ໃນວັນທີ 8 ພຶດສະພາ 2018, ທີ່ ກະຊວງການຕ່າງປະເທດ, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມພົບປະຂອງ ເຈົ້າຊາຍ ອານເຟຼດ (Alfred) ແຫ່ງ ປະເທດ ເລັກເຕນສະເຕນ ທັງເປັນປະທານສະພາທີ່ປຶກສາຂອງມູນນິທິ ສັນຕິພາບສາກົນ (International Peace Foundation) ພ້ອມດ້ວຍຄະນະ, ເນື່ອງໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ.
>>> >
ໃນຕອນເຊົ້າ ຂອງວັນທີ 02 ພຶດສະພາ 2018, ສະຖາບັນການຕ່າງປະເທດ, ກົມຈັດຕັ້ງ ແລະ ພະນັກງານ ກະຊວງການຕ່າງປະເທດ ຮ່ວມກັບ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດພິທີເປີດ ຊຸດຝຶກອົບຮົມທິດສະດີການເມືອງ ແລະ ການປົກຄອງ ລະບົບ 45 ວັນ, ຊຸດທີ III ໃຫ້ແກ່ສະມາຊິກພັກ, ພະນັກງານຫຼັກແຫຼ່ງ ພາຍໃນກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ຂື້ນ ຢູ່ສູນການຮ່ວມມືສາກົນ ແລະ ການຝຶກອົບຮົມ (ICTC), ຊຸດຝຶກອົບຮົມດັ່ງກ່າວ ຈະດຳເນີນໄປນັບແຕ່ວັນທີ 02 ພຶດສະພາ 2018 ຈົນເຖິງ 04 ກໍລະກົດ 2018, ໂດຍມີ ຜູ້ເຂົ້າຮ່ວມທັງໝົດຈໍານວນ 40 ທ່ານ, ຍິງ 16 ທ່ານ.