ນະຄອນຫຼວງວຽງຈັນ, ວັນທີ 2 ມິຖຸນາ 2022
ພະນະທ່ານ,
ໃນນາມປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງ ພະນະທ່ານ ແລະ ປະຊາຊົນ ອີຕາລີ ທຸກຖ້ວນໜ້າ ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນຊາດ ແຫ່ງ ສາທາລະນະລັດ ອີຕາລີ ຄົບຮອບ 76 ປີ.
ນະຄອນຫຼວງວຽງຈັນ, 24 ພຶດສະພາ 2022
ພະນະທ່ານ,
ໃນນາມລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍ່ຄື ໃນນາມສ່ວນຕົວ, ຂ້າພະເຈົ້າ ມີຄວາມປິຕິຍິນດີເປັນຢ່າງຍິ່ງ ສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງ ພະນະທ່ານ ເນື່ອງໃນໂອກາດທີ່ ພະນະທ່ານ ໄດ້ຖືກເລືອກຕັ້ງໃຫ້ດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີ ຄົນທີ່ 31 ແຫ່ງ ອົດສະຕຣາລີ.
ພະນະທ່ານ,
ໃນນາມປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ມີຄວາມປິຕິຍິນດີເປັນຢ່າງຍິ່ງ ສົ່ງຄໍາຊົມເຊີຍອັນຈິງໃຈ ມາຍັງ ພະນະທ່ານ ທີ່ໄດ້ຮັບໄຊຊະນະໃນການເລືອກຕັ້ງດຳລົງຕຳແໜ່ງເປັນປະທານາທິບໍດີ ແຫ່ງ ສາທາລະນະລັດ ຟິລິບປິນ ໃນວັນທີ 9 ພຶດສະພາ 2022 ທີ່ຜ່ານມາ.