ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າຮ່ວມກອງປະຊຸມສະພາປະສານງານອາຊຽນຄັ້ງທີ 32.

 

32nd ACC 3

32nd ACC 1

32nd ACC 2

32nd ACC

ໃນວັນທີ 3 ກຸມພາ 2023 ທີ່ ຈາກາກຕາ, ອິນໂດເນເຊຍ, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສະພາປະສານງານອາຊຽນຄັ້ງທີ 32 ໂດຍການເປັນປະທານອາຊຽນຂອງ ອິນໂດເນເຊຍ ພາຍໃຕ້ຄໍາຂວັນ ອາຊຽນມີຄວາມສໍາຄັນ: ສູນກາງແຫ່ງການພັດທະນາ (ASEAN Matters: Epicentrum of Growth), ແລະ ມີລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຮ່ວມມື ຂອງຕີມໍເເລັດເຕ ເຂົ້າຮ່ວມໃນນາມປະເທດສັງເກດການ.

 

ກອງປະຊຸມ ໄດ້ຮັບຊາບບູລິມະສິດຂອງ ອິນໂດເນເຊຍ ສໍາລັບການເປັນປະທານອາຊຽນ ສົກປີ 2023, ຄວາມຄືບໜ້າຮ່າງວິໄສທັດປະຊາຄົມອາຊຽນ ຫຼັງປີ 2025 ແລະ ການຈັດຕັ້ງຜັນຂະຫຍາຍຜົນຂອງກອງປະຊຸມສຸດຍອດອາຊຽນຄັ້ງທີ 40 ແລະ 41. ພ້ອມນີ້, ກອງປະຊຸມ ໄດ້ເຫັນດີຮັບເອົາລະບຽບການໃນການຈັດຕັ້ງປະຕິບັດ ສະຖານະພາບເປັນປະເທດສັງເກດການຂອງຕີມໍເລສເຕ ແລະ ພາລະບົດບາດຂອງຫນ່ວຍງານຮັບຜິດຊອບ ການສະຫມັກ ເຂົ້າເປັນສະມາຊິກອາຊຽນຂອງ ຕີມໍເເລັດເຕ, ແລະ ເຫັນດີຊຸກຍູ້ໃຫ້ສ້າງແຜນງານສໍາລັບການເຂົ້າເປັນສະມາຊິກສົມບູນອາຊຽນຂອງ ຕີມໍເເລັດເຕ ໃນຕໍ່ໜ້າ.

 

ໃນໂອກາດເຂົ້າຮ່ວມກອງປະຊຸມໃນຄັ້ງນີ້, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ພ້ອມດ້ວຍລັດຖະມົນຕີຕ່າງປະເທດອາຊຽນ ເຂົ້າຢ້ຽມຂໍ່ານັບ ທ່ານ Joko Widodo ປະທານາທິບໍດີອິນໂດເນເຊຍ ແລະ ໄດ້ຕາງໜ້າ ລັດຖະມົນຕີຕ່າງປະເທດອາຊຽນ ໃນນາມປະເທດປະທານອາຊຽນ ປີ 2024 ກ່າວສະເເດງຄວາມຂອບໃຈ ແລະ ຊົມເຊີຍ ອິນໂດເນເຊຍ ໃນການເປັນປະທານອາຊຽນ ສົກປີ 2023 ພາຍໃຕ້ຄໍາຂວັນ: "ອາຊຽນມີຄວາມສໍາຄັນ: ສູນກາງເເຫ່ງການພັດທະນາ (ASEAN Matters : Epicentrum of Growth)". ນອກນັ້ນ, ທ່ານຮອງນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ພ້ອມດ້ວຍຄະນະ ໄດ້ພົບປະກັບ ທ່ານ ນ. Adalijiza Magno, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຮ່ວມມື ຕີມໍເເລັດເຕ ເພື່ອເເລກປ່ຽນຄໍາຄິດເຫັນ ແລະ ປຶກສາຫາລື ກ່ຽວກັບ ການຮ່ວມມືໃນຂອບສອງຝ່າຍ. ໃນນີ້, ຝ່າຍຕີມໍເເລັດເຕ ໄດ້ຕີລາຄາສູງ ແລະ ສະເເດງຄວາມຂອບໃຈຕໍ່ການສະໜັບສະໜູນຂອງ ສປປ ລາວ ຕໍ່ການສະໝັກຂອງ ຕີມໍເເລັດເຕ ເຂົ້າເປັນສະມາຊິກອາຊຽນ. ພ້ອມດຽວກັນນີ້, ທ່ານຮອງນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ກໍໄດ້ມອບຮູບເເຕ້ມ ກ່ຽວກັບ ວັດທະນະທໍາ, ຮີດຄອງປະເພນີ ແລະ ເອກະລັກອັນດີງາມຂອງຊາດ ແລະ ປະຊາຊົນລາວ ໃຫ້ເເກ່ ທ່ານ ປອ. Kao Kim Hourn, ເລຂາທິການໃຫຍ່ອາຊຽນ ເພື່ອວາງສະເເດງຢູ່ ກອງເລຂາອາຊຽນ.

------------------------

ບົດຂ່າວອື່ນໆ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485951
ມື້ນີ້82
ມື້ວານ168
ອາທິດນີ້987
ເດືອນນີ້5256