ໃນວັນທີ 20 ທັນວາ 2021, ທີ່ ກະຊວງການຕ່າງປະເທດ, ໄດ້ຈັດພິທີລົງນາມເອກະສານແລກປ່ຽນ ໂຄງການຊ່ວຍເຫຼືອລ້າ ຈາກລັດຖະບານຍີ່ປຸ່ນ ເພື່ອສະໜອງອຸປະກອນອໍານວຍຄວາມສະດວກ ໃຫ້ແກ່ ສະໜາມບິນສາກົນຂອງລາວ. ຕາງໜ້າຝ່າຍລາວຮ່ວມລົງນາມໃນຄັ້ງນີ້ ໂດຍ ທ່ານ ໂພໄຊ ໄຂຄຳພິທູນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ຕາງໜ້າຝ່າຍຍີ່ປຸ່ນ ໂດຍ ທ່ານ ໂຄບາຢາຊິ ເຄນອິຈິ (Mr. KOBAYASHI Kenichi), ເອກອັກຄະຣາຊະທູດ ຍີ່ປຸ່ນ ປະຈໍາ ສປປ ລາວ, ມີບັນດາພະນັກງານກ່ຽວຂ້ອງຂອງທັງສອງຝ່າຍ ເຂົ້າຮ່ວມ.
ການຊ່ວຍເຫຼືອໃນຄັ້ງນີ້, ແມ່ນໂຄງການຊ່ວຍເຫຼືອລ້ານອກໂຄງການ (Non-Project) ເພື່ອສະໜອງອຸປະກອນອໍານວຍຄວາມສະດວກ ໃຫ້ແກ່ ສະໜາມບິນສາກົນຂອງລາວ, ມູນຄ່າ 1 ຕື້ເຢນ ຫຼື ປະມານ 8,77 ລ້ານ ໂດລາ ສະຫະລັດ. ໃນໂອກາດດັ່ງກ່າວ, ທ່ານຮອງລັດຖະມົນຕີ ໂພໄຊ ໄຂຄຳພິທູນ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈ ແລະ ຕີລາຄາສູງຕໍ່ການສະໜັບສະໜູນ ແລະຊ່ວຍເຫຼືອ ສປປ ລາວ ຂອງລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ຕະຫຼອດມາ ອັນໄດ້ປະກອບສ່ວນສໍາຄັນ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ເປັນແຕ່ລະໄລຍະ, ຊຶ່ງໄດ້ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນລາວບັນດາເຜົ່າ ໄດ້ຮັບການຍົກລະດັບຂຶ້ນເປັນກ້າວໆ, ສະແດງຄວາມຂອບໃຈມາຍັງ ພາກສ່ວນກ່ຽວຂ້ອງຂອງຍີ່ປຸ່ນ ທີ່ຍາມໃດກໍ່ໄດ້ຄົ້ນຄວ້າ ແລະ ຂົນຂວາຍຍາດແຍ່ງການຊ່ວຍເຫຼືອຂອງລັດຖະບານຍີ່ປຸ່ນ ໃຫ້ແກ່ ສປປ ລາວ ຢ່າງຕັ້ງຫນ້າ, ຊຶ່ງເປັນການຊ່ວຍເຫຼືອທີ່ມີປະສິດທີພາບ, ປະສິດທິຜົນ ແລະ ແທດເຫມາະກັບຄວາມຮຽກຮ້ອງຕ້ອງການຕົວຈິງຂອງ ສປປ ລາວ; ລັດຖະບານລາວ ຈະນຳໃຊ້ການຊ່ວຍເຫຼືອຄັ້ງນີ້ ໃຫ້ເກີດຜົນປະໂຫຍດສູງສຸດ ເພື່ອປະກອບສ່ວນເຂົ້າໃນການຍົກລະດັບຄວາມສາມາດ ດ້ານການໃຫ້ບໍລິການ ແລະ ຮັບປະກັນຄວາມພ້ອມຢູ່ສະໜາມບິນສາກົນຂອງລາວ ໃຫ້ແທດເໝາະກັບຄວາມຮຽກຮ້ອງຕ້ອງການຕົວຈິງ ເວົ້າສະເພາະ, ເວົ້າລວມ ກໍແມ່ນການອໍານວຍຄວາມສະດວກ ໃຫ້ແກ່ ການຜັນຂະຫຍາຍຍຸດທະສາດການເຊື່ອມໂຍງກັບຂົງເຂດ ແລະ ພາກພື້ນ ຂອງ ສປປ ລາວ ໃຫ້ມີບາດກ້າວໝັ້ນທ່ຽງຍິ່ງໆຂຶ້ນ ແລະ ຫວັງວ່າ ລັດຖະບານ ຍີ່ປຸ່ນ ຈະສືບຕໍ່ໃຫ້ການຮ່ວມມື ແລະ ຊ່ວຍເຫຼືອ ສປປ ລາວ ໃນຂະແໜງການອື່ນໆເພີ່ມຕື່ມໃນຕໍ່ໜ້າ.
ໃນໂອກາດດຽວກັນນີ້, ທ່ານເອກອັກຄະຣາຊະທູດ ໂຄບາຢາຊິ ເຄນອິຈິ ໄດ້ສະແດງຄວາມຍິນດີທີ່ໄດ້ຕາງໜ້າ ໃຫ້ລັດຖະບານຍີ່ປຸ່ນ ຮ່ວມລົງນາມເອກະສານແລກປ່ຽນ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ໃນຄັ້ງນີ້ ແລະເຊື່ອໝັ້ນວ່າ ໂຄງການດັ່ງກ່າວຈະປະກອບສ່ວນອັນສຳຄັນ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ກໍ່ຄືປະກອບສ່ວນເຂົ້າໃນການສົ່ງເສີມ ການພົວພັນ-ຮ່ວມມື ສອງຝ່າຍ ລາວ-ຍີ່ປຸ່ນໃຫ້ນັບມື້ນັບແໜ້ນແຟ້ນຍິ່ງໆຂຶ້ນ.