ໃນຕອນເຊົ້າຂອງວັນທີ 27 ເມສາ 2018, ເວລາ 10:00 ໂມງ, ທີ່ກະຊວງການຕ່າງປະເທດ, ພະນະທ່ານ ນາງ ຄຳເພົາ ເອີນທະວັນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການມາຢ້ຽມຢາມຂອງ ທ່ານ ທ່ານ ອີ. ໂອດເບເຢີ, ທູດພິເສດຂອງລັດຖະມົນຕີຕ່າງປະເທດມົງໂກລີ, ປະທານບໍລິຫານງານຂອງສູນຄົ້ນຄວ້າສາກົນຂອງບັນດາປະເທດກຳລັງພັດທະນາທີ່ບໍ່ມີຊາຍແດນຕິດກັບທະເລ,ສອງຝ່າຍໄດ້ຢ້ຳຄືນການພົວພັນການທູດ ແລະ ການຮ່ວມມືອັນເປັນມູນເຊື້ອລະຫວ່າງສອງປະເທດ ເຊິ່ງໄດ້ສະເຫຼີມສະຫຼອງສາຍພົວພັນການທູດຄົບຮອບ 55 ປີ ໃນປີ 2017 ທີ່ຜ່ານມາ. ໃນໂອກາດດັ່ງກ່າວທ່ານທູດພິເສດໄດ້ຖືໂອກາດເຊື້ອເຊີນຂອງທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີຕ່າງປະເທດ ເຂົ້າຮ່ວມການເປີດສູນຄົ້ນຄວ້າສາກົນຂອງບັນດາປະເທດກຳລັງພັດ ທະນາທີ່ບໍ່ມີຊາຍແດນຕິດກັບທະເລ ແລະ ການຢ້ຽມຢາມສອງຝ່າຍຢ່າງເປັນທາງການ, ທີ່ເມືອງຫຼວງອຸລາບາຕໍ, ປະເທດມົງໂກລີ, ໃນລະຫວ່າງວັນທີ 11-12 ມິຖຸນາ 2018.
ໃນໂອກາດນີ້, ທ່ານ ນ. ຄຳເພົາ ເອີນທະວັນ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນຕໍ່ທ່ານ ອີ. ໂອດເບເຢີ ພ້ອມດ້ວຍຄະນະໃນການມາເຄື່ອນໄຫວວຽກງານທີ່ ສປປ ລາວໃນຄັ້ງນີ້. ພ້ອມທັງສະແດງຄວາມຂອບໃຈຕໍ່ກັບບົດບາດນຳໜ້າຂອງ ມົງໂກລີ ໃນການຮ່ວມກັບບັນດາປະເທດກຳລັງພັດທະນາທີ່ບໍ່ມີຊາຍແດນຕິດກັບທະເລ (LLDCs) ໃນຄວາມພະຍາຍາມກໍ່ຕັ້ງສູນຄົ້ນຄ້ວາສາກົນຂອງບັນດາປະເທດກຳລັງພັດ ທະນາທີ່ບໍ່ມີຊາຍແດນຕິດກັບທະເລ (International Think Tank for LLDCs).
ໃນຕອນທ້າຍ, ທ່ານ ອີ. ໂອດເບເຢີໄດ້ສະແດງຄວາມຂອບໃຈ ຕໍ່ການຕອ້ນຮັບອັນອົບອຸ່ນ ຂອງທ່ານ ນ. ຄຳເພົາ ເອີນທະວັນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ການສະໜັບສະໜູນຂອງລັດຖະບານ ສປປ ລາວ ໃນການສ້າງສູນຄົ້ນຄວ້າສາກົນຂອງບັນດາປະເທດກຳລັງພັດທະນາທີ່ບໍ່ມີຊາຍແດນຕິດກັບທະເລ ເວົ້າລວມ, ເວົ້າສະເພາະກໍ່ຄື ການເສີມຂະຫຍາຍສາຍພົວພັນລັດຖະບານມົງໂກລີ ແລະ ລັດຖະບານລາວໃຫ້ຮັດແໜ້ນຍິ່ງຂື້ນ.