ນະຄອນຫຼວງວຽງຈັນ, ວັນທີ 05 ສິງຫາ 2020
ສະຫາຍ ຫງວຽນ ຊວັນ ຟຸກ ທີ່ນັບຖື,
ຂ້າພະເຈົ້າ ສຸດທີ່ມີຄວາມເປັນຫ່ວງ ເມື່ອໄດ້ຊາບຂ່າວ ການລະບາດຮອບໃໝ່ ຂອງພະຍາດ ໂຄວິດ-19 ຢູ່ ຫວຽດນາມ ອັນໄດ້ສ້າງຄວາມຫຍຸ້ງຍາກ ໃຫ້ແກ່ ພັກ-ລັດ ແລະ ຊີວິດການເປັນຢູ່ຂອງປະຊາຊົນ ຫວຽດນາມ ອ້າຍນ້ອງ, ໂດຍສະເພາະແມ່ນນະຄອນດານັງ ບ່ອນທີ່ຂ້າພະເຈົ້າ ແລະ ສະຫາຍ ຫາກໍພົບປະກັນ ໃນຕົ້ນເດືອນ ກໍລະກົດ ຜ່ານມາ.
ນະຄອນຫຼວງວຽງຈັນ, ວັນທີ 07 ສິງຫາ 2020
ພະນະທ່ານ,
ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍຢ່າງຈິງໃຈມາຍັງ ພະນະທ່ານ ໃນໂອກາດທີ່ ພະນະທ່ານ ໄດ້ຮັບການແຕ່ງຕັ້ງໃຫ້ດຳລົງຕຳແໜ່ງເປັນ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ຣາຊະອານາຈັກໄທ, ເຊິ່ງເປັນການສະແດງໃຫ້ເຫັນເຖິງຜົນງານ ແລະ ຄວາມເຊື່ອໝັ້ນຂອງຂັ້ນເທິງ ທີ່ມີຕໍ່ພະນະທ່ານ.
ນະຄອນຫຼວງວຽງຈັນ, 07 ສິງຫາ 2020
ພະນະທ່ານ,
ຂ້າພະເຈົ້າ ມີຄວາມປິຕິຍິນດີເປັນຢ່າງຍິ່ງ ສົ່ງຄຳຊົມເຊີຍອັນຈິງໃຈແລະ ພອນໄຊອັນປະເສີດ ມາຍັງ ພະນະທ່ານ ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ກົດດີວົວ ຄົບຮອບ 60 ປີ.