ໃນຕອນບ່າຍຂອງວັນທີ 31 ຕຸລາ 2018 ທີ່ ກະຊວງການຕ່າງປະເທດ, ທ່ານ ແສງເພັດ ຮຸ່ງບຸນຍວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ແລະ ຍື່ນຈົດໝາຍແຕ່ງຕັ້ງຂອງ ທ່ານ ນາງ Mariam Asghar Khan, ຜູ້ຕາງໜ້າຄົນໃໝ່ຂອງ ອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ (UNFPA) ປະຈຳ ສປປ ລາວ.
ໃນວັນທີ 31 ຕຸລາ 2018, ທີ່ ກະຊວງການຕ່າງປະເທດ, ກອງປະຊຸມປຶກສາຫາລືລະດັບສູງ ລາວ-ອົດສະຕຣາລີ ໄດ້ໄຂຂຶ້ນ ໂດຍການເປັນປະທານຮ່ວມຂອງ ທ່ານ ນາງ ຄຳເພົາ ເອີນທະວັນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານ ນາງ ຈູລີ ເຮັກເຊີ (Julie HECKSCHER), ຜູ້ຊ່ວຍລັດຖະມົນຕີ, ຮັບຜິດຊອບຂົງເຂດອາຊີຕາເວັນອອກສຽງໃຕ້, ກະຊວງການຕ່າງປະເທດ ແລະ ການຄ້າ ອົດສະຕຣາລີ; ມີຄະນະຜູ້ແທນທີ່ກ່ຽວຂ້ອງຂອງທັງສອງຝ່າຍເຂົ້າຮ່ວມ.
ໃນວັນທີ 23 ຕຸລາ 2018, ທີ່ ກະຊວງການຕ່າງປະເທດ, ທ່ານ ນາງ ຄຳເພົາ ເອີນທະວັນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ແລະ ພົບປະກັບ ທ່ານ ນາງ Heud Subaih BAI Subaih, ລັດຖະມົນຕີກະຊວງສະຫວັດດີການສັງຄົມ ແລະ ແຮງງານ, ລັດຖະມົນຕີແຫ່ງລັດ ຮັບຜິດຊອບວຽກງານເສດຖະກິດ ແຫ່ງ ລັດກູເວດ, ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ.