ນະຄອນຫຼວງວຽງຈັນ, ວັນທີ 07 ສິງຫາ 2020
ພະນະທ່ານ,
ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍຢ່າງຈິງໃຈມາຍັງ ພະນະທ່ານ ໃນໂອກາດທີ່ ພະນະທ່ານ ໄດ້ຮັບການແຕ່ງຕັ້ງໃຫ້ດຳລົງຕຳແໜ່ງເປັນ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ຣາຊະອານາຈັກໄທ, ເຊິ່ງເປັນການສະແດງໃຫ້ເຫັນເຖິງຜົນງານ ແລະ ຄວາມເຊື່ອໝັ້ນຂອງຂັ້ນເທິງ ທີ່ມີຕໍ່ພະນະທ່ານ.
ນະຄອນຫຼວງວຽງຈັນ, 07 ສິງຫາ 2020
ພະນະທ່ານ,
ຂ້າພະເຈົ້າ ມີຄວາມປິຕິຍິນດີເປັນຢ່າງຍິ່ງ ສົ່ງຄຳຊົມເຊີຍອັນຈິງໃຈແລະ ພອນໄຊອັນປະເສີດ ມາຍັງ ພະນະທ່ານ ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ກົດດີວົວ ຄົບຮອບ 60 ປີ.
ນະຄອນຫຼວງວຽງຈັນ, ວັນທີ 6 ສິງຫາ 2020
ພະນະທ່ານ,
ຂ້າພະເຈົ້າ ໄດ້ຮັບຂ່າວ ກ່ຽວກັບເຫດການລະເບີດຮຸນແຮງ ທີ່ບໍ່ເຄີຍເກີດຂຶ້ນມາກ່ອນ ທີ່ ນະຄອນຫຼວງ ເບຣຸດ, ສາທາລະນະລັດ ລີບັງ ໃນວັນທີ 4 ສິງຫາ 2020 ຜ່ານມາ, ເຊິ່ງໄດ້ສ້າງຄວາມເສຍຫາຍທາງດ້ານຊີວິດ ແລະ ຊັບສິນ ເປັນຈໍານວນຫຼວງຫຼາຍ ແກ່ປະຊາຊົນ ລີບັງ.