ໃນວັນທີ 10 ຕຸລາ 2018, ທີ່ ກະຊວງການຕ່າງປະເທດ, ທ່ານ ນາງ ຄຳເພົາ ເອີນທະວັນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ແລະ ມອບໜັງສືແຕ່ງຕັ້ງຂອງ ທ່ານ ວໍລະວຸດ ພົງປະພາພັນ, ກົງສຸນໃຫຍ່ ແຫ່ງ ຣາຊະອານາຈັກໄທ ປະຈຳ ແຂວງສະຫວັນນະເຂດ.
ໃນໂອກາດດັ່ງກ່າວ, ທ່ານ ນາງ ຄຳເພົາ ເອີນທະວັນ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍຕໍ່ ທ່ານ ວໍລະວຸດ ພົງປະພາພັນ ທີ່ໄດ້ຖືກແຕ່ງຕັ້ງໃຫ້ມາດໍາລົງຕໍາແໜ່ງເປັນກົງສຸນໃຫຍ່ ແຫ່ງ ຣາຊະອານາຈັກໄທ ປະຈໍາແຂວງສະຫວັນນະເຂດ, ພ້ອມທັງໄດ້ສະແດງຄວາມເຊື່ອໝັ້ນວ່າ ໃນໄລຍະດໍາລົງຕໍາແໜ່ງນີ້ ທ່ານ ກົງສຸນໃຫຍ່ ຈະເຮັດສຸດຄວາມສາມາດ ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມື ລະຫວ່າງ ສປປ ລາວ - ຣາຊະອານາຈັກ ໄທ ໃຫ້ໄດ້ຮັບການພັດທະນາຍິ່ງໆຂຶ້ນ. ພ້ອມນັ້ນ, ຮອງລັດທ່ານລັດຖະມົນຕີກໍໄດ້ ຕາງໜ້າລັດຖະບານ ແລະ ປະຊາຊົນລາວສະແດງຄວາມຂອບໃຈມາຍັງລັດຖະບານ ແລະ ປະຊາຊົນໄທ ທີ່ໄດ້ໃຫ້ການຊ່ວຍເຫຼືອ ສປປ ລາວ ດ້ານມະນຸດສະທຳ ທີ່ເປັນວັດຖຸປັດໄຈຕ່າງໆລວມທັງເງິນ ແລະ ທີມງານກູ້ໄພເພື່ອໄປຊ່ວຍປະຊາຊົນຜູ້ທີ່ໄດ້ຖືກເຄາະຮ້າຍ ຈາກໄພພິບັດທຳມະຊາດຢູ່ເມືອງສະໜາມໄຊ, ແຂວງອັດຕະປື ໃນທ້າຍເດືອນກໍລະກົດຜ່ານມາ.
ໃນໂອກາດດຽວກັນ, ທ່ານ ກົງສຸນໃຫຍ່ ກໍ່ໄດ້ສະແດງຄວາມຂອບໃຈຕໍ່ທ່ານຮອງລັດຖະມົນຕີຕ່າງປະເທດທີ່ໄດ້ໃຫ້ການຕ້ອນຮັບອັນອົບອຸ່ນ ແລະໃຫ້ຄໍາໝັ້ນສັນຍາວ່າ ຕະຫຼອດໄລຍະການປະຕິບັດໜ້າທີ່ຂອງຕົນ ຢູ່ ສປປ ລາວ ຈະເຮັດສຸດຄວາມສາມາດ ເພື່ອເຮັດໃຫ້ການພົວພັນຮ່ວມມືຂອງສອງຝ່າຍ ລາວ-ໄທ ໃຫ້ໄດ້ຮັບການພັດທະນາຍິ່ງໆຂຶ້ນ.