ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ພິທີມອບ-ຮັບ ສິ່ງເສດເຫຼືອຂອງທະຫານອາເມລິກາ ທີ່ເສຍຊີວິດໃນປາງສົງຄາມຢູ່ລາວ

 

MIA09042018-1 MIA09042018-2

ໃນຕອນເຊົ້າຂອງວັນທີ 9 ເມສາ 2018, ທີ່ ສະໜາມບິນສາກົນ ປາກເຊ, ແຂວງຈໍາປາສັກ ໄດ້ມີການຈັດພິທີມອບ-ຮັບ ສິ່ງເສດເຫຼືອຂອງທະຫານອາເມລິກາ ທີ່ໄດ້ເສຍຊິີວິດໃນປາງສົງຄາມຢູ່ລາວ ທີ່ໄດ້ຄົ້ນພົບຈາກການປະຕິບັດງານຮ່ວມໃນພາກສະໜາມ ລະຫວ່າງ ລາວ-ອາເມລິກາ ຄັ້ງທີ 2 ແລະ 3 ປະຈໍາສົກປີ 2017-2018, ຢູ່ເຂດ ແຂວງຄໍາມ່ວນ.

ເປັນກຽດເຂົ້າຮ່ວມໃນພິທີມອບ-ຮັບໃນຄັ້ງນີ້, ຕາງໜ້າໃຫ້ແກ່ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ໂດຍແມ່ນ ທ່ານ ແສງເພັດ ຮຸ່ງບຸນຍວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຜູ້ຊີ້ນຳວຽກງານ MIA,ເປັນຜູ້ກ່າວມອບ ແລະ ຕາງໜ້າໃຫ້ແກ່ລັດຖະບານ ແຫ່ງ ສະຫະລັດ ອາເມລິກາ, ໂດຍແມ່ນ ທ່ານ Michael Fanklin Kleine, ອຸປະທູດ ແຫ່ງ ສະຫະລັດ ອາເມລິກາ ປະຈຳ ສປປ ລາວ, ເປັນຜູ້ກ່າວຮັບ, ໂດຍຊ່ອງໜ້າການເຂົ້າຮ່ວມເປັນສັກຂີພະຍານຂອງພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍ.

ໂດຍສືບຕໍ່ປະຕິບັດນະໂຍບາຍມະນຸດສະທຳ ອັນສະເໝີຕົ້ນສະເໝີປາຍຂອງ ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ທີ່ມີຕໍ່ຄອບຄົວ ກໍ່ຄືຍາດພີ່ນ້ອງຂອງທະຫານອາເມລິກາ ຜູ້ຫາຍສາບສູນໃນປາງສົງຄາມຢູ່ລາວ ແລະ ອີງຕາມການຮ້ອງຂໍຂອງລັດຖະບານ ອາເມລິກາ ໃນການແກ້ໄຂບັນຫາດັ່ງກ່າວ. ຕະຫຼອດໄລຍະເວລາ 30 ກວ່າປີ ແຫ່ງ ການຮ່ວມມືສອງຝ່າຍ ລາວ-ອາເມລິກາ ໃນການດໍາເນີນການສໍາຫຼວດ ແລະ ຂຸດຄົ້ນ ເພື່ອຊອກຫາຮ່ອງຮອຍ ແລະ ສິ່ງເສດເຫຼືອຂອງທະຫານອາເມລິກາ ທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ ໄດ້ຮັບຜົນເກືອບ 50% ຂອງຈໍານວນຜູ້ຫາຍສາບສູນທັງໝົດ. ອີງຕາມຕົວເລກທີ່ຝ່າຍອາເມລິກາ ແຈ້ງໃຫ້ຝ່າຍລາວ ຊາບ, ທະຫານອາເມລິກາ ທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ ທັງໝົດມີ 573 ຄົນ.ມາຮອດປັດຈຸບັນ, ລັດຖະບານລາວ ໄດ້ມອບສິ່ງເສດເຫຼືອທະຫານອາເມລິກາ ທີ່ໄດ້ເສຍຊີວິດຢູ່ລາວ ທີ່ສັນນະສູດໄດ້ແລ້ວ ຈຳນວນ 281ຄົນ ໃຫ້ແກ່ຝ່າຍ ອາເມລິກາ ແລະ ຍັງອີກ 292 ຄົນທີ່ຍັງເຫຼືອແມ່ນຈະໄດ້ຮ່ວມກັນສືບຕໍ່ຄົ້ນຫາໃນການປະຕິບັດງານຄັ້ງຕໍ່ໄປ.

ການທີ່ທັງສອງຝ່າຍ ລາວ-ອາເມລິກາ ໄດ້ຮັບຜົນສຳເລັດອັນດີດັ່ງກ່າວໃນວຽກງານການສໍາຫຼວດ ແລະ ຂຸດຄົ້ນ ກໍ່ຍ້ອນຄວາມເອົາໃຈໃສ່ຢ່າງຈິງໃຈຂອງລັດຖະບານ ແລະ ເຈົ້າໜ້າທີ່ຂອງລາວທຸກໆຂັ້ນ ແຕ່ສູນກາງຈົນຮອດທ້ອງຖິ່ນ ແລະ ການຮ່ວມມືອັນດີຂອງປະຊາຊົນບັນດາເຜົ່າ.

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480300
ມື້ນີ້130
ມື້ວານ157
ອາທິດນີ້698
ເດືອນນີ້6531