ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຂ່າວຂອງຄະນະນຳກະຊວງ

ກອງປະຊຸມຖອດຖອນບົດຮຽນການຈັດຕັ້ງປະຕິບັດຂໍ້ຕົກລົງ ວ່າດ້ວຍ ການແກ້ໄຂບັນຫາຜູ້ຍົກຍ້າຍຕັ້ງພູມລໍາເນົາຕາມລໍາພັງໃຈ ແລະ ສ້າງຄອບຄົວບໍ່ຖືກລະບຽບ ຢູ່ຕາມບໍລີເວນຊາຍແດນ ລາວ-ຫວຽດນາມ

sp area

   ກອງປະຊຸມຖອດຖອນບົດຮຽນ ລະຫວ່າງ ຄະນະວິຊາການປະສົມສູນກາງ ແລະ ໜ່ວຍວິຊາການປະສົມແຂວງບໍລິຄໍາໄຊ ກ່ຽວກັບ ການຈັດຕັ້ງປະຕິບັດຂໍ້ຕົກລົງ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ສສ ຫວຽດນາມ ວ່າດ້ວຍ ການແກ້ໄຂບັນຫາຜູ້ຍົກຍ້າຍຕັ້ງພູມລໍາເນົາຕາມລໍາພັງໃຈ ແລະ ສ້າງຄອບຄົວບໍ່ຖືກລະບຽບຢູ່ຕາມບໍລີເວນຊາຍແດນ ລາວ-ຫວຽດນາມ ໄດ້ຈັດຂຶ້ນໃນວັນທີ 26 ເມສາ 2018, ທີ່ເມືອງປາກຊັນ, ແຂວງບໍລິຄໍາໄຊ ໂດຍການເປັນປະທານຮ່ວມຂອງ ທ່ານ ແສງເພັດ ຮຸ່ງບຸນຍວງ, ຮອງລັດຖະມົນກະຊວງການຕ່າງປະເທດ ແລະ ທ່ານ ບຸນມາ ບຸຈະເລີນ, ຮອງເຈົ້າແຂວງ-ແຂວງບໍລິຄໍາໄຊ; ມີບັນດາຜູ້ຕາງໜ້າຈາກພາກສ່ວນທີ່ກ່ຽວຂ້ອງຂອງຄະນະວິຊາການປະສົມຈັດຕັ້ງປະຕິບັດຂໍ້ຕົກລົງ, ໜ່ວຍວິຊາການປະສົມຈັດຕັ້ງປະຕິບັດຂໍ້ຕົກລົງຂັ້ນແຂວງ, ເຈົ້າເມືອງ-ເມືອງຄໍາເກີດ, ເມືອງວຽງທອງ, ເມືອງບໍລິຄັນ ແລະ ພະແນກການຕ່າງໆທີ່ກ່ຽວຂ້ອງຈາກແຂວງ ເຂົ້າຮ່ວມກອງປະຊຸມຢ່າງພ້ອມພຽງ.

ອ່ານເພີ່ມເຕີມ... 

ຮອງລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າພົບຂອງທູດພິເສດມົງໂກລີ

kp hup mongolia

​     ໃນ​ຕອນ​ເຊົ້າ​ຂອງ​ວັນ​ທີ 27 ເມສາ 2018, ​ເວລາ 10:00 ​ໂມງ, ທີ່​ກະຊວງ​ການ​ຕ່າງປະ​ເທດ, ພະນະ​ທ່ານ ນາງ ຄຳເພົາ ເອີນທະວັນ, ຮອງລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ​ໄດ້​ຕ້ອນຮັບ​ການ​ມາ​ຢ້ຽ​ມຢາມ​ຂອງ​ ທ່ານ ທ່ານ ອີ. ໂອດເບເຢີ, ທູດພິເສດຂອງລັດຖະມົນຕີຕ່າງປະເທດມົງໂກລີ, ປະທານບໍລິຫານງານຂອງສູນຄົ້ນຄວ້າສາກົນຂອງບັນດາປະເທດກຳລັງພັດທະນາທີ່ບໍ່ມີຊາຍແດນຕິດກັບທະເລ,ສອງຝ່າຍໄດ້ຢ້ຳຄືນການພົວພັນການທູດ ແລະ ການຮ່ວມມືອັນເປັນມູນເຊື້ອລະຫວ່າງສອງປະເທດ ເຊິ່ງໄດ້ສະເຫຼີມສະຫຼອງສາຍພົວພັນການທູດຄົບຮອບ 55 ປີ ໃນປີ 2017 ທີ່ຜ່ານມາ. ໃນໂອກາດດັ່ງກ່າວທ່ານທູດພິເສດໄດ້ຖືໂອກາດເຊື້ອເຊີນຂອງທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີຕ່າງປະເທດ ເຂົ້າຮ່ວມການເປີດສູນຄົ້ນຄວ້າສາກົນຂອງບັນດາປະເທດກຳລັງພັດ ທະນາທີ່ບໍ່ມີຊາຍແດນຕິດກັບທະເລ ແລະ ການຢ້ຽມຢາມສອງຝ່າຍຢ່າງເປັນທາງການ, ທີ່ເມືອງຫຼວງອຸລາບາຕໍ, ປະເທດມົງໂກລີ, ໃນລະຫວ່າງວັນທີ 11-12 ມິຖຸນາ 2018.

ອ່ານເພີ່ມເຕີມ... 

ຮອງລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ທີ່ ສິງກະໂປ

som asean singapore2 som asean singapore1

 

ໃນວັນທີ 26 ເມສາ2018 ທີ່ ສິງກະໂປ, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນຂອງ ສປປ ລາວໄດ້ນຳພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ເພື່ອກະກຽມໃຫ້ແກ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ32  ພາຍໃຕ້ການເປັນປະທານຂອງ ສິງກະໂປ.

ອ່ານເພີ່ມເຕີມ... 

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
490250
ມື້ນີ້16
ມື້ວານ261
ອາທິດນີ້1449
ເດືອນນີ້3643