ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຮອງລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ແລະ ຍື່ນຈົດໝາຍແຕ່ງຕັ້ງຂອງ ກົງສຸນໃຫຍ່ ແຫ່ງ ສສ. ຫວຽດນາມ ປະຈຳ ແຂວງຈຳປາສັກ

20181005VFMKhampaoReciVNConsulinPakse1

20181005VFMKhampaoReciVNConsulinPakse3

ໃນວັນທີ 3 ຕຸລາ 2018, ທີ່ ກະຊວງການຕ່າງປະເທດ, ທ່ານ ນາງ ຄຳພົາ ເອີນທະວັນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ແລະ ມອບໜັງສືແຕ່ງຕັ້ງຂອງ ທ່ານ ບຸ່ຍ ເທ້ ຢຸ້ງ,ກົງສຸນໃຫຍ່ແຫ່ງ . ຫວຽດນາມ ປະຈຳ ແຂວງຈຳປາສັກ ແລະ ຮັບ​ຜິດ​ຊອບ​ບັນ​ດາແຂວງ​ພາກໃຕ້​ຂອງ ສ​ປ​ປ ລາວ.

          ໃນໂອກາດນີ້, ທ່ານຮອງລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ສະແດຄວາມຍິດີຕ້ອນຮັບ ແລະ ຊົມເຊີຍຕໍ່ທ່ານບຸ່ຍ ເທ້ ຢຸ້ງ ທີ່ໄດ້ຮັບ​​ແຕ່ງຕັ້ງໃຫ້ມາດຳລົງຕຳແໜ່ງເປັນກົງສຸນໃຫຍ່ ແຫ່ງ ສ. ຫວຽດນາມ ປະຈຳ ແຂວງຈຳປາສັກ, ພ້ອມທັງສະແດງຄວາມເຊື່ອໝັ້ນວ່າພາຍໃນໄລຍະເວ​ລາ ທີ່ທ່ານກົງສຸນໃຫຍ່ປະຕິບັດ​​ໜ້າທີການທູດຂອງຕົນຢູ່ລາວ, ຈະສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ, ​​ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງປະເທດ ກໍຄືປະຊາຊົນສອງຊາດລາວ-ຫວຽດນາມ, ພິເສດແມ່ນການພົວພັນຮ່ວມມືລະຫວ່າງແຂວງຈຳປາສັກ ແລະ ບັນດາແຂວງພາກໃຕ້ຂອງລາວກັບບັນດາແຂວງ​​ຂອງຫວຽດນາມ ໃຫ້ມີປະສິດທິຜົນ ແລະ ງອກງາມຍິ່ງໆຂຶ້ນ, ໂດຍສະເພາະ ແມ່ນການຈັດຕັ້ງຜັນຂະຫຍາຍບັນດາຂໍ້ຕົກລົງຂອງການນຳຂັ້ນສູງຂອງສອງປະເທດ ເຊັ້ນ: ຂໍ້ຕົກລົງໃນກອງປະຊຸມ ຄັ້ງທີ 40 ຂອງ ຄະນະກຳມະການຮ່ວມມື ສອງຝ່າຍ ລາວ-ຫວຽດນາມ, ຫວຽດນາມ-ລາວ, ການຊຸກຍູ້ບັນດາໂຄງການຮ່ວມມືຂອງສອງປະເທດ ຢູ່ບັນດາແຂວງທີ່ຕົນຮັບຜິດຊອບ ແລະ ດຶງດູດການລົງທຶນຂອງຫວຽດນາມ ມາສູ່ບັນດາແຂວງພາກໃຕ້ຂອງລາວ, ເອົາໃຈໃສ່ຮັດແໜ້ນການເຕົ້າໂຮມຄວາມສາມັກຄີ ລະຫວ່າງ ພີ່ນ້ອງຊາວຫວຽດນາມ ທີ່ອາໄສຢູ່ໃນບັນດາແຂວງພາກໃຕ້ຂອງລາວ ໃຫ້ດຳລົງຊີວິດ ຢ່າງມີຄວາມສຸກ ປະກອບສ່ວນເຂົ້າໃນການພັດທະນາ ຂອງບັນດາແຂວງພາກໃຕ້ ເວົ້າສະເພາະ ກໍຄືເສີມຂະຫຍາຍການຮ່ວມມື ສອງຝ່າຍ.

ໃນໂອກາດດັ່ງກ່າວນີ້, ທ່ານຮອງລັດຖະມົນຕີ ກໍ​ໄດ້ສະແດງຄວາມຂອບໃຈ ຕໍ່ການຊ່ວຍເຫຼືອຂອງພັກ-ລັດຖະບານ ແລະ ປະຊາຊົນຫວຽດນາມອ້າຍ​ນ້ອງ​ທີ່ໄດ້ໃຫ້ການຊ່ວຍເຫຼືອ ລາວ ເປັນຢ່າງດີຕະຫຼອດມາ, ເຊິ່ງເປັນການປະກອບສ່ວນ​​ອັນສຳຄັນໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງແຂວງຈຳປາສັກແລະບັນດາແຂວງພາກໃຕ້​​ຂອງລາວ, ພິເສດ ແມ່ນການຊ່ວຍເຫຼືອທີ່ທັນການ ແລະ ມີປະສິດທິຜົນ ຕໍ່ເຫດການອຸທົກກະໄພ ຢູ່ເມືອງສະໜາມໄຊ ແຂວງອັດຕະປື.

          ​ໃນໂອກາດດຽວກັນ, ທ່ານ ບຸ່ຍ ເທ້ ຢຸ້ງ ໄດ້ສະແດງຄວາມຂອບໃຈຕໍ່ ທ່ານ ນາງ ຄຳເພົາ ເອີນທະວັນ ທີ່ໄດ້ໃຫ້ການຕ້ອນຮັບອັນອົບອຸ່ນ ແລະ ສະໜິດສະໜົມ ພ້ອມທັງໃຫ້ຄຳໝັ້ນສັນຍາວ່າ ຕະຫຼອດໄລຍະປະຕິບັດໜ້າທີ່ຂອງຕົນຢູ່ ລາວ ຕົນຈະປະກອບສ່ວນຢ່າງສຸດຄວາມສາມາດເຂົ້າໃນການພັດທະນາຂອງບັນດາແຂວງພາກໃຕ້ຂອງລາວ ກໍຄືໃນການເສີມຂະຫຍາຍສາຍພົວພັນມິດຕະພາບ​, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງປະເທດ​ ​ໃຫ້ຈະເລີນງອກງາມຍິ່ງໆຂຶ້ນ.

ບົດຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485550
ມື້ນີ້55
ມື້ວານ196
ອາທິດນີ້586
ເດືອນນີ້4855