ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມປຶກສາຫາລື ກ່ຽວກັບ ການຈັດຕັ້ງປະຕິບັດຜົນຂອງກອງປະຊຸມສຸດຍອດ CLV ຄັ້ງທີ 11, ກອງປະຊຸມສຸດຍອດ CLMV)ຄັ້ງທີ 10 ແລະ ກອງປະຊຸມສຸດ ACMECS ຄັ້ງທີ 9

 

20210401-Attapeu-1

20210401-Attapeu-2

 20210401-Attapeu-3-1

 

ໃນວັນທີ 1 ເມສາ 2021, ກະຊວງການຕ່າງປະເທດ ໂດຍປະສານສົມທົບກັບ ຫ້ອງວ່າການແຂວງອັດຕະປື ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບ ການຈັດຕັ້ງປະຕິບັດ ຜົນຂອງກອງປະຊຸມສຸດຍອດ CLV ຄັ້ງທີ 11, ກອງປະຊຸມສຸດຍອດ CLMV ຄັ້ງທີ 10 ແລະ ກອງປະຊຸມສຸດຍອດ ACMECS ຄັ້ງທີ 9 ແລະ ການກະກຽມໃຫ້ແກ່ກອງປະຊຸມ ຄະນະກຳມະການປະສານງານຮ່ວມ ເຂດສາມຫຼ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ ຄັ້ງທີ 13 (The 13th JCC CLV DTA Meeting) ທີ່ ແຂວງອັດຕະປື, ພາຍໃຕ້ການເປັນປະທານຂອງ ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ ທະນູໄຊ ບັນຊາລິດ, ຮອງເຈົ້າແຂວງອັດຕະປື, ໂດຍມີຜູ້ເຂົ້າຮ່ວມຈາກບັນດາຂະແໜງການທີ່ກ່ຽວຂ້ອງ ທັງຂັ້ນສູນກາງ ແລະ ທ້ອງຖິ່ນ ກໍ່ຄື ແຂວງອັດຕະປື, ແຂວງສາລະວັນ, ແຂວງເຊກອງ ແລະ ແຂວງຈໍາປາສັກ ລວມທັງໝົດປະມານ 80 ທ່ານ.

ຈຸດປະສົງຂອງກອງປະຊຸມຄັ້ງນີ້ ເພື່ອປຶກສາຫາລື ແລະ ແລກປ່ຽນຄໍາຄິດເຫັນ ກ່ຽວກັບ ການຜັນຂະຫຍາຍ ຜົນຂອງກອງປະຊຸມສຸດຍອດCLV ຄັ້ງທີ 11, ກອງປະຊຸມສຸດຍອດ CLMV ຄັ້ງທີ 10 ແລະ ກອງປະຊຸມສຸດຍອດ ACMECS ຄັ້ງທີ 9 ໂດຍສະເພາະບັນດາເອກະສານທີ່ຜູ້ນຳໄດ້ຮັບຮອງເອົາ ເປັນຕົ້ນ: ບັນດາຖະແຫຼງການຮ່ວມ ແລະ ບັນດາແຜນພັດທະນາໃນຂະແໜງການບູລິມະສິດ ທັງນີ້ກໍ່ເພື່ອຊຸກຍູ້ການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ກໍຄືບັນດາແຂວງຢູ່ໃນເຂດສາມຫຼ່ຽມພັດທະນາ ແນໃສ່ການສົ່ງເສີມການເຊື່ອມໂຍງເສດຖະກິດກັບພາກພື້ນ ແລະ ສາກົນ ຂຶ້ນເທື່ອລະກ້າວ. ນອກຈາກນີ້, ຍັງໄດ້ປຶກສາຫາລື ແລະ ແລກປ່ຽນຄໍາຄິດເຫັນ ກ່ຽວກັບ ການກະກຽມຄວາມພ້ອມໃນດ້ານຕ່າງໆ ຂອງ ສປປ ລາວ ທີ່ຈະເປັນເຈົ້າພາບ ຈັດກອງປະຊຸມ ຄະນະກຳມະການປະສານງານຮ່ວມ ເຂດສາມຫຼ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ ຄັ້ງທີ 13 ໃນປີ 2021 ແລະ ແຜນວຽກສໍາຄັນຕ່າງໆ ແຕ່ປີ 2021-2022. ພ້ອມດຽວກັນນີ້, ບັນດາຜູ້ເຂົ້າຮ່ວມ ໄດ້ຮັບຟັງການລາຍງານຄວາມຄືບໜ້າ ຂອງການຈັດຕັ້ງປະຕິບັດວຽກງານ ໃນກົນໄກການຮ່ວມມືດັ່ງກ່າວ ໃນໄລຍະຜ່ານມາ ລວມທັງການຕີລາຄາຜົນໄດ້ຮັບ, ຂໍ້ຄົງຄ້າງ, ຂໍ້ສະເໜີ ແລະ ທິດທາງແກ້ໄຂວຽກງານໃນຕໍ່ໜ້າ.

ກອງປະຊຸມຄັ້ງນີ້ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ ແລະ ບັນລຸໄດ້ຈຸດປະສົງເປົ້າໝາຍທີ່ວາງໄວ້ ໂດຍສາ ມາດກໍາໄດ້ບັນດາທ່າແຮງ, ກາລະໂອກາດ ແລະ ບັນດາສິ່ງທ້າທາຍຂອງ 4 ແຂວງພາກໃຕ້ ໃນການປະກອບສ່ວນ ເຂົ້າໃນກົນໄກການຮ່ວມມື ຂອງສາມຂອບດັ່ງກ່າວແລະ ໄດ້ເປັນເອກະພາບກັນ ກ່ຽວກັບ ການກຳນົດພາລະໜ້າທີ່ ແລະ ຄວາມຮັບຜິດຊອບ ຂອງ ບັນດາຂະແໜງການກ່ຽວຂ້ອງຂັ້ນແຂວງ ເພື່ອກະກຽມຈັດຕັ້ງຜັນຂະຫຍາຍແຜນວຽກໃນຕໍ່ໜ້າ ກໍຄືການຕົກລົງເຫັນດີຂອງບັນດາຜູ້ນຳ ຂອງບັນດາປະເທດສະມາຊິກ ໃນສາມຂອບການຮ່ວມມືດັ່ງກ່າວ.

--------------------------------------------------------------------------

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480209
ມື້ນີ້39
ມື້ວານ157
ອາທິດນີ້607
ເດືອນນີ້6440