ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມປຶກສາຫາລືລະດັບສູງ ລາວ - ອົດສະຕຣາລີ ຄັ້ງທີ 13 ທີ່ ນະຄອນຫຼວງວຽງຈັນ

20181031LaosAustralia6

20181031LaosAustralia1

20181031LaosAustralia2

ໃນວັນທີ 31 ຕຸລາ 2018, ທີ່ ກະຊວງການຕ່າງປະເທດ, ກອງປະຊຸມປຶກສາຫາລືລະດັບສູງ ລາວ-ອົດສະຕຣາລີ ໄດ້ໄຂຂຶ້ນ ໂດຍການເປັນປະທານຮ່ວມຂອງ ທ່ານ ນາງ ຄຳເພົາ ເອີນທະວັນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານ ນາງ ຈູລີ ເຮັກເຊີ (Julie HECKSCHER), ຜູ້ຊ່ວຍລັດຖະມົນຕີ, ຮັບຜິດຊອບຂົງເຂດອາຊີຕາເວັນອອກສຽງໃຕ້, ກະຊວງການຕ່າງປະເທດ ແລະ ການຄ້າ ອົດສະຕຣາລີ; ມີຄະນະຜູ້ແທນທີ່ກ່ຽວຂ້ອງຂອງທັງສອງຝ່າຍເຂົ້າຮ່ວມ.

ໃນກອງປະຊຸມຄັ້ງນີ້, ສອງຝ່າຍໄດ້ປຶກສາຫາລື ແລະ ແລກປ່ຽນຄຳຄິດຄຳເຫັນ ກ່ຽວກັບ ບັນຫາຕ່າງໆທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ, ເປັນຕົ້ນແມ່ນການຮ່ວມມືທາງດ້ານການເມືອງ, ດ້ານການພັດທະນາ, ດ້ານການຄ້າການລົງທຶນ ແລະ ດ້ານຄວາມໝັ້ນຄົງ. ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍາວນານ ແລະການຮ່ວມມືທີ່ມີປະສິດທິພາບລະຫວ່າງສອງປະເທດ ຊຶ່ງໄດ້ຮັບການສືບຕໍ່ຮັດແໜ້ນ ແລະເສີມຂະຫຍາຍຢ່າງຕໍ່ເນື່ອງຕະຫລອດໄລຍະເວລາ 66 ປີຜ່ານມາ ໂດຍເຫັນໄດ້ຈາກການມີການແລກປ່ຽນການຢ້ຽມຢາມ ແລະ ພົບປະຊຶ່ງກັນ ແລະ ກັນ ຢ່າງເປັນປົກກະຕິຂອງການນຳຂັ້ນສູງຂອງສອງປະເທດ,ພ້ອມທັງສະແດງຄວາມຊົມເຊີຍທີ່ສອງຝ່າຍ ໄດ້ຮ່ວມກັນຈັດກິດຈະກຳຕ່າງໆເພື່ອສະເຫລີມສະຫລອງການສ້າງຕັ້ງສາຍພົວພັນການທູດລາວ-ອົດສະຕຣາລີ ຄົບຮອບ 65 ປີ ໃນປີ 2017 ທີ່ຜ່ານມາດ້ວຍຜົນສຳເລັດຢ່າງຈົບງາມ. ພ້ອມກັນນັ້ນ, ສອງຝ່າຍໄດ້ເຫັນດີສືບຕໍ່ເພີ່ມທະວີການຮ່ວມມືກັນໃນດ້ານຕ່າງໆໃຫ້ຫຼາຍຂຶ້ນ ໂດຍສະເພາະດ້ານການຄ້າ-ການລົງທຶນ, ການສຶກສາ, ການພັດທະນາຊັບພະຍາກອນມະນຸດ, ດ້ານກະສິກຳ, ຂະແໜງການເງິນ ແລະ ອື່ນໆ, ພ້ອມທັງເຫັນດີສືບຕໍ່ເຮັດວຽກຮ່ວມກັນ ແລະ ໃຫ້ການສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ. ກອງປະຊຸມປຶກສາຫາລື ໃນຄັ້ງນີ້ຈະເປັນພື້ນຖານສຳຄັນ ໃຫ້ແກ່ການສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງສອງປະເທດ ກໍ່ຄືປະຊາຊົນສອງຊາດ ລາວ-ອົດສະຕຣາລີ ໃນຊຸມປີຕໍ່ໜ້າ.

ໃນໂອກາດນີ້, ທ່ານຮອງລັດຖະມົນຕີ ຄຳເພົາ ເອີນທະວັນ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຂອງ ທ່ານ ນາງ ຈູລີ ເຮັກເຊີ ພ້ອມດ້ວຍຄະນະ ໃນຄັ້ງນີ້, ພ້ອມທັງໄດ້ສະແດງຄວາມຂອບໃຈ ຕໍ່ລັດຖະບານ ແລະ ປະຊາຊົນ ອົດສະຕຣາລີທີ່ໄດ້ໃຫ້ການສະຫນັບສະຫນູນ ແລະ ຊ່ວຍເຫລືອແກ່ ສປປ ລາວໃນດ້ານຕ່າງໆຕະຫລອດໄລຍະຜ່ານມາ, ເປັນຕົ້ນແມ່ນການຊ່ວຍເຫລືອທາງການເພື່ອການພັດທະນາ (ODA), ການຊ່ວຍເຫລືອໃຫ້ແກ່ວຽກງານເກັບກູ້ລະເບີດທີ່ບໍ່ທັນແຕກ, ດ້ານການສຶກສາ, ການພັດທະນາລະບົບພື້ນຖານໂຄງລ່າງ ແລະການພັດທະນາຊັບພະຍາກອນມະນຸດ, ເຊິ່ງເປັນການປະກອບສ່ວນອັນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງ ສປປລາວ; ລວມທັງການຊ່ວຍເຫຼືອດ້ານມະນຸດສະທໍາທີ່ເປັນວັດຖຸປັດໄຈຕ່າງໆ ເພື່ອໄປຊ່ວຍປະຊາຊົນລາວຜູ້ທີ່ໄດ້ຖືກເຄາະຮ້າຍຈາກໄພພິບັດທຳມະຊາດຢູ່ເມືອງສະໜາມໄຊ, ແຂວງອັດຕະປືໃນທ້າຍ​​ເດືອນກໍລະກົດຜ່ານ​ມາ. ປັດຈຸບັນ, ການຊ່ວຍເຫຼືອ ODA ຂອງອົດສະຕຣາລີ ແມ່ນຈັດຢູ່ໃນອັນດັບ 3 ຂອງການຊ່ວຍເຫຼືອຈາກຕ່າງປະເທດຕໍ່ ສປປ ລາວ ໃນຂອບການຮ່ວມມືສອງຝ່າຍ.

ໃນໂອກາດດຽວກັນ, ທ່ານ ນາງ ຈູລີ ເຮັກເຊີ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະຕີລາຄາສູງຕໍ່ການຮ່ວມມື ລະຫວ່າງ ສປປ ລາວ ແລະ ອົດສະຕຣາລີທັງໃນຂອບການຮ່ວມມືສອງ​ຝ່າຍ ແລະ ຫລາຍ​ຝ່າຍ; ພ້ອມ​ທັງ​ໄດ້ສະ​ແດງ​ຄວາມຍິນດີສືບຕໍ່ໃຫ້ການຮ່ວມມືກັບຝ່າຍລາວເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບແລະ ການຮ່ວມມືທີ່ມີມາແຕ່ດົນນານ ລະຫວ່າງ ສປປ ລາວ ແລະ ອົດສະຕຣາລີ ໃຫ້ນັບມື້ນັບແຕກດອກອອກຜົນຍິ່ງໆຂຶ້ນ.

ໃນວັນດຽວກັນ, ທ່ານ ນາງ ຈູລີ ເຮັກເຊີ ກໍ່ໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານ ສົມພອນ ສີຈະເລີນ, ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ອີກດ້ວຍ.

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480336
ມື້ນີ້166
ມື້ວານ157
ອາທິດນີ້734
ເດືອນນີ້6567