ວັນທີ 21 ເມສາ 2022
ພະນະທ່ານ,
ຂ້າພະເຈົ້າ ໄດ້ຮັບຂ່າວເກີດເຫດນໍ້າຖ້ວມ ແລະ ດິນເຈື່ອນ ອັນເນື່ອງມາຈາກພາຍຸ ອາກາຕອນ ຢູ່ໃນແຂວງ ເລເຕ ຂອງສາທາລະນະລັດ ຟິລິບປິນ, ເຊິ່ງໄດ້ສ້າງຄວາມສູນເສຍຕໍ່ຊີວິດ ແລະ ຊັບສິນຂອງປະຊາຊົນ ຟິລິບປິນ ທີ່ດໍາລົງຊີວິດໃນພື້ນທີ່ດັ່ງກ່າວ.
ຕາງໜ້າລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມເຫັນອົກເຫັນໃຈຢ່າງເລີກເຊິ່ງ ຜ່ານພະນະທ່ານ ໄປຍັງລັດຖະບານ ແລະ ປະຊາຊົນ ຟິລິບປິນ ໂດຍສະເພາະບັນດາຄອບຄົວຜູ້ທີ່ໄດ້ຮັບເຄາະຮ້າຍ ຈາກໄພພິບັດທາງທໍາມະຊາດໃນຄັ້ງນີ້.
ຂ້າພະເຈົ້າ ເຊື່ອໝັ້ນວ່າ ດ້ວຍຄວາມເອົາໃຈໃສ່ຂອງລັດຖະບານ, ປະຊາຊົນ ຟິລິບປິນ ຈະສາມາດຜ່ານຜ່າຄວາມຫຍຸ້ງຍາກ ແລະ ຟື້ນຟູພື້ນທີ່ທີ່ໄດ້ຮັບຜົນກະທົບຈາກໄພພິບັດທໍາມະຊາດໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ.
ດ້ວຍຄວາມນັບຖືຢ່າງສູງ,
ສະເຫຼີມໄຊ ກົມມະສິດ,
ພະນະທ່ານ ທີໂອໂດໂຣ ແອວ. ລອກຊິນ ຈູເນຍ,
ລັດຖະມົນຕີຕ່າງປະເທດ ແຫ່ງ ສາທາລະນະລັດ ຟິລິບປິນ
ທີ່ ມະນິລາ