ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມປຶກສາຫາລືກ່ຽວກັບ ຜູ້ມີສ່ວນຮ່ວມໃນການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ

kp meeting ncc1

kp meeting ncc2

    ໃນວັນທີ27 ເມ​ສາ 2018 ທີ່​ຫໍ​ປະ​ຊຸມ​ແຫ່ງ​ຊາດ, ນະ​ຄອນ​ຫລວງວຽງ​ຈັນ, ກອງ​ເລ​ຂາ​ຄະ​ນະ​ຊີ້​ນຳ​ລະ​ດັບ​ຊາດ ​ວ່າ​ດ້ວຍ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ເປົ້າ​ໝາຍ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ ຮ່ວມ​ກັບ​ອົງ​ການ​ສະ​ຫະ​ປະ​ຊ​າ​ຊາດ ໄດ້​ຈັດ​ກອງ​ປະ​ຊຸມ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ ຜູ້​ມີ​ສ່ວນ​ຮ່ວມ​ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ເປົ້າ​ໝາຍ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງຂື້ນ ​ເຊິ່ງໃຫ້​ກຽດ​ກ່າວ​ເປີດກອງ​ປະ​ຊຸມ​ໂດຍ ​ທ່ານ ນາງ ຄຳ​ເພົາ ເອີນ​ທະ​ວັນ, ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ແລະ ທ່ານ ນາງ ກາ​ຣີ​ນາ ອິມ​ໂມ​ເນັນ, ຜູ​້ປະ​ສານ​ງານ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ປະ​ຈຳ ສ​ປ​ປ ລາວ ​ທັງ​ເປັນ​ຜູ້​ຕາງ​ໜ້າ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ເພື່ອ​ການ​ພັດ​ທະ​ນາ. ກອງ​ປະ​ຊຸມ​ດັ່ງ​ກ່າວ​ມີຜູ້​​ເຂົ້າ​ຮ່ວມຕາງ​ໜ້າ​ຈາກບັນ​ດາ​​ກະ​ຊວງ ແລະ ອົງ​ການ​ຈັດ​ຕັ້ງ​ມະ​ຫາ​ຊົນ​ອ້ອມ​ຂ້າງ​ສູນ​ກາງ, ຕາງ​ໜ້າ​ຈາກ​ 17 ແຂວງທົ່ວ​ປະ​ເທດ, ​ຕາງ​ໜ້າ​ຈາກ​ບັນ​ດາສະ​ຖານ​ທູດ, ອົງ​ການ​ເຄືອ​ຂ່າຍ​ຂອງສະ​ຫະ​ປະ​ຊາ​ຊາດ, ອົງ​ການຈັດ​ຕັ້ງສາ​ກົນທີ່​ບໍ່​ສັງ​ກັດ​ລັດ​ຖະ​ບານ, ອົງ​ການ​ຈັດ​ຕັ້ງ​ທາງ​ສັງ​ຄົມ​ຂອງ ສ​ປ​ປ ລາວ ແລະ ພາກ​ເອ​ກະ​ຊົນ​ເຂົ້າ​ຮ່ວມປະ​ມານ 150 ທ່ານ. ຈຸດ​ປະ​ສົງ​ຫລັກ​ຂອງກອງ​ປະ​ຊຸມ​ໃນ​ຄັ້ງ​ນີ້​ແມ່ນ​ເພື່ອ​ປຶກ​ສາ​ຫາ​ລື​ ແລະ ຊຸກ​ຍູ້​ໃຫ້​ທຸກ​ພາກ​ສ່ວນ​ໄດ້ປະ​ກອບ​ຄຳ​ຄິດ​ເຫັນ​ໃສ່​ຮ່າງ​ບົດ​ລາຍ​ງານ​ເ​ເຫ່ງ​ຊາດ​ແບບ​ສະ​ໝັກ​ໃຈ (VNR) ເຊິ່ງ​ເປັນ​ສະ​ບັບ​ທຳ​ອິດ​ຂອງ ສ​ປ​ປ ລາວ ທີ່ຈະ​ນຳ​ໄປ​ລາຍ​ງານ​ຕໍ່​ກອງ​ປະ​ຊຸມ​ເວ​ທີ​ການ​ເມືອງ​ລະ​ດັບ​ສູງ (HLPF) ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ໃນ​ກາງ​ເດືອນ​ກໍ​ລະ​ກົດ 2018 ທີ່​ນິວຢອກ, ສະ​ຫະ​ລັດ​ອາ​ເມ​ລິ​ກາ.

ເນື້ອ​ໃນຕົ້ນ​ຕໍ​ຂອງ​ບົດ​ລາຍ​ງານ​ດັ່ງ​ກ່າວ​ແມ່ນ​ເປັນ​ການ​ລາຍ​ງານ​ຄວາມ​ຄືບ​ໜ້າ​ຂອງ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ບັນ​ດາ​ເປົ້າ​ໝາຍ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ (ປ​ພຍ) ຢູ່ ສ​ປ​ປ ລາວ ​ໂດຍ​ຈະ​ຍົກ​ໃຫ້​ເຫັນ​ເຖິງສະ​ພາບ​ລວມ​ຂອງ​ຜົນ​ສຳ​ເລັດ​ທີ່​ປະ​ຕິ​ບັດມາ​ໄດ້, ສິ່ງ​ທ້າ​ທ້າຍ ແລະ ທິດ​ທາງ​ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ ປ​ພຍ ໃນ​ຕໍ່​ໜ້າ ເຊິ່ງ​ບັນ​ດາ​ຜູ້​ເຂົ້າ​ຮ່ວມກໍ່​ໄດ້​ພ້ອມ​ກັນ​ຕັ້ງ​ໜ້າ​ປຶກ​ສາ​ຫາ​ລື ແລະ ປະ​ກອບ​ຄຳ​ຄິດ​ເຫັນ​ໃສ່​ຮ່າງ​ບົດ​ລາຍ​ງານຢ່າງ​ຫ້າວ​ຫັນ ເພື່ອໃຫ້​ບົດ​ລາຍ​ງານ​ສະ​ບັບ​ນີ້​ມີ​ເນື້ອ​ໃນ​ຄົບ​ຖ້ວນ​ສົມ​ບູນ ແລ​ະ ສອດ​ຄ່ອງກັບສະ​ພາບ​ຄວາມ​ເປັນ​ຈິງ​ຂອງ​ການ​ພັດ​ທະ​ນາໃນ ສ​ປ​ປ ລາວ.

ໃນ​ຕອນ​ທ້າຍທ່ານ​ປະ​ທານ​ຂອງກອງ​ປະ​ຊຸມ​​ ທ່ານ ນາງ ເພັດ​ສະ​ໝອນ​ ສອນ, ຮອງ​ຫົວ​ໜ້າ​ສູນ​ສະ​ຖິ​ຕິ​ແຫ່ງ​ຊາດ ກໍ່​ໄດ້​ກ່າວ​ສະ​ແດງຄວາມ​ຂອບ​ໃຈ​ຕໍ່​ຜູ້​ເຂົ້າ​ຮ່ວມ​ທີ່​ໄດ້​ປະ​ກອບ​ຄຳຄິດ​ເຫັນຢ່າງ​ມີ​ລັກ​ສະ​ນະ​ສ້າງ​ສັນ​ກົງ​ໄປ​ກົງ​ມາ ເຊິ່ງກອງ​ເລ​ຂາ ປ​ພຍ ​ຈະ​ໄດ້​ນຳ​ເອົາ​ບັນ​ດາຄຳ​ຄິດ​ເຫັນ​ດັ່ງ​ກ່າວໄປ​ສືບ​ຕໍ່​ໄປ​ພິ​ຈາ​ລະ​ນາດັດ​ປັບ​ຮ່າງ​ບົດ​ລາຍ​ງານ​ໃຫ້​ສົມ​ບູນຂຶ້ນ​ຕື່ມ ເພື່ອຈະ​ນຳ​ສະ​ເໜີ​ຂໍ​ການ​ອະ​ນຸ​ມັດ​ຈາກ​ລັດ​ຖະ​ບານ ກ່ອນທີ່​ຈະ​ສົ່ງ​ໃຫ້​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ.

ບົດຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485684
ມື້ນີ້189
ມື້ວານ196
ອາທິດນີ້720
ເດືອນນີ້4989