ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຮອງລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ແລະ ຍື່ນຈົດໝາຍແຕ່ງຕັ້ງຂອງ ຜູ້ຕາງໜ້າຂອງອົງການອາຫານໂລກ (WFP) ປະຈຳ ສປປ ລາວ

20181009DFMSengphetRecWHP-1

20181009DFMSengphetRecWHP-2

ໃນຕອນບ່າຍຂອງວັນທີ 9 ຕຸລາ 2018 ທີ່ ກະຊວງການຕ່າງປະເທດ, ທ່ານ ແສງເພັດ ຮຸ່ງບຸນຍວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ແລະ ຍື່ນຈົດໝາຍແຕ່ງຕັ້ງຂອງ ທ່ານ Jan Maria R.Delbaere, ຜູ້ຕາງໜ້າຂອງອົງການອາຫານໂລກ (WFP) ປະຈຳ ສປປ ລາວ.

ໃນໂອກາດນີ້, ທ່ານ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ສະແດງຄວາມຍິນດີຕ້ອນ ຮັບອັນອົບອຸ່ນມາຍັງ ທ່ານຜູ້ຕາງໜ້າຂອງອົງການ WFP ຄົນໃໝ່ ປະຈຳ ສປປ ລາວ ພ້ອມທັງສະແດງຄວາມ ຂອບໃຈ ແລະ ຕີລາຄາສູງ ຕໍ່ການຮ່ວມມືທີ່ດີ ແລະ ຊ່ວຍເຫຼືອຂອງອົງການ WFP ຕໍ່ ສປປ ລາວ ໃນໄລຍະ ທີ່ຜ່ານມາ. ທ່ານ ແສງເພັດ ຮຸ່ງບຸນຍວງ ຍັງໄດ້ສະແດງຄວາມຫວັງວ່າ ພາຍໃຕ້ການນຳພາ ຂອງຜູ້ຕາງໜ້າຄົນໃໝ່, ອົງການ WFP ຈະເພີ່ມທະວີການຮ່ວມມື ແລະ ໃຫ້ການສະໜັບສະໜູນແກ່ ສປປ ລາວ ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ລວມທັງເປົ້າໝາຍ ການພັດທະນາແບບຍືນຍົງ ທີ່ກ່ຽວຂ້ອງກັບຂອບວຽກງານຂອງອົງການ WFP ໃຫ້ບັນລຸໄດ້ຕາມຄາດໝາຍ. ນອກຈາກນີ້, ທ່ານ ແສງເພັດ ຮຸ່ງບຸນຍວງ ກໍ່ຍັງສະແດງຄວາມ ຂອບໃຈຕໍ່ອົງການດັ່ງກ່າວ ທີ່ໃຫ້ການຊ່ວຍເຫຼືອສຸກເສີນແກ່ປະຊາຊົນຜູ້ປະສົບໄພພິບັດທີ່ ແຂວງ ອັດຕະປື ແລະ ບັນດາແຂວງ ອື່ນຂອງລາວ ທີ່ໄດ້ຮັບຜົນກະທົບຈາກໄພທຳມະຊາດອັນໜັກໜ່ວງໃນປີ 2018 ນີ້, ພ້ອມທັງອວຍ ພອນໃຫ້ ທ່ານ ຜູ້ຕາງໜ້າ ອົງການ WFP ຄົນໃໝ່ ປະສົບຜົນສຳເລັດໃນການປະຕິບັດໜ້າທີ່ຂອງທ່ານ.

ໃນໂອກາດດຽວກັນນີ້, ທ່ານ Jan Maria R.Delbaere ກໍ່ໄດ້ສະແດງຄວາມຂອບໃຈຕໍ່ການ ຕ້ອນຮັບອົບອຸ່ນຂອງ ທ່ານ ແສງເພັດ ຮຸ່ງບຸນຍວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ສະແດງ ຄວາມຂອບໃຈມາຍັງລັດຖະບານ ແຫ່ງ ສປປ ລາວ ທີ່ໄດ້ອະນຸມັດໃຫ້ ທ່ານ ມາປະຕິບັດໜ້າທີ່ຢູ່ ສປປ ລາວ. ທ່ານຍັງໄດ້ໃຫ້ຄຳໜັ້ນສັນຍາວ່າ ອົງການ WFP ຈະສືບຕໍ່ໃຫ້ການຊ່ວຍເຫຼືອແກ່ ສປປ ລາວ ແລະ ເພີ່ມທະວີ ການຮ່ວມມືກັບລັດຖະບານ ສປປ ລາວ ໃນການຈັດຕັ້ງປະຕິບັດແຜນການຮ່ວມມືສອງຝ່າຍໃຫ້ໄດ້ຮັບ ໝາກຜົນທີ່ດີໃນຕໍ່ໜ້າ.

ໃນປະຈຸບັນອົງການ WFP ໄດ້ໃຫ້ການຊ່ວຍເຫຼືອ ສປປ ລາວ ໃນຫຼາຍໂຄງການເຊັ່ນ: ການປະ ກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດວຽກງານການພັດທະນາ ເສດຖະກິດ-ສັງຄົມ ແຫ່ງຊາດ ກໍ່ຄືການ​ກະກຽມ​ຮັບ​ມື​ກັບ​ໄພພິບັດ; ວຽກງານ​ສຸຂະພາບ ​ແລະ ​ໂພ​ຊະນາ​ການ​ຂອງ​ແມ່ແລະ​ເດັກ; ​ໂຄງການ​ລິ​ເລີ່​ມກ່ຽວ​ກັບການ​ດຳລົງ​ຊີວິດ​ທີ່​ມີ​ແບ​ບ​ແຜນ​ດ້ານໂພ​ຊະນາ​ການ;​ໂຄງການ​ຄ້ຳປະກັນ​ສະບຽງ​ອາຫານ ​ແລະ​ ການ​ຕະຫຼາດ ແລະ ໂຄງການອາຫານ​​ເສີມໃຫ້​ແກ່ໂຮງຮຽນປະຖົມ.

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480294
ມື້ນີ້124
ມື້ວານ157
ອາທິດນີ້692
ເດືອນນີ້6525