ໃນຕອນເຊົ້າຂອງວັນທີ 18 ມັງກອນ 2023, ທີ່ ກະຊວງປ້ອງກັນປະເທດ, ສະຫາຍ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດລາວ ພ້ອມດ້ວຍຄະນະ ໄດ້ນຳກະຕ່າດອກໄມ້ໄປອວຍພອນ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ, ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 74 ປີ (20 ມັງກອນ 1949 – 2023) ທີ່ໃກ້ຫມູນວຽນມາຮອດນີ້.