ນະຄອນຫຼວງວຽງຈັນ, ວັນທີ 25 ເມສາ 2022
ພະນະທ່ານ,
ຂ້າພະເຈົ້າ ຂໍສະແດງຄວາມເສົ້າສະຫຼົດໃຈຢ່າງສຸດຊຶ້ງ ທີ່ໄດ້ຮັບຂ່າວການຈາກໄປຂອງ ພະນະທ່ານ ເອມິລິໂອ ສະແຕນລີ ມວຍ ກິບາກິ, ອະດີດປະທານາທິບໍດີ ແຫ່ງ ສາທາລະນະລັດ ເຄັນຢາ ໃນວັນທີ 22 ເມສາ 2022 ທີ່ຜ່ານມາ.
ການຈາກໄປຂອງ ພະນະທ່ານ ເອມິລິໂອ ສະແຕນລີ ມວຍ ກິບາກິ, ແມ່ນການສູນເສຍອັນໃຫຍ່ຫຼວງ ແລະ ແສນເຄົາລົບຮັກຂອງປະຊາຊົນເຄັນຢາ. ຂ້າພະເຈົ້າ ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍຄື ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງຄວາມໄຫວ້ອາໄລຢ່າງສຸດຊຶ້ງ ແລະ ແບ່ງເບົາຄວາມທຸກໂສກ ມາຍັງ ພະນະທ່ານ ແລະ ຜ່ານ ພະນະທ່ານ ໄປຍັງ ຄອບຄົວຂອງ ພະນະທ່ານ ເອມິລິໂອ ສະແຕນລີ ມວຍ ກິບາກິ, ລັດຖະບານ ແລະ ປະຊາຊົນເຄັນຢາ ມານະໂອກາດນີ້ດ້ວຍ.
ຂໍໃຫ້ດວງວິນຍານຂອງ ພະນະທ່ານ ເອມິລິໂອ ສະແຕນລີ ມວຍ ກິບາກິ ຈົ່ງໄປສູ່ສຸຂະຕິ.
ທອງລຸນ ສີສຸລິດ
ປະທານປະເທດ
ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ພະນະທ່ານ ອຸຮູຣູ ເຄັນຢັດຕາ
ປະທານາທິບໍດີ ແຫ່ງ ສາທາລະນະລັດ ເຄັນຢາ
ທີ່ ໄນໂລບີ