ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ສຳເລັດການຢ້ຽມຢາມທາງການ ອົດສະຕຣາລີ

 

LaoAUS1

LaoAUS6

LaoAUS2

LaoAUS5

 

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ແອນໂທນີ ອານບານີຊີ (Anthony Albanese), ນາຍົກລັດຖະມົນຕີ ແຫ່ງ ອົດສະຕຣາລີ. ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມ ອົດສະຕຣາລີ ຢ່າງເປັນທາງການ, ໃນລະຫວ່າງວັນທີ 4-7 ມີນາ 2024, ເພື່ອ​ສືບຕໍ່​ຮັດ​ແໜ້ນ​ສາຍ​ພົວພັນ​ມິດຕະພາບ​ອັນ​ຍາວ​ນານ ​ແລະ ການ​ຮ່ວມ​ມື​ອັນ​ດີງາມ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ​ແລະ ອົດ​ສະຕຣາລີ ໃຫ້ນັບມື້ໄດ້ຮັບການພັດທະນາຂຶ້ນສູ່ບາດກ້າວອັນໃຫມ່.

 

ໃນຕອນເຊົ້າຂອງວັນທີ 06 ມີນາ 2024 ທີ່ ຫ້ອງວ່າການລັດວິກຕໍເຣຍ, ໄດ້ຈັດພິທີຕ້ອນຮັບຢ່າງເປັນທາງການ ໃຫ້ກຽດຕ້ອນຮັບອັນອົບອຸ່ນໂດຍ ພະນະທ່ານ ແອນໂທນີ ອານບານີຊີ, ນາຍົກລັດຖະມົນຕີ ແຫ່ງ ອົດສະຕຣາລີ ພ້ອມດ້ວຍ ພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ. ຫຼັງສຳເລັດພິທີຕ້ອນຮັບທາງການ ສອງຝ່າຍ ໄດ້ເຂົ້າຮ່ວມກອງປະຊຸມພົບປະຢ່າງເປັນທາງການ, ກອງປະຊຸມພົບປະສອງຝ່າຍຄັ້ງນີ້ ໄດ້ດຳເນີນໄປດ້ວຍບັນຍາກາດແຫ່ງໄມຕີຈິດມິດຕະພາບອັນອົບອຸ່ນ, ເຊິ່ງ ສອງຝ່າຍ ໄດ້ປຶກສາຫາລື ແລະ ແລກປ່ຽນຄຳຄິດເຫັນຢ່າງກົງໄປກົງມາ ໂດຍເຫັນດີເປັນເອກະພາບຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ສອງປະເທດ ລາວ ແລະ ອົດສະຕຣາລີ ທີ່ມີບາດກ້າວຂະຫຍາຍຕົວຢ່າງຕໍ່ເນື່ອງ ຕະຫຼອດໄລຍະ 72 ປີ ຜ່ານມາ. ພ້ອມນີ້, ສອງຝ່າຍ ເຫັນດີເພີ່ມທະວີຊຸກຍູ້ການຮ່ວມມືດ້ານເສດຖະກິດ-ການຄ້າ, ການລົງທຶນ ໃຫ້ຫຼາຍຂຶ້ນ ໂດຍສະເພາະການຮ່ວມມືໃນຂະແໜງການທີ່ ລາວ ມີທ່າແຮງ ເຊັ່ນ: ກະສິກຳປຸງແຕ່ງ, ພະລັງງານສະອາດ, ແລະ ການບໍລິການທ່ອງທ່ຽວ. ຝ່າຍອົດສະຕຣາລີ ຍິນດີສືບຕໍ່ໃຫ້ການຊ່ວຍເຫຼືອ ສປປ ລາວ ໃນການພັດທະນາຊັບພະຍາກອນມະນຸດ ໂດຍສະເພາະການສະໜອງທຶນການສຶກສາໄລຍະສັ້ນ ແລະ ຍາວ. ນອກນັ້ນ, ລັດຖະບານ ອົດສະຕຣາລີ ຈະສືບຕໍ່ໃຫ້ການຊ່ວຍເຫຼືອໃນຂະແໜງສາທາລະນະສຸກ ໂດຍສະເພາະແມ່ນການຊ່ວຍຍົກລະດັບຄວາມຮູ້-ຄວາມສາມາດຂອງພະນັກງານຂອງລາວ, ເຊິ່ງໃນມໍ່ໆນີ້ ກໍຈະມີໂຄງການຮ່ວມມື ສປປ ລາວ ແລະ ອົດສະຕຣາລີ ໃນວຽກງານຄວບຄຸມພະຍາດໄຂ້ຍຸງ-ໄຂ້ມາຣາເລຍ ຢູ່ ສປປ ລາວ ໂດຍຈະໄດ້ນຳໃຊ້ນະວັດຕະກຳ ແລະ ເຕັກໂນໂລຊີຂອງ ມະຫາວິທະຍາໄລ Monash ຂອງອົດສະຕຣາລີ. ພ້ອມດຽວກັນນີ້, ສອງຝ່າຍ ເຫັນດີສືບຕໍ່ການຮ່ວມມືດ້ານການເຊື່ອມໂຍງເຊື່ອມຈອດໃນກວ້າງຂວາງຍິ່ງຂຶ້ນ, ເຊິ່ງໃນປີ 2024 ນີ້ ສອງຝ່າຍ ຈະໄດ້ຮ່ວມກັນສະເຫຼີມສະຫຼອງ ຄົບຮອບ 30 ປີ ການນຳໃຊ້ຂົວມິດຕະພາບ ລາວ-ໄທ ແຫ່ງທີ 1. ສອງຝ່າຍ ຍັງໄດ້ສະແດງຄວາມຊົມເຊີຍຕໍ່ການສ້າງຕັ້ງສະມາຄົມມິດຕະພາບ ລາວ-ອົດສະຕຣາລີ (Laos – Australia Friendship Association) ລະຫວ່າງ ຄະນະພົວພັນຕ່າງປະເທດສູນກາງພັກ ແລະ ລັດຖະບານ ອົດສະຕຣາລີ, ເຊິ່ງເຫັນວ່າຈະເປັນຂົວຕໍ່ສຳຄັນໃນການສົ່ງເສີມການພົວພັນລະຫວ່າງປະຊາຊົນຂອງສອງຊາດ ກໍຄື ການຊຸກຍູ້ຂະແໜງການທ່ອງທ່ຽວຂອງສອງປະເທດ. ພ້ອມກັນນີ້, ສອງຝ່າຍ ກໍ່ເຫັນດີຈະສືບຕໍ່ໃຫ້ການຮ່ວມມື ແລະ ສະຫນັບສະໜູນເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ ເປັນຕົ້ນ ອາຊຽນ, ສປຊ, ໂດຍສະເພາະ ແນໃສ່ຮັດແໜ້ນການເປັນຄູ່ຮ່ວມຍຸດທະສາດຮອບດ້ານ ອາຊຽນ-ອົດສະຕຣາລີ.ໃນໂອກາດດັ່ງກ່າວ, ພະນະທ່ານ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈຢ່າງຈິງໃຈ ມາຍັງ ລັດຖະບານ ກໍຄື ປະຊາຊົນ ອົດສະຕຣາລີ ທີ່ໄດ້ໃຫ້ການຮ່ວມມື ແລະ ຊ່ວຍເຫຼືອ ສປປ ລາວ ຕະຫຼອດໄລຍະຜ່ານມາ ຢ່າງມີປະສິດທິພາບ ແລະ ປະສິດທິຜົນສູງ, ໂດຍສະເພາະ ການຊ່ວຍເຫຼືອ ສປປ ລາວ ໃນການເປັນປະທານອາຊຽນ ປີ 2024 ນີ້, ສະແດງຄວາມຫວັງວ່າ ສປປ ລາວ ຈະສືບຕໍ່ໄດ້ຮັບການຊ່ວຍເຫຼືອຕື່ມອີກໃນຕໍ່ຫນ້າ, ອວຍພອນໃຫ້ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມຂອງ ສປປ ລາວ - ອົດສະຕຣາລີ ຈົ່ງໄດ້ຮັບການເພີ່ມພູນຄູນສ້າງ ແລະ ຈະເລີນງອກງາມຍິ່ງຂຶ້ນ. ພາຍຫຼັງນັ້ນ, ກໍ່ໄດ້ຮ່ວມກັນລົງນາມເອກະສານການຍົກລະດັບການພົວພັນຮ່ວມມືຂຶ້ນເປັນ “ຄູ່ຮ່ວມມືຮອບດ້ານ” ລາວ-ອົດສະຕຣາລີ, ໂດຍມີເອກະສານ 2 ສະບັບ ຄື: 1.) ຖະແຫຼງການຮ່ວມ ແລະ 2.) ແຜນຈັດຕັ້ງປະຕິບັດຮ່ວມ.

 

ໃນການຢ້ຽມຢາມຄັ້ງນີ້, ພະນະທ່ານ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ພ້ອມດ້ວຍຄະນະ ຍັງໄດ້ພົບປະກັບ ກຸ່ມບໍລິສັດ Linfox Logistic ທີ່ໄດ້ມາລົງທຶນຢູ່ ສປປ ລາວ ໃນ 2019 ຜ່ານມາ ເພື່ອປຶກສາຫາລືເຖິງການຂະຫຍາຍການຮ່ວມມືໃນຕໍ່ຫນ້າ. ພ້ອມນີ້, ກໍ່ໄດ້ໄປຢ້ຽມຢາມ ມະຫາວິທະຍາໄລ Monash University (ຢ້ຽມຢາມສູນຄົ້ນຄວ້າໄຂ້ຍຸງ) ທີ່ມີການຮ່ວມມືກັບຂະແໜງການສາທາລະນະສຸກ ຂອງ ສປປ ລາວ ແລະ ໄດ້ໄປພົບປະໂອ້ລົມນັກສຶກສາລາວ ທີ່ພວກສຶກສາຢູ່ນະຄອນເມວເບິນ.

 

 

ນະຄອນຫຼວງວຽງຈັນ, ວັນທີ 06 ມີນາ 2024

ກົມການຂ່າວ, ກະຊວງການຕ່າງປະເທດ

ພະແນກໂຄສະນາ ແລະ ປະຊາສຳພັນ

ບົດຂ່າວອື່ນໆ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486161
ມື້ນີ້77
ມື້ວານ215
ອາທິດນີ້1197
ເດືອນນີ້5466