ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຈົດໝາຍສະແດງຄວາມເຫັນໃຈ ຕໍ່ກັບສະພາບການແຜ່ລະບາດ ຂອງພະຍາດໂຄວິດ-19 ຮອບໃໝ່ ຢູ່ ສສ. ຫວຽດນາມ

 


ນະຄອນຫຼວງວຽງຈັນ, ວັນທີ 05 ສິງຫາ 2020

 

ສະຫາຍ ຫງວຽນ ຊວັນ ຟຸກ ທີ່ນັບຖື,

 

ຂ້າພະເຈົ້າ ສຸດທີ່ມີຄວາມເປັນຫ່ວງ ເມື່ອໄດ້ຊາບຂ່າວ ການລະບາດຮອບໃໝ່ ຂອງພະຍາດ ໂຄວິດ-19 ຢູ່ ຫວຽດນາມ ອັນໄດ້ສ້າງຄວາມຫຍຸ້ງຍາກ ໃຫ້ແກ່ ພັກ-ລັດ ແລະ ຊີວິດການເປັນຢູ່ຂອງປະຊາຊົນ ຫວຽດນາມ ອ້າຍນ້ອງ, ໂດຍສະເພາະແມ່ນນະຄອນດານັງ ບ່ອນທີ່ຂ້າພະເຈົ້າ ແລະ ສະຫາຍ ຫາກໍພົບປະກັນ ໃນຕົ້ນເດືອນ ກໍລະກົດ ຜ່ານມາ.

 

ຕາງໜ້າໃຫ້ພັກ, ລັດຖະບານ ສປປ ລາວ, ຂ້າພະເຈົ້າ ຂໍສົ່ງຄຳຢື້ຢາມຖາມຂ່າວ ແລະ ຄວາມເປັນຫ່ວງອັນຈິງໃຈ ແລະ ເລິກເຊິ່ງ ເຖິງສະຫາຍ ແລະ ຜ່ານສະຫາຍ ໄປຍັງ ປະຊາຊົນ ຫວຽດນາມ ອ້າຍນ້ອງ.

 

ຂ້າພະເຈົ້າເຊື່ອໜັ້ນວ່າ, ພາຍໃຕ້ການນໍາພາອັນສະຫຼາດສ່ອງໃສຂອງພັກ ແລະ ລັດຖະບານ ຫວຽດນາມ, ໂດຍສະເພາະການເອົາໃຈໃສ່ຂອງສະຫາຍ ສສ ຫວຽດນາມ ອ້າຍນ້ອງ ຈະສາມາດຄວບຄຸມການແຜ່ລະບາດ ຂອງພະຍາດ ໂຄວິດ-19 ໄດ້ ແລະ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນ ຫວຽດນາມ ເຂົ້າສູ່ສະພາບປົກກະຕິໂດຍໄວ.

 

ລັດຖະບານ ແລະ ປະຊາຊົນ ລາວ ຍາມໃດກໍ່ຢູ່ຄຽງຂ້າງພັກ, ລັດຖະບານ ແລະ ປະຊາຊົນ ຫວຽດນາມອ້າຍນ້ອງໃນເວລາພົບຄວາມຫຍຸ້ງຍາກນີ້ ແລະ ຍົກສູງມູນເຊື້ອ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ.

 

ດ້ວຍຄວາມນັບຖື ຮັກແພງ.

 

 

ທອງລຸນ ສີສຸລິດ

ນາຍົກລັດຖະມົນຕີ

ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

 

 

ສະຫາຍ ຫງວຽນ ຊວນ ຟຸກ

ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ.

ທີ່ ນະຄອນຫຼວງຮ່າໂນ້ຍ.


 

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
487220
ມື້ນີ້55
ມື້ວານ191
ອາທິດນີ້882
ເດືອນນີ້613