ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ລັດຖະບານລາວ ມອບເງິນຊ່ວຍເຫລືອໃຫ້ແກ່ປະຊາຊົນຍີ່ປຸ່ນ ທີ່ໄດ້ຮັບຜົນກະທົບຈາກໄພທຳມະຊາດ

20180925VMkhamphaoHandoverAssToJapan3

ໃນວັນທີ 25 ກັນຍາ 2018, ທີ່ ກະຊວງການຕ່າງປະເທດ,ທ່ານ ນາງ ຄຳເພົາ ເອີນທະວັນ,​ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນ ແຫ່ງ ສປປ ລາວ ມອບເງິນຊ່ວຍເຫຼືອ ຈຳນວນ USD 100.000 (ໜຶ່ງແສນ ໂດລາສະຫະລັດ) ໃຫ້ແກ່ປະຊາຊົນຍີ່ປຸ່ນ ທີ່ໄດ້ຮັບຜົນກະທົບຈາກໄພພິບັດທາງທໍາມະຊາດນໍ້າຖ້ວມ ແລະ ດິນເຈື່ອນ ຢູ່ ພາກຕາເວັນຕົກຂອງປະເທດຍີ່ປຸ່ນ ໃນຕົ້ນເດືອນກໍລະກົດ 2018 ທີ່ຜ່ານມາ. ຕາງໜ້າລັດຖະບານຍີ່ປຸ່ນ ຮັບໂດຍ ທ່ານ ຕາເກຊິ ຮິກິຮາຣະ, ເອກອັກຄະລັດຖະທູດຍີ່ປຸ່ນ ປະຈຳ ສປປ ລາວ, ມີບັນດາພະນັກງານຈາກຂະແໜງການທີ່ກ່ຽວຂ້ອງຂອງທັງສອງຝ່າຍ ລາວ ແລະ ຍີ່ປຸ່ນ ເຂົ້າຮ່ວມເປັນສັກຂີພິຍານ.

ໃນໂອກາດນີ້, ທ່ານຮອງລັດຖະມົນຕີ ຄຳເພົາ ເອີນທະວັນ ໄດ້ສະແດງຄວາມເສົ້າສະຫຼົດໃຈຢ່າງສຸດຊຶ້ງ ຕໍ່ຄອບຄົວຜູ້ເສຍຊີວິດ ແລະ ຜູ້ໄດ້ຮັບຜົນກະທົບ ຈາກເຫດການດັ່ງກ່າວ, ພ້ອມທັງສະແດງຄວາມຫວັງວ່າ ຈໍານວນເງິນທີ່ລັດຖະບານ ສປປ ລາວ ໄດ້ຊ່ວຍເຫຼືອໃນຄັ້ງນີ້ ຈະເປັນສ່ວນໜຶ່ງໃນການປະກອບສ່ວນຊ່ວຍເຫຼືອ ເພື່ອເປັນການແບ່ງເບົາຄວາມທຸກໂສກຂອງບັນດາຜູ້ປະສົບໄພ ແລະ ກໍເປັນການສະແດງໃຫ້ເຫັນເຖິງນໍ້າໃຈມິດຕະພາບ ແລະ ຄວາມສາມັກຄີຮັກແພງຂອງປະຊາຊົນລາວ ຕໍ່ ປະຊາຊົນຍີ່ປຸ່ນ. ທ່ານຮອງລັດຖະມົນຕີ ຍັງມີຄວາມເຊື່ອໝັ້ນວ່າ ພາຍໃຕ້ການຊີ້ນໍານໍາພາຂອງລັດຖະບານຍີ່ປຸ່ນ ບວກກັບຄວາມສາມັກຄີເປັນຈິດໜຶ່ງໃຈດຽວຂອງປະຊາຊົນຍີ່ປຸ່ນ, ຜູ້ປະສົບໄພຈະຜ່ານຜ່າວິກິດການນີ້ໄປໄດ້ດ້ວຍດີ ແລະ ຂໍໃຫ້ຜູ້ປະສົບໄພໃນຄັ້ງນີ້ ຈົ່ງເຂັ້ມແຂງ ແລະ ມີກຳລັງໃຈໃນການຕໍ່ສູ້ ເພື່ອໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ.

ໃນໂອກາດດັ່ງກ່າວ, ທ່ານທູດ ຕາເກຊິ ຮິກິຮາຣະ ກໍໄດ້ສະແດງຄວາມຂອບໃຈເປັນຢ່າງສູງມາຍັງລັດຖະບານ ແຫ່ງ ສປປ ລາວ ທີ່ໄດ້ມອບເງິນຈຳນວນດັ່ງກ່າວ ເພື່ອຊ່ວຍເຫຼືອໃຫ້ແກ່ປະຊາຊົນຍີ່ປຸ່ນ ທີ່ໄດ້ຮັບຜົນກະທົບຈາກໄພພິບັດທາງທຳມະຊາດໃນຄັ້ງນີ້, ຊຶ່ງເປັນການສະແດງໃຫ້ເຫັນເຖິງນໍ້າໃຈມິດຕະພາບ ແລະ ຄວາມສາມັກຄີຮັກແພງລະຫວ່າງລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ຍີ່ປຸ່ນ ກໍຄື ປະຊາຊົນສອງຊາດ ລາວ-ຍີ່ປຸ່ນ.

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480346
ມື້ນີ້4
ມື້ວານ172
ອາທິດນີ້744
ເດືອນນີ້6577