ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມສຸດຍອດສະໄໝພິເສດ ເພື່ອສະເຫຼີມສະຫຼອງການພົວພັນຮ່ວມມື ອາຊຽນ-ອົດສະຕຣາລີ ຄົບຮອບ 50 ປີ

 

ASEAN AUS 4

ASEAN AUS 3

 

ASEAN AUS 1

ASEAN AUS 2

ASEAN AUS 5

 

ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ເປັນປະທານຮ່ວມກອງປະຊຸມສຸດຍອດສະເຫຼີມສະຫຼອງການພົວພັນຮ່ວມມືອາຊຽນ-ອົດສະຕຣາລີ ຄົບຮອບ 50 ປີ ຮ່ວມກັບ ພະນະທ່ານ ແອນໂຕນີ ອານບານີຊີ (Anthony Albanese), ນາຍົກລັດຖະມົນຕີ ອົດສະຕຣາລີ ທີ່ໄດ້ຈັດຂຶ້ນໃນວັນທີ 6 ມີນາ 2024 ທີ່ ເມວເບີນ, ອົດສະຕຣາລີ.

 

ໃນໂອກາດກອງປະຊຸມຄັ້ງນີ້, ບັນດາຜູ້ນໍາອາຊຽນ ແລະ ອົດສະຕຣາລີ ໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືອາຊຽນ-ອົດສະຕຣາລີ ຕະຫຼອດໄລຍະ 50 ປີ ຜ່ານມາ, ຊຶ່ງໄດ້ຮັບຜົນສໍາເລັດໃນຫຼາຍດ້ານ ແລະ ໄດ້ຖືກຍົກລະດັບຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານໃນປີ 2021. ການຮ່ວມມືທີ່ມີໝາກຜົນດັ່ງກ່າວ ໄດ້ປະກອບສ່ວນສໍາຄັນເຂົ້າໃນການສ້າງປະຊາຄົມອາຊຽນ ກໍຄືການສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາໃນພາກພື້ນ. ພ້ອມນີ້, ກອງປະຊຸມ ໄດ້ປຶກສາຫາລືທິດທາງການຮ່ວມມືໃນຕໍ່ໜ້າ ໂດຍເນັ້ນໃສ່ດ້ານການຄ້າ-ການລົງທຶນ, ການຫັນປ່ຽນທາງດ້ານດີຈີຕອນ, ຄວາມໝັ້ນຄົງທາງດ້ານພະລັງງານ, ການປ່ຽນແປງດິນຟ້າອາກາດ, ການສ້າງຂີດຄວາມສາມາດໃຫ້ແກ່ຜູ້ນໍາໜຸ່ມນ້ອຍ ແລະ ອື່ນໆ, ພ້ອມທັງສືບຕໍ່ຊຸກຍູ້ການຈັດຕັ້ງຜັນຂະຫຍາຍຂໍ້ລິເລີ່ມອົດສະຕຣາລີ ເພື່ອອາຊຽນ (Aus4ASEAN Initiative). ພ້ອມນີ້,​ ບັນດາຜູ້ນໍາອາຊຽນ ແລະ ອົດສະຕຣາລີ ຍັງໄດ້ແລກປ່ຽນຄວາມຄິດເຫັນ ກ່ຽວກັບບັນຫາພາກພື້ນ ແລະ ສາກົນ ທີິ່ມີຄວາມສົນໃຈຮ່ວມກັນ.​

 

ພ້ອມດຽວກັນນີ້, ກອງປະຊຸມ ໄດ້ສະແດງຄວາມຍິນດີຕໍ່ການປະກາດບັນດາຂໍ້ລິເລີ່ມໃຫມ່ຂອງ ອົດສະຕຣາລີ ເຊັ່່ນ: 1). ການສ້າງຕັ້ງສູນອາຊຽນ-ອົດສະຕຣາລີ ແລະ 2). ການສະໜອງທຶນການສຶກສາລະດັບປະລິນຍາໂທ ຈໍານວນ 55 ທຶນ ພາຍໃຕ້ໂຄງການທຶນການສຶກສາອົດສະຕຣາລີເພື່ອອາຊຽນ  ແລະ 55 ທຶນ ພາຍໃຕ້ໂຄງການທຶນການສຶກສາອົດສະຕຣາລີເພື່ອອາຊຽນ ເພື່ອສຶກສາຄົ້ນຄວ້າໃນຫົວຂໍ້ທີ່ເປັນຂົງເຂດບູລິມະສິດຂອງແນວຄວາມຄິດອາຊຽນ ວ່າດ້ວຍອິນໂດ-ປາຊີຟິກ.  ພິເສດ, ໃນໂອກາດກອງປະຊຸມສຸດຍອດຄັ້ງນີ້, ບັນດາຜູ້ນໍາອາຊຽນ ແລະ ອົດສະຕຣາລີ ໄດ້ຮັບຮອງເອົາ 2 ເອກະສານຜົນກອງປະຊຸມ ຄື: 1.) ຖະແຫຼງການວິໄສທັດຜູ້ນໍາອາຊຽນ-ອົດສະຕຣາລີ ວ່າດ້ວຍຄູ່ຮ່ວມມືເພື່ອສັນຕິພາບ ແລະ ຄວາມສົມບູນພູນສຸກ ແລະ ຖະແຫຼງການເມວເບີນ ວ່າດ້ວຍການຮ່ວມມືເພື່ອອະນາຄົດ ເພື່ອເປັນທິດທາງໃຫ້ແກ່ການເສີມຂະຫຍາຍຄູ່ຮ່ວມຍຸດທະສາດຮອບດ້ານລະຫວ່າງ ອາຊຽນ ແລະ ອົດສະຕຣາລີ ໃນຕໍ່ໜ້າ.

 

ໃນໂອກາດນີ້, ທ່ານ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ຊຸກຍູ້ໃຫ້ອາຊຽນ ແລະ ອົດສະຕຣາລີ ຮັດແໜ້ນການພົວພັນຮ່ວມມື ໂດຍສະເພາະດ້ານການເຊື່ອມໂຍງ-ເຊື່ອມຈອດ ພາກພື້ນ ແລະ ສາກົນ, ການຮັດແຄບຄວາມແຕກໂຕນດ້ານການພັດທະນາ, ການສົ່ງເສີມການຄ້າ-ການລົງທຶນ, ພະລັງງານສະອາດ, ການປ່ຽນແປງດ້ານດິນຟ້າອາກາດ, ການພັດທະນາຂີດຄວາມສາມາດຂອງຊາວໜຸ່ມ, ການສືບຕໍ່ໂຄງການຝຶກອົບຮົມວິຊາຊີບ ໃນໄລຍະສັ້ນ ແລະ ໄລຍະຍາວ. ພ້ອມດຽວກັນນີ້,​ ທ່ານ ນາຍົກລັດຖະມົນຕີ ໄດ້ແຈ້ງຕໍ່ກອງປະຊຸມຊາບກ່ຽວກັບບູລິມະສິດໃນການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ພາຍໃຕ້ຄໍາຂວັນ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ”, ພ້ອມທັງ ໃຫ້ຄວາມໝາຍໝັ້ນຈະສືບຕໍ່ເຮັດວຽກກັບບັນດາປະເທດສະມາຊິກອາຊຽນ ແລະ ອົດສະຕຣາລີ ໃນການຈັດຕັ່້ງປະຕິບັດຜົນຂອງກອງປະຊຸມສຸດຍອດສະໄໝພິເສດຄັ້ງນີ້ ໃຫ້ເປັນຮູບປະທໍາ ແນໃສ່ເສີມຂະຫຍາຍການເປັນຄູ່ຮ່ວມມືຍຸດທະສາດຮອບດ້ານອາຊຽນ-ອົດສະຕຣາລີ ໃຫ້ແໜ້ນແຟ້ນຍິ່ງຂຶ້ນ ແລະ ນໍາຜົນປະໂຫຍດອັນແທ້ຈິງມາສູ່ປະຊາຊົນຂອງສອງພາກພື້ນ.

 

ສປປ ລາວ ເປັນປະເທດປະສານງານການພົວພັນອາຊຽນ-ອົດສະຕຣາລີ 2021-2024.

ບົດຂ່າວອື່ນໆ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486298
ມື້ນີ້214
ມື້ວານ215
ອາທິດນີ້1334
ເດືອນນີ້5603