຼວງ​ວຽງ​ຈັນ, ວັນ​ທີ     09    ພະຈິກ 2022

 

ພະ​ບາດ ສົມ​ເດັດ ພະບໍຣົມມະນຽດ ໂນໂຣດົມ ສີຫາໂມນີ

ພະ​ມະຫາ​ກະສັດ ​ແຫ່ງ ຣາຊະ​ອານາຈັກ ກໍາປູ​ເຈຍ                            

ທີ່ ນະຄອນຫຼວງ​ພະນົມ​ເປັນ

ພະ​ບາດສົມ​ເດັດ,

 

ເນື່ອງ​ໃນ​ໂອກາດ​ວັນ​ປະກາດ​ເອ​ກະລາດ ແຫ່ງ ຣາຊະ​ອານາຈັກ​ ກໍາປູ​ເຈຍ ຄົບຮອບ 69 ປີ,ໃນ​ນາມ​ປະຊາຊົນລາວ ແລະ ໃນ​ນາມ​ສ່ວນ​ຕົວ, ຂ້າພະ​ເຈົ້າ ມີຄວາມປິຕິຍິນດີເປັນຢ່າງຍິ່ງ ຂໍ​ສົ່ງ​ຄໍາ​ຊົມເຊີຍອັນ​ອົບອຸ່ນ ​ແລະ ພອນ​ໄຊ​ອັນ​ປະ​ເສີດ ມາ​ຍັງ ພະ​ບາດສົມ​ເດັດ ແລະ ປະຊາຊົນ ແຫ່ງ ຣາ​ຊະ​ອາ​ນາ​ຈັກ ​ກໍາປູ​ເຈຍ ທຸກ​ຖ້ວນ​ໜ້າ.

 

ຂ້າພະ​ເຈົ້າ ມີຄວາມພາກພູມໃຈເປັນຢ່າງຍິງທີ່ເຫັນວ່າ​​ ສາຍ​ພົວພັນ​ມິດຕະພາບ ແລະ​ ການ​ຮ່ວມ​ມືອັນດີງາມທີ່​ມີ​ມາ​ແຕ່​ດົນ​ນານ ຖານ​ບ້ານ​ໃກ້​ເຮືອນ​ຄຽງທີ່​ດີ ກໍຄື ການເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ ແລະ ໝັ້ນ​ຄົງ​ຍາວ​ນານ ລະຫວ່າງ ​ສອງ​ປະ​ເທດ ແລະ ​ປະຊາຊົນ​ສອງ​ຊາດ​ພວກ​ເຮົາ ໄດ້ຮັບເພີ່ມພູນຄູນສ້າງຢ່າງບໍ່ຢຸດຢັ້ງ. ຂ້າພະເຈົາ ມີຄວາມໝາຍໝັ້ນ ຮ່ວມກັບ ສົມເດັດ ເພື່ອເສີມຂະຫຍາຍໃຫ້ສາຍພົວພັນອັນດີງາມດັ່ງກ່າວ ສືບຕໍ່ໄດ້ຮັບການພັດທະນາ ແລະແຕກດອກອອກຜົນ ເພື່ອນຳຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດຂພວກເຮົາ, ທັງເປັນການປະກອບສ່ວນເຂົ້າໃນການເສີມສ້າງ ສັນຕິພາບ, ສະຖຍງລະພາບ ແລະ ການຮ່ວມມື ເພື່ອພັດທະນາໃນພາກພື້ນ ແລະ ສາກົນ.

 

ຂ້າ​ພະ​ເຈົ້າ ເຊື່ອໝັ້ນວ່າ ພາຍໃຕ້ພະບໍຣົມໂພທິສົມພານຂອງ ພະບາດສົມເດັດ, ປະຊາຊົນກຳປູເຈຍທັງຊາດ ຈະສືບຕໍ່ມີຄວາມຮົ່ມເຢັນເປັນສຸກ ແລະ ມີຄວາມຈະເລີນຮຸ່ງເຮືອງຍິ່ງໆຂຶ້ນໄປ.

ຂໍຖວາຍພະ​ພອນ​ແດ່ ພະ​ບາດ​ສົມ​ເດັດ ຊົງ​ມີ​ພະ​ລາ​ນາ​ໄມ​ສົມບູນ, ມີ​ຄວາມ​ຜາ​ສຸກ, ມີພະຊົນມາຍຸຍືນຍາວນານ ​ແລະ ປະສົບຜົນສໍາເລັດໃນພາລະກິດອັນມີກຽດສູງສົ່ງຂອງພະອົງ.

 

                                  ດ້ວຍ​ຄວາມ​ນັບຖື​ຢ່າງ​ສູງ,

 

 

ທອງລຸນ ສີສຸລິດ

----------------------------------------------------------------------------------------------------------

ນະຄອນຫຼວງ​ວຽງ​ຈັນ, ວັນ​ທີ  9  ພະຈິກ 2022

ສົມ​ເດັດ,

​       

ໃນ​ນາມ​ລັດຖະບານ ​ແຫ່ງ ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ ກໍຄື​ ໃນ​ນາມ​ສ່ວນ​ຕົວ, ຂ້າພະ​ເຈົ້າ​ ມີຄວາມຍິນດີເປັນຢ່າງຍິ່ງ ຂໍ​ສົ່ງ​ຄໍາ​ຊົມ​ເຊີຍ​ອັນ​ອົບ​ອຸ່ນ ​ແລະ ພອນ​ໄຊ​ອັນ​ປະ​ເສີດ ມາ​ຍັງ​ ລັດຖະບານ ​ແລະ ປະຊາຊົນ​ ແຫ່ງ ຣາຊະອານາຈັກ ກໍາປູ​ເຈຍ ເພື່ອນມິດທຸກ​ຖ້ວນ​ໜ້າ ​ເນື່ອງ​ໃນ​ໂອກາດວັນ​ປະກາດເອກະລາດ ແຫ່ງ ຣາຊະ​ອານາຈັກ ກໍາປູ​ເຈຍ ຄົບຮອບ 69 ປີ.

 

ຂ້າພະ​ເຈົ້າ ຕີລາຄາສູງຕໍ່ ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງສອງປະເທດພວກເຮົາ ທີ່ໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງ ແລະ ແຕກດອກອອກຜົນໃນຊຸມປີຜ່ານມາ. ສອງປະເທດພວກເຮົາໄດ້ມີການແລກປ່ຽນການຢ້ຽມຢາມ ລະຫວ່າງການນຳຂັ້ນສູງຢ່າງເປັນປົກກະຕິ ອັນໄດ້ເປັນການປະກອບສ່ວນ ເຂົ້້າໃນການຊຸກຍູ້ການຮ່ວມມືໃນຫຼາຍຂົງເຂດ ຂອງການເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ ແລະ ໝັ້ນ​ຄົງ​ຍາວ​ນານ ໃຫ້ໄດ້ຮັັບການຈັດຕັ້ງປະຕິບັດໃຫ້ເປັນຮູບປະທຳຫຼາຍຂຶ້ນ ທັງຂອບສອງຝ່າຍ ແລະ ຫຼາຍຝ່າຍ ເພື່ອນໍາເອົາຜົນປະໂຫຍດຕົວຈິງ ມາສູ່ ປະຊາຊົນສອງຊາດພວກເຮົາ ກໍຄື ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອພັດທະນາໃນພາກພື້ນ ແລະ ໃນໂລກ.

 

ປີນີ້ ກໍແມ່ນປີທີ່ມີຄວາມໝາຍສຳຄັນ ທີ່ ຣາຊະອານາຈັກ ກໍາປູເຈຍ ໄດ້ຮັບໜ້າທີ່ເປັນປະທານອາຊຽນ, ຂ້າພະເຈົ້າ ເຊື້ອໝັ້ນວ່າ ພາຍໃຕ້ການນໍາພາອັນສະຫຼາດສ່ອງໃສ ແລະ ປະສົບການທີ່ກວ້າງຂວາງຂອງພະນະທ່ານ ຣາຊະອານາຈັກກຳປູເຈຍ ຈະສາມາດຍາດໄດ້ຜົນສໍາເລັດຢ່າງໃຫຍ່ຫຼວງໃນການພັດທະນາປະເທດຊາດໃຫ້ຈະເລີນຮຸ່ງເຮືອງໃນທຸກດ້ານ ແລະ ສືບຕໍ່ພາລະກິດສໍາຄັນໃນພາກພື້ນ ແລະ ສາກົນ. 

 

ຂ້າພະເຈົ້າ  ຂໍຖືໂອກາດອັນສະຫງ່າລາສີນີ້, ​ອວຍພອນ​ໃຫ້ ສົມ​ເດັດ ຈົ່ງ​ມີ​ສຸຂະພາບ​ເຂັ້ມ​ແຂງມີ​ຄວາມ​ຜາ​ສຸກ ​ແລະ ປະສົບ​ຜົນ​ສໍາ​ເລັດອັນໃຫຍ່ຫຼວງກວ່າເກົ່າ​ໃນ​ພາລະ​ກິດ​ອັນ​ສູງ​ສົ່ງຂອງສົມເດັດ​ຂ້າພະເຈົ້າ ຫວັງວ່າຈະໄດ້ພົບປະຫາລື ກັບ ສົມເດັດ ໃນການເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 40, 41 ທີ່ ພະນົມເປັນ ໃນມໍ່ໆນີ້.

 

                                   ດ້ວຍ​ຄວາມ​ນັບຖື​ຢ່າງ​ສູງ,

        

 

    ພັນຄໍາ ວິພາວັນ

 

ສົມ​ເດັດ ອັກຄະ ມະຫາ​ ເສນາ​ ບໍດີ ​ເຕ​ໂຈ ຮຸນ ​​​ແຊນ                         

ນາຍົກລັດຖະມົນຕີ ​ແຫ່ງ ຣາຊະ​ອານາຈັກ ກໍາປູ​ເຈຍ                

ທີ່ ນະຄອນຫຼວງ​ພະນົມ​ເປັນ

----------------------------------------------------------------------------------------------------------

ນະຄອນຫຼວງ​ວຽງ​ຈັນ, ວັນ​ທີ   9 ພະຈິກ 2022

ພະນະ​ທ່ານ,

       

ເນື່ອງ​ໃນ​ໂອກາດວັນ​ປະກາດ​ເອ​ກະລາດ ​ແຫ່ງ ຣາຊະ​ອານາຈັກ​ ກໍາປູ​ເຈຍ ຄົບຮອບ 69 ປີ​​ໃນ​ນາມ​ກະຊວງ​ການ​ຕ່າງປະ​ເທດ ​ແຫ່ງ ສາທາລະນະ​ລັດ​ ປະຊາທິປະ​ໄຕ​ ປະຊາຊົນ​ລາວ ກໍ​ຄື​ ໃນ​ນາມ​ສ່ວນ​ຕົວ, ຂ້າພະ​ເຈົ້າ​ ມີ​ຄວາມຍິນ​ດີ​ເປັນ​ຢ່າງ​ຍິ່ງ ຂໍສົ່ງ​ຄໍາຊົມ​ເຊີຍ​ອັນ​ອົບ​ອຸ່ນ ແລະ ພອນ​ໄຊ​ອັນ​ປະ​ເສີດ ມາ​ຍັງ​ ພະນະ​ທ່ານ ແລະ ຜ່ານ ​ພະນະ​ທ່ານ ​ໄປ​ຍັງ ​ພະນັກງານກະຊວງ​ການ​ຕ່າງປະ​ເທດ ​ແລະ ຮ່ວມ​ມື​ສາກົນ ​ແຫ່ງ ຣາຊະ​ອານາຈັກ ກໍາປູ​ເຈຍ ທຸກ​ຖ້ວນ​ໜ້າ.

 

ຂ້າພະ​ເຈົ້າ ມີຄວາມພາກພູມໃຈທີ່ເຫັນ​ວ່າ ສາຍ​ພົວພັນ​ມິດຕະພາບ, ຄວາມ​ສາມັກຄີ​​ ແລະ ການຮ່ວມມືທີ່ມີມາແຕ່ດົນນານ ຖານບ້ານໃກ້ເຮືອນຄຽງທີ່ດີ​ ​ແລະ ການເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານ ລະຫວ່າງສອງ​ປະ​ເທດ ກໍ​ຄື ສອງ​ກະຊວງ​ການ​ຕ່າງປະ​ເທດ​ຂອງ​ພວກ​ເຮົາ ໄດ້ຮັບການເພີ່ມພູນຄູນສ້າງໃນຊຸມປີທີ່ຜ່ານມາ ແລະ ໄດ້ຮັບຜົນສໍາເລັດໃນຫຼາຍຂົງເຂດການຮ່ວມມື ອັນໄດ້ນຳເອົາຜົນປະໂຫຍດຕົວຈິງ ມາສູ່ ປະຊາຊົນສອງຊາດພວກເຮົາ        ພິເສດແມ່ນ ຜົນສໍາເລັດກອງປະຊຸມ JCBC ຄັ້ງທີ 14 ເຊິ່ງຊ່ວຍຊຸກຍູ້ການຮ່ວມມືຂອງພວກເຮົາໃຫ້ໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງ. ຂ້າພະເຈົ້າ ພ້ອມແລ້ວທີ່ຈະຮ່ວມເຮັດວຽກ ກັບ ພະ ນະທ່ານຢ່າງໃກ້ຊິດ ແລະ ເຊື້ອໝັ້ນວ່າ ພາຍໃຕ້ການເປັນປະທານອາຊຽນຂອງ ຣາຊະອານາຈັກ ກຳປູເຈຍ ຈະສືບຕໍ່ນໍາເອົາຜົນປະໂຫຍດຮ່ວມກັນ ມາສູ່ ປະຊາຊົນສອງຊາດພວກເຮົາ ເພື່ອສ້າງຄວາມເຂັ້ມແຂງໃຫ້ອາຊຽນ, ສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອການພັດທະນາຢູ່ໃນພາກພື້ນ ແລະ ໃນໂລກ.

       

ຂ້າພະ​ເຈົ້າ ຂໍ​ຖື​ໂອກາດ​ອັນ​ສະຫງ່າ​ລາສີ​ນີ້​ ອວຍພອນ​ໃຫ້ ​ພະນະ​ທ່ານ ພ້ອມ​ດ້ວຍ​ພະນັກ ງານ​ກະຊວງ​ການ​ຕ່າງປະ​ເທດ ​ແລະ ຮ່ວມ​ມື​ສາກົນ ​​ແຫ່ງ ຣາຊະ​ອານ​າຈັກ ​ກໍາປູ​ເຈຍ ຈົ່ງ​ມີ​ສຸຂະ ພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບ​ຜົນ​ສໍາ​ເລັດ​ໃນ​ພາລະ​ກິດ​ອັນ​ສູງ​ສົ່ງ​.

       

                                      ດ້ວຍ​ຄວາມ​ນັບຖື​ຢ່າງ​ສູງ,

 

 

  ສະເຫຼີມໄຊ ກົມມະສິດ

ພະນະ​ທ່ານ ປຣາກ ໂຊຄົນ,                                                            

ຮອງນາຍົກລັດຖະມົນຕີ,                                   

ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ແລະ ຮ່ວມ​ມື​ສາກົນ

​ແຫ່ງ ຣາຊະ​ອານາຈັກ ກໍາປູ​ເຈຍ

ທີ່ ນະຄອນຫຼວງ​ພະນົມ​ເປັນ.

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484572
ມື້ນີ້88
ມື້ວານ188
ອາທິດນີ້1010
ເດືອນນີ້3877