ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກະຊວງການຕ່າງປະເທດ ສໍາເລັດການຈັດກອງປະຊຸມສະຫລຸບຜົນງານ ການເຄື່ອນໄຫວວຽກງານ ປະຈໍາປີ 2023 ແລະ ທິດທາງແຜນການສຳລັບປີ 2024

 

MofaSummarized 1MofaSummarized 3MofaSummarized 5

 

ໃນວັນທີ 5 ມັງກອນ 2024, ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມສະຫຼຸບຜົນງານການເຄື່ອນໄຫວວຽກງານປະຈໍາປີ 2023 ແລະ ທິດທາງແຜນການ ສຳລັບປີ 2024, ພາຍໃຕ້ການເປັນປະທານຂອງ ທ່ານ ສະເຫຼີມໄຊ ກົມມະສິດ, ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ, ໂດຍມີບັນດາຄະນະພັກ-ຄະນະນຳກະຊວງ, ຄະນະກົມ, ຄະນະພະແນກ, ບັນດາພະນັກງານກະຊວງການຕ່າງປະເທດທີ່ຢູ່ພາຍໃນ ແລະ ບັນດາພະນັກງານນັກການທູດລາວ ທີ່ປະຈຳຢູ່ຕ່າງປະເທດ ກໍ່ໄດ້ເຂົ້າຮ່ວມຢ່າງພ້ອມພຽງ ໂດຍຜ່ານລະບົບປະຊຸມທາງໄກ.

MofaSummarized 2

 

ໃນກອງປະຊຸມ, ທ່ານ ພົງສະຫວັນ ສີສຸລາດ, ຫົວໜ້າຫ້ອງການ ກະຊວງການຕ່າງປະເທດ ໄດ້ຂຶ້ນຜ່ານບົດລາຍງານສະຫຼຸບຕີລາຄາໝາກຜົນຂອງການເຄື່ອນໄຫວວຽກງານການຕ່າງປະເທດ ປະຈຳປີ 2023 ແລະ ແຜນການຈຸດສຸມສຳລັບປີ 2024, ໂດຍໄດ້ຍົກໃຫ້ເຫັນສະພາບການພົ້ນເດັ່ນຂອງພາກພື້ນ ແລະ ສາກົນ ທີ່ມີການຜັນແປຢ່າງໄວວາ, ສະຫຼັບສັບຊ້ອນ ແລະ ຄາດຄະເນໄດ້ຍາກ ເປັນຕົ້ນແມ່ນ ບັນຫາຄວາມຫຍຸ້ງຍາກດ້ານເສດຖະກິດໂລກ, ຂໍ້ຂັດແຍ່ງພາກພື້ນ ແລະ ສາກົນ, ອາຊະຍາກໍາຂ້າມຊາດ, ຜູ້ອົບພະຍົບ, ໄພທໍາມະຊາດ, ພະຍາດລະບາດ, ຄວາມໝັ້ນຄົງດ້ານສະບຽງອາຫານ, ພະລັງງານ, ຄວາມປອດໄພທາງໄຊເບີ, ໄພເງິນເຟີ້ ເເລະ ບັນຫາອື່ນໆ. ເຖິງຢ່າງໃດກໍ່ຕາມ, ພາຍໃຕ້ການນຳພາອັນສະຫຼາດສ່ອງໄສ, ປີຊາສາມາດ, ມີຫົວຄິດປະດິດສ້າງ, ດ້ວຍຄວາມເອົາໃຈໃສ່ສູງ ແລະ ການຊີ້ນໍາ-ນຳພາຢ່າງໃກ້ຊິດຕິດແທດ ຈາກກົມການເມືອງສູນກາງພັກ-ລັດຖະບານ ກໍ່ຄື ຄະນະພັກ ຄະນະນຳກະຊວງການຕ່າງປະເທດ ເຮັດໃຫ້ຂະແຫນງການຕ່າງປະເທດ ສາມາດເຄື່ອນໄຫວຈັດຕັ້ງປະຕິບັດວຽກງານໄດ້ຢ່າງມີປະສິດທິພາບ ແລະ ປະສິດທິຜົນສູງ ຕະຫຼອດໄລຍະ 1 ປີ ຜ່ານມາ, ສາມາດປັບຕົວເຂົ້າກັບສະພາບການປ່ຽນແປງໄດ້ຢ່າງວ່ອງໄວທັນການ ແລະ ຢູ່ໃນທ່າບຸກຕະຫຼອດມາ, ສາມາດຈັດຕັ້ງຜັນຂະຫຍາຍແນວທາງການຕ່າງປະເທດຂອງພັກ ຢ່າງມີປະສິດທິພາບ ແລະ ປະສິດທິຜົນສູງ, ສືບຕໍ່ເພີ່ມທະວີການພົວພັນຮ່ວມມືກັບປະເທດເພື່ອນມິດອື່ນໆໃນໂລກ ທັງຢູ່ໃກ້ ແລະ ຢູ່ໄກ, ຍາດໄດ້ຜົນສຳເລັດພົ້ນເດັ່ນຫຼາຍດ້ານຢ່າງໜ້າພາກພູມໃຈ ທັງໃນຂອບການຮ່ວມມືສອງຝ່າຍ, ຫຼາຍຝ່າຍ, ສາມາດຂົນຂວາຍຍາດແຍ່ງເອົາການຮ່ວມມື, ສະໜັບສະໜູນ ແລະ ຊ່ວຍເຫຼືອຈາກປະເທດເພື່ອນມິດຍຸດທະສາດ, ປະເທດຄູ່ຮ່ວມພັດທະນາ ແລະ ຈາກສາກົນ ໄດ້ຢ່າງຫຼວງຫຼາຍ, ໃນນັ້ນ, ຜົນສໍາເລັດອັນພົ້ນເດັ່ນ ກໍ່ແມ່ນການຕ້ອນຮັບບັນດາຜູ້ນໍາປະເທດເພື່ອນມິດໃນການເດີນທາງມາຢ້ຽມຢາມ ສປປ ລາວ ແລະ ຜູ້ນຳລາວ ກໍ່ໄດ້ດຳເນີນການຢ້ຽມຢາມພົບປະ ແລະ ເຂົ້າຮ່ວມກອງປະຊຸມສາກົນຢູ່ຕ່າງປະເທດ ຫຼາຍຄັ້ງ, ບັນດາສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ກໍ່ຄື ບັນດານັກການທູດລາວ ກໍ່ໄດ້ເຄື່ອນໄຫວວຽກງານການທູດການເມືອງ, ການທູດເສດຖະກິດ ແລະ ການທູດວັດທະນະທຳ ຢ່າງຕັ້ງຫນ້າ ແລະ ມີຜົນສຳເລັດສູງ, ສາມາດຂົນຂວາຍຍາດແຍ່ງເອົາການຮ່ວມມືຈາກພາຍນອກ ແລະ ການສະໜັບສະໜູນຊ່ວຍເຫຼືອຈາກສາກົນ ໄດ້ຢ່າງຫຼວງຫຼາຍ, ປົກປ້ອງໄດ້ສິດຜົນປະໂຫຍດອັນຊອບທໍາຂອງ ສປປ ລາວ ຢູ່ເວທີພາກພື້ນ ແລະ ສາກົນ, ສາມາດດຶງດູດເອົາການລົງທຶນຈາກຕ່າງປະເທດ, ການທ່ອງທ່ຽວ ແລະ ການຮ່ວມມືດ້ານເສດຖະກິດ ມາສູ່ປະເທດຊາດ, ລວມເຖິງການຂົນຂວາຍດຶງດູດຄົນເຊື້ອຊາດລາວຢູ່ປະເທດຕ່າງໆ, ປະກອບສ່ວນສໍາຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ເປັນແຕ່ລະໄລະຍະ. ເຊິ່ງມາຮອດປັດຈຸບັນ, ສປປ ລາວ ໄດ້ມີການພົວພັນການທູດກັບ 149 ປະເທດໃນໂລກ (ຫຼ້າສຸດແມ່ນກັບ ສາທາລະນະລັດ ບົດສະວານາ), ມີສໍານັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈໍາຢູ່ຕ່າງປະເທດ ຈໍານວນ 42 ແຫ່ງ; ໃນນັ້ນ, ມີສະຖານເອກອັກຄະລັດຖະທູດ ຈໍານວນ 28 ແຫ່ງ, ສໍານັກງານຜູ້ຕາງໜ້າຖາວອນ ຈໍານວນ 03 ແຫ່ງ, ສະຖານກົງສຸນໃຫຍ່ ຈໍານວນ 10 ແຫ່ງ ແລະ ຫ້ອງການກົງສຸນ ຈໍານວນ 1 ແຫ່ງ. ພ້ອມດຽວກັນນີ້, ບັນດາຜູ້ເຂົ້າຮ່ວມກອງປະຊຸມ ກໍ່ໄດ້ຮ່ວມກັນປະກອບຄຳຄິດເຫັນຕື່ມໃສ່ບົດລາຍງານສະຫຼຸບຕີລາຄາການເຄື່ອນໄຫວວຽກງານການຕ່າງປະເທດໃນໄລຍະປີຜ່ານມາ ແລະ ວຽກຈຸດສຸມໃນຕໍ່ຫນ້າ ເພື່ອໃຫ້ມີເນື້ອໃນຄົບຖ້ວນສົມບູນຍິ່ງຂຶ້ນ.

 

ໃນໂອກາດດຽວກັນ, ທ່ານ ສະເຫຼີມໄຊ ກົມມະສິດ ກໍໄດ້ໃຫ້ກຽດມີຄໍາເຫັນໂອ້ລົມ ແລະ ໃຫ້ທິດຊີ້ນຳຕໍ່ກອງປະຊຸມ ໂດຍໄດ້ສະແດງຄວາມຊົມເຊີຍຕໍ່ຜົນງານການເຄື່ອນໄຫວວຽກງານໃນໄລຍະຜ່ານມາ, ສັງເກດຕີລາຄາສະພາບການຂອງພາກພື້ນ ແລະ ສາກົນ ແລະ ໄດ້ທົບທວນຄືນຜົນການເຄື່ອນໄຫວວຽກງານການຕ່າງປະເທດໃນໄລຍະ 1 ປີຜ່ານມາ, ພ້ອມທັງໄດ້ເຫັນດີເປັນເອກະພາບຕໍ່ບົດສະຫຼຸບຕີລາຄາການເຄື່ອນໄຫວວຽກງານການຕ່າງປະເທດ ປະຈຳປີ 2023 ແລະ ທິດທາງວຽກງານຈຸດສຸມຂອງ ປີ 2024, ເຊິ່ງເຫັນວ່າ ໃນປີຜ່ານມາ ສປປ ລາວ ຍັງສືບຕໍ່​ຕົກ​ຢູ່​ໃນສະພາບ​ທີ່​ຫຍຸ້ງ​ຍາກ, ອັນເນື່ອງມາ​ຈາກປັດໃຈພາຍໃນປະເທດທາງດ້ານເສດຖະກິດແຫ່ງຊາດ ສືບຕໍ່​ໄດ້ຮັບ​ຜົນ​ກະ​ທົບຈາກປັດໃຈພາຍນອກ, ບັນຫາຄວາມຂັດແຍ່ງຂອງພາກພື້ນ ແລະ ສາກົນ, ການລະບາດຂອງເຊື້ອພະຍາດໂຄວິດ-19 ຕະຫຼອດໄລຍະ 3 ປີຜ່ານມາ ໄດ້ສືບຕໍ່ສົ່ງຜົນກະທົບດ້ານລົບຢ່າງໜັກໜ່ວງຕໍ່ການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ກໍຄື ຢູ່ໃນທົ່ວໂລກ, ໃນຂະນະດຽວກັນ ກໍ່ໄດ້ສ້າງຄວາມຫຍຸ້ງຍາກໃຫ້ແກ່ການເຄື່ອນໄຫວວຽກງານການຕ່າງປະເທດ ຂອງ ສປປ ລາວ ພໍສົມຄວນ. ແຕ່ດ້ວຍຄວາມຕັດສິນໃຈສູງ, ຄວາມເສຍສະຫຼະ, ບຸກບືນ ແລະ ຍົກສູງຄວາມຮັບຜິດຊອບຂອງຄະນະພັກ-ຄະນະນໍາກະຊວງ ລວມເຖິງບັນດາພະນັກງານ-ລັດຖະກອນ ທັງພາຍໃນ ແລະ ປະຈໍາຢູ່ບັນດາສໍານັກງານການທູດຢູ່ຕ່າງປະເທດ, ຈຶ່ງເຮັດໃຫ້ກະຊວງການຕ່າງປະເທດ ສາມາດຍາດໄດ້ຜົນສໍາເລັດຫຼາຍດ້ານ, ອັນໄດ້ປະກອບສ່ວນສໍາຄັນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ລວມທັງສາມາດເສີມສ້າງຖານະບົດບາດຂອງ ສປປ ລາວ ໃຫ້ເປັນທີ່ຮູ້ຈັກ ແລະ ສູງເດັ່ນຂຶ້ນຢູ່ໃນເວທີພາກພື້ນ ແລະ ສາກົນ, ນໍາເອົາຜົນປະໂຫຍດສູງສຸດມາສູ່ປະຊາຊົນລາວບັນດາເຜົ່າ, ປະເທດຊາດ ນັບມື້ໄດ້ຮັບການພັດທະນາ ແລະ ຈະເລີນຮຸ່ງເຮືອງຂຶ້ນ.

 

ພ້ອມນີ້ ເພື່ອຮັບປະກັນການປະຕິບັດວຽກງານການຕ່າງປະເທດ ໃນປີ 2024 ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນ, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ຮຽກຮ້ອງໃຫ້ຄະນະນໍາແຕ່ລະຂັ້ນ ແລະ ພະນັກງານ-ລັດຖະກອນທຸກຄົນ ທັງຢູ່ພາຍໃນ ແລະ ຕ່າງປະເທດ ຈົ່ງສືບຕໍ່ເສີມຂະຫຍາຍຜົນສຳເລັດທີ່ຍາດມາໄດ້, ທັງຍັງໄດ້ເນັ້ນໃສ່ບາງວຽກທີ່ສໍາຄັນ ດັ່ງນີ້: ໃຫ້ພ້ອມກັນສືບຕໍ່ເຄື່ອນໄຫວວຽກງານຢ່າງມີປະສິດທິຜົນ ແລະ ຢູ່ໃນທ່າບຸກ, ໂດຍຍຶດໝັ້ນໃນ​ແນວທາງການຕ່າງປະເທດ “ສັນຕິພາບ, ​ເອກະລາດ, ມິດຕະພາບ ​ແລະ ການ​ຮ່ວມ​ມື” ແລະ ປະຕິບັດຕາມຄໍາຂວັນ ຂອງກອງປະຊຸມວຽກງານການຕ່າງປະເທດ ຄັ້ງທີ 14 ຄື: ການທູດປ້ອງກັນເຫດ ແລະ ບຸກທະລຸ ເພື່ອປົກປັກຮັກສາ ແລະ ພັດທະນາປະເທດຊາດ, ເພື່ອຮັບປະກັນການເຄື່ອນໄຫວວຽກງານການທູດ ໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ໃຫ້ມີປະສິດທິຜົນສູງ, ຍາດແຍ່ງການຊ່ວຍເຫຼືອ, ການສະໜັບສະໜູນ ແລະ ຄວາມເຫັນອົກເຫັນໃຈຈາກປະເທດເພື່ອນມິດຍຸດທະສາດ ແລະ ອື່ນໆ ເພື່ອສ້າງເງື່ອນໄຂອັນດີໃຫ້ແກ່ການເປັນປະທານອາຊຽນ 2024 ຂອງ ສປປ ລາວ ໃຫ້ປະສົບຜົນສໍາເລັດຢ່າງຈົບງາມ; ສືບຕໍ່ເອົາໃຈໃສ່ວຽກງານສຶກສາອົບຮົມທາງດ້ານການເມືອງ-ແນວຄິດ ໃຫ້ແກ່ສະມາຊິກພັກ-ພະນັກງານ; ສືບຕໍ່ເອົາໃຈໃສ່ຂຶ້ນແຜນກໍ່ສ້າງ ແລະ ຍົກລະດັບຄວາມຮູ້ຄວາມສາມາດຂອງ ພະນັກງານ-ລັດຖະກອນ ຢ່າງເປັນຮູບປະທຳ ເພື່ອແນໃສ່ສ້າງພະນັກງານ-ລັດຖະກອນ ໃຫ້ມີຄວາມຊ່ຽວຊານດ້ານພາສາຕ່າງປະເທດ ແລະ ດ້ານວິຊາສະເພາະ; ສືບຕໍ່ເອົາໃຈໃສ່ການປະຕິບັດວຽກງານວິຊາສະເພາະໃຫ້ມີປະສິດທິຜົນ ໃຫ້ໄດ້ຕາມລະດັບຄາດໝາຍ; ເອົາໃຈໃສ່ຕິດຕາມບັນດາໂຄງການ ແລະ ການຈັດຕັ້ງປະຕິບັດບັນດາໂຄງການຕ່າງໆ ຕາມ 6 ແຜນງານ ແລະ 38 ໂຄງການ ໃນໄລຍະປີ 2021-2025 ຂອງກະຊວງການຕ່າງປະເທດ; ສືບຕໍ່ປັບປຸງ ແລະ ສ້າງນິຕິກຳຂະແໜງການຕ່າງປະເທດ ໃຫ້ແທດເໝາະກັບສະພາບການປັດຈຸບັນ ເພື່ອເປັນບ່ອນອີງໃຫ້ແກ່ການເຄື່ອນໄຫວວຽກງານການຕ່າງປະເທດ ໃຫ້ມີຄວາມຮັດກຸມ ແລະ ມີປະສິດທິຜົນ; ສືບຕໍ່ຍົກສູງລະບົບການເຮັດວຽກຕາມຫຼັກການຜ່ານປະຕູດຽວ ແລະ ຊຸກຍູ້ໃຫ້ທຸກພາກສ່ວນທັງສູນກາງ ແລະ ທ້ອງຖິ່ນ ເພີ່ມທະວີການຕິດຕາມ, ກວດກາ, ປະເມີນ, ການລາຍງານ ແລະ ຊຸກຍູ້ການຮ່ວມມື ລະຫວ່າງ ສປປ ລາວ ກັບຕ່າງປະເທດ ໂດຍສະເພາະແມ່ນການຈັດຕັ້ງຜັນຂະຫຍາຍຜົນການເຄື່ອນໄຫວຕ່າງປະເທດ ຂອງ ການນຳຂັ້ນຕ່າງໆ ຂອງ ສປປ ລາວ ກັບຕ່າງປະເທດ; ສືບຕໍ່ເອົາໃຈໃສ່ວຽກງານໂຄສະນາ ແລະ ເຜີຍແຜ່ບັນດາແນວທາງນະໂຍບາຍຂອງພັກ-ລັດ, ນິຕິກໍາ ທີ່ພົວພັນກັບວຽກງານການຕ່າງປະເທດ, ການດຶງດູດການລົງທຶນ ກໍຄືວຽກງານການທູດເສດຖະກິດ, ການຂົນຂວາຍຄົນເຊື້ອຊາດລາວຢູ່ຕ່າງປະເທດ ແລະ ອື່ນໆ.

MofaSummarized 4

ບົດຂ່າວອື່ນໆ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486944
ມື້ນີ້180
ມື້ວານ157
ອາທິດນີ້606
ເດືອນນີ້337