ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ພິທີປິດຝຶກອົບຮົມ ການສ້າງຂີດຄວາມສາມາດໃນການເຜີຍແຜ່ ປພຍ ແລະ ວຽກງານທີ່ກ່ຽວຂ້ອງໃຫ້ແກ່ພະນັກງານຂັ້ນຖ້ອງຖິ່ນ ຊຸດທີ I

202146-sdg1

202146-sdg2

ໃນວັນທີ 02 ເມສາ 2021 ທີ່ ເມືອງ ວັງວຽງ, ແຂວງ ວຽງຈັນ, ທ່ານ ທອງສະຫັວນ ພົມວິຫານ, ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ເຂົ້າຮ່ວມພິທີປິດຝຶກອົບຮົມ ພາຍໃຕ້ຫົວຂໍ້ “ການສ້າງ​ຂີດ​ຄວາມ​ສາ​ມາດໃນການເຜີຍແຜ່ເປົ້າໝາຍການພັດທະນາແບບຍືນຍົງ (ປພຍ) ແລະ ວຽກງານທີ່ກ່ຽວຂ້ອງໃຫ້​ແກ່​ພະ​ນັກ​ງານ​ຂັ້ນ​ຖ້ອງ​ຖິ່ນ” ຊຸດ​ທີ I,

ຊຸດຝຶກອົບຮົມດັ່ງກ່າວ ຈັດໂດຍ ກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ໃນນາມກອງເລຂາແຫ່ງຊາດເພື່ອຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (ປພຍ/SDGs) ນັບຕັ້ງແຕ່ວັນທີ 29 ມີນາ ຈົນເຖິງວັນທີ 02 ເມສາ 2021, ໂດຍມີພະ​ນັກ​ງານ​ຫຼັກ​ແຫຼ່ງຂັ້ນຕ່າງໆ​ຕາງ​ໜ້າໃຫ້ພະແນກການ​ຕ່າງ​ປະ​ເທດ ແລະ ຂະແໜງແຜນການ ຈາກ 05 ແຂວງຄື: ບໍ່ແກ້ວ, ອຸດົມໄຊ, ວຽງຈັນ, ບໍລິຄໍາໄຊ ແລະ ຄໍາມ່ວນ ເຂົ້າຮ່ວມທັງໝົດ ປະມານ 20 ທ່ານ, ຍິງ 5 ທ່ານ. ຈຸດປະສົງຂອງການຝຶກອົບຮົມໃນຄັ້ງນີ້ ແມ່ນເພື່ອຍົກລະດັບ ແລະ ສົ່ງເສີມຄວາມສາມາດຂອງພະນັກງານທີ່ຮັບຜິດຊອບຂົງເຂດວຽກງານການຕ່າງປະເທດ ແລະ ແຜນການ ຂັ້ນແຂວງໃຫ້ມີຄວາມເຂົ້າໃຈເລິກເຊິ່ງກ່ຽວກັບ ການຈັດຕັ້ງປະຕິບັດ, ຂະບວນການເຊື່ອມສານ ປພຍ ຂອງສາກົນ ເຂົ້າກັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ກໍຄື ວຽກງານຂອງຂະແໜງການໃນແຕ່ລະໄລຍະ. ພ້ອມທັງໄດ້ມີການຝຶກອົບຮົມທັກສະການເປັນຄູຝຶກ ເພື່ອໃຫ້ຜູ້ເຂົ້າຮ່ວມສາມາດຖ່າຍທອດຄວາມຮັບຮູ້ກ່ຽວກັບ ປພຍ ແລະ ນໍາໄປເຜີຍແຜ່ໃຫ້ພະນັກງານລັດຖະກອນ ແລະ ພໍ່ແມ່ປະຊາຊົນຢູ່ໃນຂັ້ນທ້ອງຖິ່ນ, ເພື່ອສ້າງເຄືອຂ່າຍການປະສານງານລະຫວ່າງກອງເລຂາ ປພຍ ແຫ່ງຊາດ ແລະ ຜູ້ເຂົ້າຮ່ວມ ກໍ່ຄືຈຸດປະສານງານຂັ້ນທ້ອງຖິ່ນໃຫ້ມີຄວາມຮັດແໜ້ນກົມກຽວກັນ. ເນື້ອໃນສຳຄັນ ຂອງ ການຝຶກອົບຮົມຄັ້ງນີ້ ແມ່ນປະກອບມີ ການນຳສະເໜີວິທີການເຜີຍແຜ່, ຖ່າຍທອດ ສົ່ງຄວາມຮູ້ ກ່ຽວກັບແຕ່ລະເປົ້າໝາຍ ປພຍ ຢ່າງເໝາະສົມແທດເໝາະກັບຕົວຈິງ, ທັກສະການເວົ້າການນຳສະເໜີດ້ານຕ່າງໆ, ສະຫຼຸບລາຍງານຖອດທອນບົດຮຽນ, ທັງມີການສົນທະນາແລກປ່ຽນປະສົບການ ແລະ ຂໍ້ມູນຂ່າວສານ ຮັບປະກັນການຈັດຕັ້ງປະຕິບັດ ປພຍ ແມ່ນ ໜ້າທີ່ຂອງໝົດທຸກຄົນພາຍໃນຊາດ ເພື່ອຜົນປະໂຫຍດລວມຂອງຊາດ, ຂອງທ້ອງຖິ່ນ ແລະ ສອດຄ່ອງກັບແນວທາງຂອງພັກຂອງລັດ ແລະ ລະບຽບກົດໝາຍຂອງປະເທດເຮົາ.

ໃນພິທີປິດ, ຜູ້ທີ່ໄດ້ຜ່ານການເຂົ້າຮ່ວມຈົນຈົບການຝືກ ແມ່ນໄດ້ຮັບໃບຢັ້ງຢືນການເຂົ້າຮ່ວມຝຶກອົບຮົມ ເຊິ່ງໃຫ້ກຽດມອບໃບຢັ້ງຢືນ ແລະ ກ່າວປິດພິທີຊຸດຝຶກຮົບໂດຍ ທ່ານ ທອງສະຫວັນ ພົມວິຫານ, ຮອງລັດຖະມົນຕີກະຊວງການຕ່າງປະເທດ. ໃນໂອກາດດັ່ງກ່າວ, ທ່ານຮອງລັດຖະມົນຕີ ໄດ້ໃຫ້ກຽດໂອ້ລົມ ແລະ ໃຫ້ທິດຊີ້ນໍາ ແກ່ຜູ້ເຂົ້າຮ່ວມຝຶກອົບຮົມ ໂດຍໄດ້ຍົກ​ໃຫ້​ເຫັນ​​ບາງ​ບັນ​ຫາ​ທີ່​ປິ່ນ​ອ້ອມ​ກັບ​ການ​ຈັດ​ຕັ້ງ​ການ​ຝຶກ​ອົບ​ຮົມ​ໃນ​ຄັ້ງ​ນີ້ ໂດຍ​ສະ​ເພາະ​ແມ່ນ ຜູ້​ເຂົ້າ​ຮ່ວມ​ຕ້ອງ​ກຳ​ແໜ້ນ​ແນວ​ທາງ​ນະ​ໂຍ​ຍາຍ​ຂອງ​ພັກ-ລັດ ຕໍ່​ກັບ​ທິດ​ທາງ​ແຜນ​ການ​ພັດ​ທະ​ນາ​ປະ​ເທດ​ຊາດ​ໃນ​ແຕ່​ລ​ະ​ໄລ​ຍະ, ເປັນ​ຕົ້​ນ​ແມ່ນບັນ​ດາ​ໜ້າ​ວຽກ​ບູ​ລິ​ມະ​ສິດ​ຂອງ​ລັດ​ຖະ​ບານ​ທີ່​ຖືກ​ຮັບ​ຮອງ​ເອົາ​ຢູ່​ໃນແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ແຫ່​ງ​ຊາດ 5 ປີ ຄັ້ງ​ທີ IX ເຊິ່ງ​ມີຫຼາຍ​ອັນ​ຕິດ​ພັນ​ກັບ​​ເປົ້າ​ໝາຍ​ຂອງ​ສາ​ກົນ, ຜູ້​ຈ​ະ​ໄປ​ໂຄ​ສະ​ນາ​ເຜີຍ​ແຜ່ ກ່ຽວ​ກັບ ການ​ຈັດ​ຕັ້ງ​ປະ​ຕິ​ບັດ ປ​ພຍ ​ກໍ​ຕ້ອງ​ກຳ​ໃຫ້​ໄດ້ປະ​ຫັວດ​ການ​ເປັນ​ມາ ຄວາມ​ໝາຍ​ຄວາມ​ສຳ​ຄັນ​ຂອງ​ແຕ່​ລະເປົ້າ​ໝາຍ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ ທີ່​ປິ່ນ​ອ້ອມສາມເສົ້າ​ຄ້ຳຄື: ເສ​ດ​ຖະ​ກິດ, ສັງ​ຄົມ ແລະ ສິ່ງ​ແວດ​ລ້ອມ; ໃນ​ນັ້ນ, ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ແຫ່ງ​ຊາດຕ້ອງ​ເປັນ​ໃຈ​ກາງ. ພ້ອມທັງ ຢໍ້າໃຫ້ຜູ້ເຂົ້າຮ່ວມຊຸດຝຶກອົບຮົມໃນຄັ້ງນີ້ ເອົາໃຈໃສ່ ແລະ ສືບຕໍ່ນຳເອົາທັກສະຄວາມຮູ້ ໄປເຜີຍແຜ່ຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍເຂົ້າໃນໜ້າທີ່ວຽກງານຂອງຕົນ ໂດຍສະເພາະແມ່ນການຈັດຕັ້ງປະຕິບັດວາລະ 2030 ໃຫ້ມີປະສິດທິຜົນໃນຂອບເຂດທົ່ວປະເທດ.

ບົດຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484481
ມື້ນີ້185
ມື້ວານ273
ອາທິດນີ້919
ເດືອນນີ້3786