ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ປະທານປະເທດແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ

 

Cambodia PM Courtesy call to President of Laos 1

 

ໃນຕອນເຊົ້າຂອງວັນທີ 26 ມີນາ 2024, ທີ່ ຫໍສະພາແຫ່ງຊາດລາວ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ສົມເດັດ ມະຫາບໍວໍ ທິບໍດີ ຮຸນ ມາແນດ, ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ, ໃນໂອກາດທີ່ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ແຕ່ວັນທີ 25-26 ມີນາ 2024.

 

 

 

Cambodia PM Courtesy call to President of Laos 3

 

 

ໃນໂອກາດດັ່ງກ່າວນີ້, ພະນະທ່ານ ປະທານປະເທດ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການຄັ້ງທຳອິດຂອງ ສົມເດັດ ມະຫາບໍວໍ ທິບໍດີ ຮຸນ ມາແນດ ແລະ ຄະນະ ໃນຄັ້ງນີ້, ເຊິ່ງເປັນການປະກອບສ່ວນສຳຄັນເຂົ້າໃນການຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີຖານບ້ານໃກ້ເຮືອນຄຽງທີ່ມີມາແຕ່ດົນນານ ລະຫວ່າງ ລາວ-ກໍາປູເຈຍ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ ແລະ ຖືໂອກາດນີ້ ຝາກຄວາມຢື້ຢາມຖາມຂ່າວໄປເຖິງ ພະບາດ ສົມເດັດ ພະບໍຣົມມະນຽດ ໂນໂຣດົມ ສີຫາມຸນີ, ພະມະຫາກະສັດ ແຫ່ງ ຣາຊະອານາຈັກ ກຳປູເຈຍ ແລະ ສົມເດັດ ອັກຄະມະຫາ ເສນາບໍດີ ເຕໂຈ ຮຸນແຊນ, ປະທານພັກປະຊາຊົນກໍາປູເຈຍ, ປະທານທີ່ປຶກສາສູງສຸດຂອງ ພະມະຫາກະສັດ ແຫ່ງ ຣາຊະອານາຈັກ ກຳປູເຈຍ, ພ້ອມທັງຝາກຄໍາເຊື້ອເຊີນໄປຍັງ ພະບາດ ສົມເດັດ ພະບໍຣົມມະນຽດ ໂນໂຣດົມ ສີຫາມຸນີ ມາຢ້ຽມຢາມ ສປປ ລາວ ໃນເວລາອັນສະດວກ. ພ້ອມກັນນີ້, ກໍ່ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດ ຂອງການເລືອກຕັ້ງສະມາຊິກສະພາສູງ ສະໄໝທີ V, ເຊິ່ງພັກປະຊາຊົນ ກໍາປູເຈຍ ສາມາດຍາດໄດ້ໄຊຊະນະທີ່ນັ່ງໃນສະພາຈໍານວນຫຼວງຫຼາຍ. ພ້ອມນັ້ນ, ພະນະທ່ານ ປະທານປະເທດ ກໍ່ໄດ້ຊົມເຊີຍຕໍ່ຜົນສຳເລັດຂອງການພົບປະປຶກສາຫາລືຮ່ວມກັນ ລະຫວ່າງ ສອງນາຍົກລັດຖະມົນຕີ ລາວ-ກຳປູເຈຍ ໃນຄັ້ງນີ້ ແມ່ນສາມາດຕົກລົງ​ຫຼາຍ​ບັນຫາຮ່ວມກັນ ເພື່ອຊຸກຍູ້ສົ່ງເສີມ​ການ​ຮ່ວມ​ມືສອງຝ່າຍໃນຕໍ່ຫນ້າ, ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດໃນການສຳຫຼວດ ແລະ ປັກຫຼັກໝາຍຊາຍແດນຖາວອນ ລາວ-ກຳປູເຈຍ ທີ່ສາມາດບັນລຸໄດ້ 86% ຂອງເສັ້ນຊາຍແດນທັງຫມົດ ແລະ ເຫັນດີຊຸກຍູ້ໃຫ້ສອງຝ່າຍ ສືບຕໍ່ປຶກສາຫາລືຮ່ວມກັນໃນການແກ້ໄຂບໍລິເວນຄົງຄ້າງໃຫ້ສຳເລັດ ບົນ​ຈິດ​ໃຈທີ່​ເປັນຍາດ​ພີ່ນ້ອງບ້ານ​ໃກ້​ເຮືອນຄຽງດ້ວຍ​ກັນ ແລະ ເພີ່ມທະວີການຮັກສາຄວາມສະຫງົບຮຽບຮ້ອຍຕາມບໍລິເວນຊາຍແດນ ແນໃສ່ສ້າງຊາຍແດນໃຫ້ເປັນເສັ້ນຊາຍແດນແຫ່ງສັນຕິພາບ ແລະ ການຮ່ວມມື. ພ້ອມດຽວກັນນີ້, ພະນະທ່ານ ປະທານປະເທດ ໄດ້ສະເໜີໃຫ້ສອງຝ່າຍ ຊຸກຍູ້ການຮ່ວມມືໃນການພັດທະນາເສັ້ນທາງ ຄົມມະນາຄົມຂົນສົ່ງ ແລະ ການເຊື່ອມໂຍງ ເຊື່ອມຈອດ ໃຫ້ປະກົດຜົນເປັນຈິງ, ຊຸກຍູ້ໃຫ້ກະຊວງ, ຂະແໜງການກ່ຽວຂ້ອງຂອງສອງຝ່າຍ ເຮັດວຽກຮ່ວມກັນ ຢ່າງໃກ້ຊິດ ການສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ ເພື່ອສ້າງເງື່ອນໄຂເອື້ອອໍານວຍໃຫ້ແກ່ພາກທຸລະກິດຂອງສອງປະເທດ ໃນການແລກປ່ຽນບົດຮຽນ ແລະ ຮ່ວມທຸລະກິດນໍາກັນຕື່ມໃນຕໍ່ໜ້າ, ເອົາໃຈໃສ່ຈັດຕັ້ງປະຕິບັດບັນດາເອກະສານທີ່ໄດ້ລົງນາມຮ່ວມກັນແລ້ວນັ້ນ ໃຫ້ເປັນຮູບປະທຳ ໂດຍສະເພາະ ການຮ່ວມມືດ້ານພະລັງງານໄຟຟ້າ ແລະ ອື່ນໆ ເພື່ອເພີ່ມທະວີການຮ່ວມມືສອງປະເທດ ໃຫ້ມີປະສິດທິຜົນຍິ່ງຂຶ້ນ.

 

 

                                          Cambodia PM Courtesy call to President of Laos 4Cambodia PM Courtesy call to President of Laos 5

 

 

ໃນຕອນທ້າຍ, ພະນະທ່ານ ປະທານປະເທດ ໄດ້ອວຍພອນໃຫ້ ສົມເດັດ ມະຫາບໍວໍ ທິບໍດີ ຮຸນ​​​ ມາແນດ ພ້ອມດ້ວຍຄະນະ ຈົ່ງປະສົບຜົນສໍາເລັດໃນການມາຢ້ຽມຢາມທາງການ ສປປ ລາວ ໃນຄັ້ງນີ້ ແລະ ອວຍໄຊໃຫ້ພອນຕໍ່ທ່ານ ແລະ ຄະນະເດີນທາງກັບບ້ານດ້ວຍຄວາມສະຫວັດດີພາບ.

 

ໃນຂະນະດຽວກັນ, ສົມ​ເດັດ ມະຫາບໍວໍ ທິບໍດີ ຮຸນ​​​ ມາແນດ ກໍ່ໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນຂອງລັດຖະບານ ແລະ ປະຊາຊົນລາວ ໃນຄັ້ງນີ້, ພ້ອມທັງໄດ້ນໍາເອົາຄໍາເຊື້ອເຊີນ ຂອງ ພະບາດ ສົມເດັດ ພະບໍຣົມມະນຽດ ໂນໂຣດົມ ສີຫາມຸນີ, ພະມະຫາກະສັດ ແຫ່ງ ຣາຊະອານາຈັກ ກຳປູເຈຍ ເຖິງ ພະນະທ່ານ ປະທານປະເທດ ທອງລຸນ ສີສຸລິດ ໄປຢ້ຽມຢາມ ຣາຊະອານາຈັກ ກໍາປູເຈຍ ໃນເວລາອັນເໝາະສົມ. ພ້ອມກັນນີ້, ສົມ​ເດັດ ມະຫາບໍວໍ ທິບໍດີ ຮຸນ​​​ ມາແນດ ຍັງໄດ້ສະແດງຄວາມຫມາຍຫມັ້ນຈະສືບຕໍ່ໃຫ້ການຮ່ວມມື ແລະ ສະໜັບສະໜູນ ສປປ ລາວ ໃນຕໍ່ຫນ້າ ທັງໃນຂອບການຮ່ວມມືສອງຝ່າຍ, ຫຼາຍຝ່າຍ ກໍ່ຄື ໃນເວທີພາກພື້ນ ແລະ ສາກົນ, ຈະຊຸກຍູ້ພາກສ່ວນກ່ຽວຂ້ອງຂອງຕົນ ສືບຕໍ່ເຮັດວຽກຮ່ວມກັບຝ່າຍລາວຢ່າງໃກ້ຊິດ ເພື່ອຮ່ວມກັນເສີມຂະຫຍາຍສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ການພົວພັນແບບຄູ່ຮ່ວມມືຍຸດທະ ສາດຮອບດ້ານ ແລະ ໝັ້ນຄົງຍາວນານ ລະຫວ່າງ ລາວ-ກໍາປູເຈຍ ໃຫ້ນັບມື້ມີຄວາມກ້າວໜ້າ ແລະ ມີປະສິດທິຜົນສູງສຸດ, ນໍາເອົາຜົນປະໂຫຍດຕົວຈິງມາສູ່ປະເທດຊາດ ແລະ ປະຊາຊົນສອງຊາດ ກຳປູເຈຍ-ລາວ, ອວຍພອນໃຫ້ສາຍພົວພັນອັນດີງາມຂອງສອງປະເທດ ຈົ່ງໄດ້ຮັບການເພີ່ມ ພູນຄູນສ້າງ ແລະ ນັບມື້ແຕກດອກອອກຜົນຍິ່ງຂຶ້ນ.

 

 

Cambodia PM Courtesy call to President of Laos 7Cambodia PM Courtesy call to President of Laos 6

 

 

ບົດຂ່າວອື່ນໆ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486096
ມື້ນີ້12
ມື້ວານ215
ອາທິດນີ້1132
ເດືອນນີ້5401