ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ພົບປະກັບ ກໍາມາທິການຮ່ວມມືສາກົນ ຂອງສະຫະພາບເອີຣົບ (ອີຢູ)

  

  20240314 Lsos EU 1

  

    

ໃນວັນທີ 14 ມີນາ 2024, ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະກັບ ທ່ານ​ ນາງ ຈຸດຕາ ເອີກພິລາຍເນັ້ນ, ກໍາມາທິການຮ່ວມມືສາກົນ ຂອງ ສະຫະພາບເອີຣົບ (Ms. Jutta Urpilainen, European Commissioner for International Partnership), ໃນໂອກາດເດີນທາງມາຢ້ຽມຢາມເຮັດວຽກ ຢູ່ ສປປ ລາວ ໃນວັນທີ 14-15 ມີນາ 2024.

  

ໃນໂອກາດດັ່ງກ່າວນີ້, ທ່ານ ຮອງນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ຕີລາຄາສູງຕໍ່ການເດີນທາງມາ ຢ້ຽມຢາມເຮັດວຽກ ຢູ່ ສປປ ລາວ ຂອງຄະນະຜູ້ແທນ ສະຫະພາບເອີຣົບ ໃນຄັ້ງນີ້, ເຊິ່ງເປັນຂີດໝາຍອັນສຳຄັນໃນການສືບຕໍ່​​ຮັດ​ແໜ້ນ ແລະ ເສີມຂະຫຍາຍ​ສາຍ​ພົວພັນ​ມິດຕະພາບ​ ແລະ ການ​ຮ່ວມ​ມື​ທີ່ມີມາຍາວນານ​ ລະຫວ່າງ ສປປ ລາວ ແລະ ສະຫະພາບເອີຣົບ ທີ່ກຳລັງສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ. ພ້ອມກັນນີ້, ສອງຝ່າຍ ໄດ້ຕີລາຄາສູງ​ຕໍ່​ສາຍ​ພົວ​ພັນ​ ແລະ ການ​ຮ່ວມ​ມືອັນ​ດີ ລະ​ຫວ່າງ ສ​ປ​ປ ລາວ ແລະ ສະຫະພາບເອີຣົບ ໃນ​ໄລ​ຍະ​ຜ່ານ​ມາ. ນັບຕັ້ງແຕ່ໄດ້ມີການສ້າງຕັ້ງສາຍພົວພັນການທູດນຳກັນ ໃນວັນທີ 21 ພະຈິກ 1975, ການ​ຮ່ວມ​ມື​ ລະຫວ່າງ ສປປ ລາວ ແລະ ສະຫະພາບເອີຣົບ ສືບ​ຕໍ່​ເສີມ​ຂະ​ຫຍາຍ​ຂຶ້ນ​ເລື້ອຍໆ, ພ້ອມກັນນັ້ນສະຫະພາບເອີຣົບ ກໍ່ສືບຕໍ່ໃຫ້ການຊ່ວຍເຫຼືອແກ່ ສປປ ລາວ ໂດຍສຸມໃສ່ 3 ຂົງເຂດຕົ້ນຕໍ ຄື: 1) ການພັດທະນາເສດຖະກິດສີຂຽວ ແລະ ລວມໝູ່; 2) ການພັດທະນາຊັບພະຍາກອນມະນຸດ; ແລະ 3) ການປົກຄອງທີ່ດີ. ນອກນັ້ນ, ສອງຝ່າຍ ຍັງໄດ້ແລກປ່ຽນຄໍາຄິດເຫັນຕໍ່ບາງສະພາບການພົ້ນເດັ່ນ ໃນພາກພື້ນ ແລະ ສາກົນທີ່ສອງຝ່າຍມີຄວາມສົນໃຈ.

  

  

  

20240314 Lsos EU 2

  

    

ໃນໂອກາດດຽວກັນນີ້, ທ່ານ ຮອງນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ຍັງໄດ້ຕາງໜ້າໃຫ້ແກ່ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈເປັນຢ່າງສູງ ມາຍັງ ສະຫະພາບເອີຣົບ ທີ່ໃຫ້ການຊ່ວຍເຫຼືອ ແກ່ ສປປ ລາວ ຕະຫຼອດໄລຍະຜ່ານ​ມາ ລວມເຖິງການສືບຕໍ່ໃຫ້ການຊ່ວຍເຫຼືອໃນຕໍ່ໜ້າ. ພ້ອມກັນນີ້, ກໍໄດ້ແຈ້ງໃຫ້ຊາບເຖິງການເປັນປະທານ ອາຊຽນ ຂອງ ສປປ ລາວ ໃນປີ 2024 ໂດຍເນັ້ນການສົ່ງເສີມການເຊື່ອມຕໍ່ພາກພື້ນ, ສ້າງຄວາມເຂັ້ມແຂງແກ່ອາຊຽນ ແລະ ເສີມຂະຫຍາຍການພົວພັນຮ່ວມມືກັບບັນດາຄູ່ຮ່ວມພັດທະນາຕ່າງໆ, ພ້ອມທັງຍັງໄດ້ຝາກຄໍາເຊີນຊວນໄປຍັງປະຊາຊົນ ສະຫະພາບເອີຣົບ ໃຫ້ມາທ່ອງທ່ຽວ ສປປ ລາວ ໃນໂອກາດ ປີທ່ອງທ່ຽວລາວ 2024 ນີ້.

  

ໃນຂະນະດຽວກັນ, ທ່ານ ນາງ ຈຸດຕາ ເອີກພິລາຍເນັ້ນ ກໍໄດ້ສະແດງຄວາມປິຕິຍິນດີ ແລະ ຂອບໃຈ ຕໍ່ການຕ້ອນຮັບໃນການເດີນທາງຢ້ຽມຢາມ ສປປ ລາວ ໃນຄັ້ງນີ້ຢ່າງອົບອຸ່ນ, ພ້ອມທັງສະແດງຄວາມຍິນດີທີ່ຈະສືບຕໍ່ໃຫ້ການສະໜັບສະໜູນ ແກ່ ສປປ ລາວ ໃນຕໍ່ໜ້າ, ໂດຍສະເພາະການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ນີ້ ໃຫ້ໄດ້ຮັບຜົນສຳເລັດຕາມຄາດໝາຍ, ໃນຖານະທີ່ ສະຫະພາບເອີຣົບ ກໍ່ເປັນຄູ່ຮ່ວມມືຍຸດທະສາດຂອງອາຊຽນ.

   

  

 

ບົດຂ່າວອື່ນໆ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486134
ມື້ນີ້50
ມື້ວານ215
ອາທິດນີ້1170
ເດືອນນີ້5439