ໃນຕອນບ່າຍຂອງວັນທີ 27 ສິງຫາ 2018, ທີ່ ຫ້ອງການ ອົງການສະຫະປະຊາຊາດ ຢູ່ ນະຄອນຫຼວງວຽງຈັນ, ທ່ານ ແສງເພັດ ຮຸ່ງບຸນຍວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ຕາງໜ້າໃຫ້ລັດຖະບານ ແຫ່ງ ສປປ ລາວ ເຂົ້າຮ່ວມເຊັນປຶ້ມໄຫວ້ອາໄລ ຕໍ່ການມໍລະນະກຳຂອງ ທ່ານ Kofi Annan, ອະດີດເລຂາທິການໃຫຍ່ ສປຊ.