ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມສໍາມະນາກ່ຽວກັບກົນໄກການຮ່ວມມືອາຊຽນ-ສ.ເກົາຫຼີ ຄັ້ງທີ 3

seminar aseam rok1

seminar aseam rok2

ໃນວັນທີ 3-4 ເມສາ 2018, ທີ່ ໂຮງແຮມຄ​ຣາວພຣາຊາ, ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ຮ່ວມກັບສໍານັກງານການທູດ ສ.ເກົາຫຼີ ປະຈໍາອາຊຽນ ໄດ້ຈັດກອງປະຊຸມສໍາມະນາກ່ຽວກັບການສົ່ງເສີມກົນໄກການຮ່ວມມືອາຊຽນ-ສ.ເກົາຫຼີ ຄັ້ງທີ 3” ໂດຍການສະໜັບສະໜູນຈາກໜ່ວຍງານຄຸ້ມຄອງໂຄງການ ອາຊຽນ-ສ.ເກົາຫຼີ ທີ່ີມີຫ້ອງການຕັ້ງຢູ່ນະຄອນຫຼວງຈາກາກຕາ, ປະເທດອິນໂດເນເຊຍ, ໂດຍມີຜູ້ເຂົ້າຮ່ວມຈາກກະຊວງ, ຂະແໜງການອ້ອມ​ຂ້າງ​ສູນ​ກາງ ແລະ ຄະນະຜູ້ແທນ ສ.ເກົາຫຼີ ລວມທັງໝົດ 100 ກວ່າທ່ານ.

ກອງປະຊຸມສຳມະນາຄັ້ງນີ້ ໄດ້ຮັບກຽດຂື້ນກ່າວຕ້ອນຮັບໂດຍ ທ່ານ ນາງ ຄໍາເພົາ ເອີນທະວັນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ. ໃນນີ້, ທ່ານໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືລະຫວ່າງອາຊຽນ-.ເກົາຫຼີ ໃນຖານະຄູ່ຮ່ວມຍຸດທະສາດ. ການຮ່ວມມືລະຫວ່າງສອງຝ່າຍນັບມື້ນັບໄດ້ຮັບການເສີມຂະຫຍາຍ ເຊິ່ງກວມເອົາຫລາຍຂະແໜງການເຊັ່ນ: ດ້ານການເມືອງ-ຄວາມໝັ້ນຄົງ, ເສດຖະກິດ, ວັດທະນະທໍາ-ສັງຄົມ, ການເຊື່ອມໂຍງອາຊຽນ ແລະ ການຮັດແຄບຄວາມແຕກໂຕນດ້ານການພັດທະນາພາຍໃນອາຊຽນ. ຄຽງຄູ່ກັນນີ້, ທ່ານ ນາງຄໍາເພົາ ເອີນທະວັນ ຍັງໄດ້ເນັ້ນໃຫ້ຜູ້ເຂົ້າຮ່ວມເອົາໃຈໃສ່ ຜັນຂະຫຍາຍເນື້ອໃນຈິດໃຈ ກອງປະຊຸມສຳມະນາຄັ້ງນີ້ໃຫ້ເກີດດອກອອກຜົນ ໂດຍສະເພາະ ການຂຽນໂຄງການລະອຽດ ເພື່ອລະດົມທຶນຈາກກອງທືນຮ່ວມມື ອາຊຽນ-ສ. ເກົາຫລີ ເພື່ອນຳມາຈັດຕັ້ງປະຕິບັດຢູ່ ສປປ ລາວ.

ໃນໂອກາດນີ້, ທ່ານ ຊິນຊອງຊຸນ, ເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈໍາ ລາວ ແລະ ທ່ານ ກີມ ຢອງແຈ, ເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈໍາ ອາຊຽນ ກໍໄດ້ຢໍ້າຄືນທີ່ຈະສືບຕໍ່ສະໜັບສະໜູນ ແລະ ໃຫ້ການຮ່ວມມືກັບອາຊຽນ ກໍ່ຄື ສປປ ລາວ ແນ​ໃສ່​ສົ່ງເສີມການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ​ ອາ​ຊຽນ-ສ.ເກົາ​ຫຼີ ເວົ້າລວມ ແລະ ເວົ້າສະເພາະ ການ​ພົວ​ພັນ​ຮ່ວມ​ມື​ ສ​ປ​ປ ລາວ-ສ.ເກົາ​ຫຼີ ໃຫ້ນັບມື້ນັບໄດ້ຮັບການເສີມຂະຫຍາຍ.

ໃນໄລຍະການສຳມະນາ, ບັນດາຜູ້ເຂົ້າຮ່ວມໄດ້ຮັບຮູ້ ແລະ ເຂົ້າໃຈ ການຮ່ວມມື ອາຊຽນ-ສ. ເກົາຫລີ ໂດຍສະເພາະ ການເປັນຄູ່ຮ່ວມຍຸດທະສາດລະຫວ່າງອາຊຽນ-ສ. ເກົາຫລີ ລວມທັງຂະແຫນງການບຸລິມະສິດ ແລະ ທິດທາງການຮ່ວມມືສຳລັບ ອາຊຽນ-ສ. ເກົາຫລີ ໃນຕໍ່ຫນ້າ. ອັນສຳຄັນ, ບັນດາຜູ້ເຂົ້າຮ່ວມໄດ້ເຂົ້້າໃຈ ກ່ຽວກັບ ລະບຽບຫລັກການຂອງການຂຽນໂຄງການລະອຽດ, ແລະ ຂັ້ນຕອນການນຳສະເຫນີໂຄງການ ເພື່ອລະດົມທຶນຈາກກອງທຶນການຮ່ວມມືອາຊຽນ-ສ.ເກົາຫຼີ ເພື່ອຈັດຕັ້ງປະຕິບັດໂຄງການຕ່າງໆຂອງ ສປປ ລາວ ແນໃສ່ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງລາວເຮົາ ແລະ ທັງເປັນການສົ່ງເສີມຄວາມອາດສາມາດຂອງຂະແຫນງການ ສປປ ລາວ ໃນວຽກງານເຊື່ອມໂຍງພາກພື້ນ. 

ບົດຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484560
ມື້ນີ້76
ມື້ວານ188
ອາທິດນີ້998
ເດືອນນີ້3865