ນະຄອນຫຼວງວຽງຈັນ, 24 ພຶດສະພາ 2022
ພະນະທ່ານ,
ໃນນາມລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍ່ຄື ໃນນາມສ່ວນຕົວ, ຂ້າພະເຈົ້າ ມີຄວາມປິຕິຍິນດີເປັນຢ່າງຍິ່ງ ສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງ ພະນະທ່ານ ເນື່ອງໃນໂອກາດທີ່ ພະນະທ່ານ ໄດ້ຖືກເລືອກຕັ້ງໃຫ້ດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີ ຄົນທີ່ 31 ແຫ່ງ ອົດສະຕຣາລີ.
ຂ້າພະເຈົ້່າ ເຊື່ອໝັ້ນວ່າ ດ້ວຍການນໍາພາອັນສະຫຼາດສ່ອງໄສ ແລະ ປະສົບການອັນສູງສົ່ງຂອງ ພະນະທ່ານ, ອົດສະຕາລີ ຈະສືບຕໍ່ໄດ້ຮັບການພັດທະນາໃຫ້ຈະເລີນກ້າວໜ້າ ແລະ ມີບົດບາດອັນສໍາຄັນໃນພາກພື້ນ ແລະ ສາກົນ. ຂ້າພະເຈົ້າ ຫວັງວ່າ ຈະໄດ້ຮ່ວມເຮັດວຽກຢ່າງໃກ້ຊິດກັບ ພະນະທ່ານ ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ທີ່ມີຢູ່ແລ້ວນັ້ນ ລະຫວ່າງ ລາວ ແລະ ອົດສະຕຣາລີ ໃຫ້ຂະຫຍາຍຕົວຍິ່ງໆຂຶ້ນ ເພື່ອຜົນປະໂຫຍດຮ່ວມກັນຂອງປະຊາຊົນສອງປະເທດພວກເຮົາ ກໍຄືການຍົກລະດັບການພົວພັນ ອາຊຽນ-ອົດສະຕຣາລີ ໃຫ້ກ້າວຂຶ້ນສູ່ລະດັບສູງກວ່າເກົ່າ. ພ້ອມກັນນີ້, ຂ້າພະເຈົ້າກໍ່ຫວັງຢ່າງຍິ່ງວ່າ ຈະໄດ້ຮ່ວມກັນກັບ ພະນະທ່ານ ສະເຫຼີມສະຫຼອງ ວັນສ້າງຕັ້ງສາຍພົວພັນການທູດ ຂອງສອງຊາດພວກເຮົາ ຄົບຮອບ 70 ປີ ໃນປີນີ້.
ຂ້າພະເຈົ້າ ຂໍຖືໂອກາດອັນສະຫງ່າລາສີນີ້ ອວຍພອນໃຫ້ ພະນະທ່ານ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດໃນໜ້າທີ່ອັນມີກຽດສູງສົ່ງ ຂອງ ພະນະທ່ານ ແລະ ຂໍໃຫ້ປະຊາຊົນ ອົດສະຕຣາລີ ຈົ່ງມີຄວາມກ້າວໜ້າ ແລະ ວັດທະນະຖາວອນ ຍິ່ງໆຂຶ້ນ.
ດ້ວຍຄວາມນັບຖືຢ່າງສູງ.
ພັນຄຳ ວິພາວັນ
ພະນະທ່ານ ແອນໂຕນີ້ ແອວບານີຊີ
ນາຍົກລັດຖະມົນຕີ ແຫ່ງ ອົດສະຕຣາລີ
ທີ່ ແຄນເບີຣາ
--------------------------------------------------------------------------------------------------------------------------------------------------------
ວັນທີ 24 ພຶດສະພາ 2022
ພະນະທ່ານ,
ຂ້າພະເຈົ້າ ຂໍສະແດງຄໍາຊົມເຊີຍຢ່າງຈິງໃຈ ແລະ ພອນໄຊອັນປະເສີດ ມາຍັງ ພະນະທ່ານ ໃນໂອກາດທີ່ໄດ້ຮັບແຕ່ງຕັ້ງເປັນ ລັດຖະມົນຕີຕ່າງປະເທດ ແຫ່ງ ອົດສະຕຣາລີ ຄົນໃໝ່.
ຂ້າພະເຈົ້າມີຄວາມຍິນດີເປັນຢ່າງຍິ່ງ ທີ່ເຫັນວ່າ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ອົດສະຕຣາລີ ມີສາຍພົວພັນມິດຕະພາບ ອັນຍາວນານ ແລະ ມີການພົວພັນອັນດີ ຕະຫຼອດຫຼາຍທົດສະວັດຜ່ານມາ. ຂ້າພະເຈົ້າ ຫວັງຢ່າງຍິ່ງວ່າ ຈະໄດ້ຮ່ວມກັນກັບ ພະນະທ່ານ ສະເຫຼີມສະຫຼອງສາຍພົວພັນການທູດຂອງສອງປະເທດ ຄົບຮອບ 70 ປີ ແລະ ຈະໄດ້ເຮັດວຽກກັບ ພະນະທ່ານ ຢ່າງໃກ້ຊິດ ເພື່ອຊຸກຍູ້ໃຫ້ສາຍພົວພັນມິດຕະ ພາບຂອງສອງຊາດພວກເຮົາ ກ້າວຂຶ້ນສູ່ການຮ່ວມມືຮອບດ້ານໃນໂອກາດອັນສະຫງ່າລາສີນີ້. ພ້ອມກັນນີ້, ຂ້າພະເຈົ້າ ກໍ່ເຊື່ອໝັ້ນເປັນຢ່າງຍິ່ງວ່າ ດ້ວຍຄວາມພະຍາຍາມຮ່ວມກັນຂອງພວກເຮົາ ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ກໍ່ຄື ການເປັນຄູ່ຮ່ວມມືແຫ່ງການພົວພັນອາຊຽນ-ອົດສະຕຣາລີ ຈະກ້າວສູ່ລະດັບສູງກວ່າເກົ່າ.
ຂ້າພະເຈົ້າ ຕີລາຄາສູງຕໍ່ການພົບປະອັນສ້າງສັນກັບ ພະນະທ່ານ ໃນຄັ້ງວັນທີ 27 ພະຈິກ 2017 ທີ່ ນະຄອນຫຼວງ ແຄນເບີຣາ ແລະ ກຽມພ້ອມແລ້ວທີ່ຈະພົບປະກັບພະນະທ່ານໃນອະນາຄົດອັນໃກ້ນີ້. ຂ້າພະເຈົ້າ ຂໍຖືໂອກາດນີ້ ອວຍພອນໃຫ້ ພະນະທ່ານ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດໃນໜ້າທີ່ອັນສູງສົ່ງ.
ດ້ວຍຄວາມເຄົາລົບ ແລະ ນັບຖື ເປັນຢ່າງສູງ.
ສະເຫລີມໄຊ ກົມມະສິດ
ພະນະທ່ານ ນາງ ເພັນນີ ວ່ອງ
ລັດຖະມົນຕີຕ່າງປະເທດ ແຫ່ງ ອົດສະຕຣາລີ