ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຕາງໜ້າລັດຖະບານ ສປປ ລາວ ມອບໃບຢັ້ງຢືນພົນລະເມືອງກິດຕິມະສັກ ໃຫ້ແກ່ ທ່ານ ດຣ. ກິໂດ ກາແປນລີ, ອະດີດກົງສຸນ ກິດຕິມະສັກ ແຫ່ງ ສປປ ລາວ ປະຈໍາ ປະເທດ ສະວິດ

   

  

  

20240322 DPM HC Swiss 1

        

ໃນວັນທີ 22 ມີນາ 2024, ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ ນ. ມາເຣຍ ກາແປນລີ (Maria Kappeli-Mazenauer), ພັນລະຍາ ຂອງ ທ່ານ ດຣ. ກິໂດ ກາແປນລີ (Dr. Guido Josef Kappeli), ອະດີດກົງສຸນກິດຕິມະສັກ ແຫ່ງ ສປປ ລາວ ປະຈໍາ ເຂດກັງຕົງ, ເມືອງ Schwyz, ສະມາພັນທະລັດ ສະວິດ (ທ່ານເສຍຊີວິດ ໃນເດືອນພຶດສະພາ 2023) ພ້ອມດ້ວຍປະທານ ແລະ ຮອງປະທານຂອງ ມູນນິທິກົງສຸນ ລາວ-ສະວິດ (Foundation Consulaire Lao-Suisse), ພ້ອມທັງໄດ້ຕາງໜ້າ ລັດຖະບານ ແຫ່ງ ສປປ ລາວ ມອບໃບຢັ້ງຢືນພົນລະເມືອງກິດຕິມະສັກ ໃຫ້ແກ່ ທ່ານ ດຣ. ກິໂດ ກາແປນລີ, ໂດຍແມ່ນ ທ່ານ ນ. ມາເຣຍ ກາແປນລີ ຕາງໜ້າຮັບ.

   

     

20240322 DPM HC Swiss 3

   

ໃນໂອກາດນີ້, ທ່ານ ຮອງນາຍົກລັດຖະມົນຕີ ໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຢ່າງຈິງໃຈ ຕໍ່ຄຸນງາມຄວາມດີ ແລະ ຜົນງານອັນໃຫຍ່ຫຼວງ ຂອງ ທ່ານ ດຣ. ກິໂດ ກາແປນລີ, ເຊິ່ງທ່ານໄດ້ຮັບການແຕ່ງຕັ້ງເປັນກົງສຸນກິດຕິມະສັກ ນັບແຕ່ປີ 2009 ເປັນຕົ້ນມາ, ທ່ານໄດ້ປະກອບສ່ວນອັນໃຫຍ່ຫຼວງ ເຂົ້າໃນການຮັດແໜ້ນການພົວພັນຮ່ວມມືສອງຝ່າຍ, ທັງຍັງເຄື່ອນໄຫວຢ່າງຕັ້ງໜ້າໃນການຂົນຂວາຍຍາດແຍ່ງການຊ່ວຍເຫຼືອປະກອບສ່ວນອັນສໍາຄັນເຂົ້າໃນການສ້າງສາພັດທະນາ ແລະ ສ້າງບຸກຄະລາກອນໃຫ້ແກ່ ສປປ ລາວ, ລວມເຖິງການປະກອບສ່ວນໃນການໂຄສະນາເຜີຍແຜ່ວັດທະນະທໍາ, ການທ່ອງທ່ຽວ, ການຄ້າ ແລະ ການລົງທຶນ ຂອງ ສປປ ລາວ. ທ່ານ ດຣ. ກິໂດ ກາແປນລີ ໄດ້ປະກອບສ່ວນໃນຫຼາຍໆດ້ານ, ໂດຍສະເພາະດ້ານວຽກງານການສຶກສາ, ກິລາ ແລະ ສາທາລະນະສຸກ ຢູ່ເຂດຮ່າງໄກສອກຫຼີກໃນບັນດາແຂວງຕ່າງໆຂອງ ສປປ ລາວ ເຊັ່ນ: ໄດ້ປຸກສ້າງໂຮງຮຽນ ຈໍານວນ 27 ຫຼັງ ໃນ 8 ແຂວງ ພ້ອມທັງໃຫ້ການຊ່ວຍເຫຼືອດ້ານອຸປະກອນການຮຽນ-ການສອນ ແລະ ນໍ້າດື່ມສະອາດ ຈໍານວນ 35 ໂຄງການ ລວມມູນຄ່າຫຼາຍກວ່າ 2.010.000 ໂດລາສະຫະລັດ ແລະ ອື່ນໆອີກ.

    

  

20240322 DPM HC Swiss 4

  

ໃນໂອກາດດຽວກັນນີ້, ທ່ານ ນ. ມາເຣຍ ກາແປນລີ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ແລະ ຮູ້ສຶກເປັນກຽດຢ່າງຍິ່ງ ທີ່ໄດ້ຕາງໜ້າໃຫ້ ທ່ານ ດຣ. ກິໂດ ກາແປນລີ ຮັບເອົາໃບຢັ້ງຢືນພົນລະເມືອງກິດຕິມະສັກ ອັນມີຄຸນຄ່າ ແລະ ມີຄວາມໝາຍສໍາຄັນໃນຄັ້ງນີ້, ພ້ອມທັງໃຫ້ຮູ້ວ່າ ທ່ານ ດຣ. ກິໂດ ກາແປນລີ ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ທັງໝົດ 80 ຄັ້ງ, ໃນນັ້ນ ຕົນເອງກໍ່ໄດ້ມີໂອກາດຕິດຕາມມານໍາ ປະມານ 30 ຄັ້ງ, ເຊິ່ງແມ່ນປະສົບການທີ່ສວຍງາມ ແລະ ໜ້າປະທັບໃຈ. ພ້ອມກັນນີ້, ທ່ານ ນ. ມາເຣຍ ກາແປນລີ ຍັງໄດ້ຕາງໜ້າໃຫ້ ປະທານ ແລະ ຮອງປະທານຂອງ ມູນນິທິກົງສຸນ ລາວ-ສະວິດ ສະແດງຄວາມໝາຍໝັ້ນໃນການສືບຕໍ່ເປັນຂົວຕໍ່ ແລະ ປະກອບສ່ວນໃນການເສີມຂະຫຍາຍການພົວພັນຮ່ວມມື ລະຫວ່າງ ສອງປະເທດ ສະວິດ-ລາວ ໃນຕໍ່ໜ້າ.

  

  

 

ບົດຂ່າວອື່ນໆ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486076
ມື້ນີ້207
ມື້ວານ168
ອາທິດນີ້1112
ເດືອນນີ້5381