ນະຄອນຫລວງວຽງຈັນ,ວັນທີ 19 ສິງຫາ 2020
ພະນະທ່ານ,
ເນື່ອງໃນໂອກາດວັນປະກາດເອກະລາດ ແຫ່ງ ສາທາລະນະລັດ ອິດສະລາມ ອັບການິດສະຖານ ຄົບຮອບ 101 ປີ, ຂ້າພະເຈົ້າ ມີຄວາມຍິນດີເປັນຢ່າງຍິ່ງ ສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງ ພະນະທ່ານ ແລະ ປະຊາຊົນ ອັບການິດສະ ຖານທຸກຖ້ວນໜ້າ.
ນະຄອນຫຼວງວຽງຈັນ, ວັນທີ 15 ສິງຫາ 2020
ພະນະທ່ານ,
ເນື່ອງໃນໂອກາດວັນປະກາດເອກະລາດ ແຫ່ງ ສາທາລະນະລັດ ກົງໂກ ຄົບຮອບ 40 ປີ, ຂ້າພະເຈົ້າ ມີຄວາມປິຕິຍິນດີເປັນຢ່າງຍິ່ງ ສົ່ງຄຳຊົມເຊີຍອັນຈິງໃຈ ແລະ ພອນໄຊອັນປະເສີດມາຍັງ ພະນະທ່ານ ແລະ ປະຊາຊົນ ກົງໂກ ທຸກຖ້ວນໜ້າ.
ໃນວັນທີ 14 ສິງຫາ 2020, ພະນະທ່ານ ບຸນຍັງ ວໍລະຈິດ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ສົ່ງສານຊົມເຊີຍເຖິງ ພະນະທ່ານ ວາລາດີເມຍ ປູຕິນ, ປະທານາທິບໍດີ ແຫ່ງ ສະຫະພັນ ຣັດເຊຍ ເພື່ອສະແດງຄວາມຍິນດີ ແລະ ພາກພູມໃຈ ທີ່ ສ. ຣັດເຊຍ ປະສົບຜົນສຳເລັດໃນການຄົ້ນຄວ້າ-ພັດທະນາຢາວັກແຊັງຕ້ານພະຍາດ ໂຄວິດ-19 ແລະ ໄດ້ລົງທະບຽນເປັນປະເທດທຳອິດຂອງໂລກ.