ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມອໍາລາ ຂອງ ທ່ານຫົວໜ້າຫ້ອງການຜູ້ຕາງໜ້າອົງການ JICA ປະຈໍາ ສປປ ລາວ

 

20240315 Chief of JAICA 1

 

ໃນວັນທີ 15 ມີນາ 2024, ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະ ມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມອໍາລາຂອງ ທ່ານ ນາກະເສ ໂທະຊິໂອະ (NAGASE Toshio), ຫົວໜ້າຫ້ອງການຜູ້ຕາງໜ້າອົງການ JICA ປະຈໍາ ສປປ ລາວ ຄົນເກົ່າ ແລະ ການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນ. ມີຢາໂກະ ໂຄບາຢາຊິ (KOBAYASHI Miyako) ຫົວໜ້າຫ້ອງການຜູ້ຕາງໜ້າອົງການ JICA ປະຈໍາ ສປປ ລາວ ຄົນໃໝ່.

 

20240315 Chief of JAICA 2

 

ໃນໂອກາດນີ້,  ທ່ານຮອງນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຊົມເຊີຍ ແລະ ຂອບໃຈຕໍ່ ທ່ານ Nagase ທີ່ໄດ້ຮັບຜົນສໍາເລັດຢ່າງຈົບງາມໃນການປະຕິບັດໜ້າທີ່ຢູ່ ສປປ ລາວ ເປັນໄລຍະເວລາ 3 ປີ (ມີນາ 2021 - ມີນາ 2024), ເຊິ່ງເຫັນວ່າ ຍາດແຍ່ງໄດ້ຫຼາຍໂຄງການສຳຄັນໃຫ້ແກ່ ສປປ ລາວ; ພ້ອມທັງຕີລາຄາສູງຕໍ່ຄວາມເອົາໃຈໃສ່ຢ່າງຕັ້ງໜ້າ ໃນການປະຕິບັດໜ້າທີ່ຂອງອົງການ JICA ປະຈໍາ ລາວ ຢ່າງຫ້າວຫັນ, ເຊິ່ງໄດ້ປະກອບສ່ວນສຳຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ພາຍໃຕ້ການເປັນ ຄູ່ຮ່ວມຍຸດທະສາດ ທີ່ສາມາດຍາດແຍ່ງເອົາການຊ່ວຍເຫຼືອຈາກລັດຖະບານ ແລະ ປະຊາຊົນ ຍີ່ປຸ່ນ ມາຊ່ວຍເຫຼືອ ສປປ ລາວ. ທ່ານ ຮອງນາຍົກລັດຖະມົນຕີ ຍັງໄດ້ສະແດງຄວາມຂອບໃຈເປັນຢ່າງຍິ່ງ ຕໍ່ການສະໜັບສະໜູນ ແລະ ຊ່ວຍເຫຼືອ ສປປ ລາວ ຢ່າງຕໍ່ເນື່ອງຂອງລັດຖະບານ ແລະ ປະຊາຊົນ ຍີ່ປຸ່ນ ໃນໄລຍະຫຼາຍປີທີ່ຜ່ານມາ ໃນຂະແໜງການສໍາຄັນຕ່າງໆ  ລວມທັງການປະກອບສ່ວນຂອງຊ່ຽວຊານ ແລະ ອາສາສະໝັກຂອງ JICA (ຕັ້ງແຕ່ປີ 1965) ທີ່ໄດ້ປະຕິບັດໜ້າທີ່ຢ່າງຫ້າວຫັນ ໃນການແບ່ງປັນຄວາມຮູ້ ແລະ ປະສົບການໃຫ້ແກ່ເຈົ້າໜ້າທີ່ກ່ຽວຂ້ອງຂອງລາວ, ແລະ ຫວັງວ່າ ທ່ານ ຫົວໜ້າຫ້ອງການຜູ້ຕາງໜ້າອົງການ JICA ປະຈໍາ ລາວ ຄົນໃໝ່ ຈະສືບຕໍ່ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອ ເພື່ອເຮັດໃຫ້ບັນດາໂຄງການຊ່ວຍເຫຼືອຈາກລັດຖະບານ ແລະ ປະຊາຊົນ ຍີ່ປຸ່ນ ໄດ້ຮັບຈັດຕັ້ງປະຕິບັດໃຫ້ເປັນຮູບປະທຳ ແລະ ປະສົບຜົນສຳເລັດ ໃນຕໍ່ໜ້າ; ພ້ອມທັງ ຍາດແຍ່ງໂຄງການໃໝ່ມາຊ່ວຍເຫຼືອ ສປປ ລາວ ຕື່ມອີກ ໂດຍສະເພາະແມ່ນໃນໂອກາດການສະເຫຼີມສະຫຼອງວັນສຳຄັນຕ່າງໆ ໃນປີ 2025 ເຊັ່ນ: ຄົບຮອບ 70 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ, ຄົບຮອບ 10 ປີ ແຫ່ງການເປັນຄູ່ຮ່ວມຍຸດທະສາດ ລະຫວ່າງສອງປະເທດ ລາວ-ຍີ່ປຸ່ນ ແລະ ຄົບຮອບ 60 ປີ ຂອງການສົ່ງອາສາສະໝັກ JICA ເຂົ້າມາຊ່ວຍເຫຼືອ ສປປ ລາວ.

 

 

20240315 Chief of JAICA 3

 

ໃນໂອກາດດຽວກັນນີ້, ທ່ານ ນາກະເສ ໂທະຊິໂອະ ກໍ່ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ກໍ່ຄືການຮ່ວມມືທີ່ດີ ແລະ ໃຫ້ການສະໜັບສະໜູນຂອງຝ່າຍລາວ ຕະຫຼອດໄລຍະການປະຕິບັດໜ້າທີ່ຂອງຕົນຢູ່ ສປປ ລາວ ຈົນໄດ້ຮັບຜົນສໍາເລັດຢ່າງຈົບງາມ, ພ້ອມທັງໄດ້ໃຫ້ຄໍາໝັ້ນວ່າ ຈະສືບຕໍ່ປະກອບສ່ວນເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງ ລາວ ແລະ ຍີ່ປຸ່ນ ໃນອານາຄົດ.

 

20240315 Chief of JAICA 4

ບົດຂ່າວອື່ນໆ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486094
ມື້ນີ້10
ມື້ວານ215
ອາທິດນີ້1130
ເດືອນນີ້5399