ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພົບປະສອງຝ່າຍກັບ ນາຍົກລັດຖະມົນຕີ ແຫ່ງ ສປ ຈີນ

             

               

20221113 PM Laos China 1

20221113 PM Laos China 2

               

         

ໃນຕອນແລງຂອງວັນທີ 12 ພະຈິກ 2022, ສະຫາຍ ພັນຄໍາ ວິພາວັນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ສະຫາຍ ຫຼີ ເຄີ້ສຽງ, ນາຍົກລັດຖະມົນຕີ ແຫ່ງ ສປ ຈີນ ຢູ່ ໂຮງແຮມ Rosewood, ພະນົມເປັນ, ຣາຊະອານາຈັກ ກໍາປູເຈຍ, ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 40 ແລະ 41 ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງ.

         

ໃນໂອກາດນີ້, ສອງຝ່າຍ ໄດ້ສະແດງຄວາມພາກພູມໃຈເປັນຢ່າງຍິ່ງ ທີ່ໄດ້ມີໂອກາດພົບປະນໍາກັນແບບເຊິ່ງໜ້າ ທີ່ ພະນົມເປັນ ໃນຄັ້ງນີ້, ເຊິ່ງເປັນຄັ້ງທໍາອິດພາຍຫຼັງການແຜ່ລະບາດຂອງພະຍາດໂຄວິດ-19. ສອງຝ່າຍ ກໍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການພົວພັນແບບຄູ່ຮ່ວມມືຍຸດທະສາດ ຮອບດ້ານ ໝັ້ນຄົງຍາວນາມ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊາຕາກໍາ ລາວ-ຈີນ, ຈີນ-ລາວ ລະຫວ່າງ ສອງພັກ ແລະ ສອງລັດ ກໍຄື ປະຊາຊົນສອງຊາດ ລາວ-ຈີນ ທີ່ນັບມື້ນັບໄດ້ຮັບການເສີມຂະຫຍາຍດ້ວຍຄຸນນະພາບໃໝ່ຢ່າງບໍ່ຢຸດຢ້ັງ ທັງໃນລວງເລິກ ແລະ ລວງກວ້າງ. ພ້ອມນີ້, ສອງຝ່າຍຍັງໄດ້ແຈ້ງສະພາບການພົ້ນເດັ່ນຢູ່ໃນປະເທດຂອງຕົນໃຫ້ກັນຊາບ ພ້ອມທັງໄດ້ປຶກສາຫາລື ແລະ ທົບທວນ ກ່ຽວກັບ ການພົວພັນຮ່ວມມືສອງຝ່າຍ ໃນດ້ານຕ່າງໆ ໃນໄລຍະຜ່ານມາ ແລະ ໃນຕໍ່ໜ້າ ເຊັ່ນ: ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ດ້ານພະລັງງານ, ໂຄງການລົດໄຟ ລາວ-ຈີນ ແລະ ອື່ນໆ. ໃນໂອກາດນີ້, ສະຫາຍ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສະແດງຄວາມຊົມເຊີຍຢ່າງສຸດໃຈຕໍ່ຜົນສໍາເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XX ຂອງພັກກອມມູນິດຈີນ ທີ່ຫາກໍ່ປິດລົງໃນວັນທີ 22 ຕຸລາ ທີ່ຜ່ານມາ, ພ້ອມທັງໄດ້ຝາກຄວາມຢື້ຢາມຖາມຂ່າວອັນອົບອຸ່ນຂອງ ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ ພັກປະຊາຊົນ ປະຕິວັດລາວ ເຖິງ ສະຫາຍ ສີ ຈິ້ນຜິງ, ເລຂາທິການໃຫຍ່ ພັກກອມມູນິດຈີນ. ພ້ອມນັ້ນ, ກໍ່ໄດ້ຕາງໜ້າພັກ, ລັດຖະບານ ແລະ ປະຊາຊົນລາວບັນດາເຜົ່າ ສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງ ມາຍັງ ພັກ, ລັດຖະບານ ແລະ ປະຊາຊົນຈີນອ້າຍນ້ອງ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອແກ່ພັກ, ລັດຖະບານ ແລະ ປະຊາຊົນລາວ ຕະຫຼອດມາ ໂດຍສະເພາະ ການຕ້ານການແຜ່ລະບາດຂອງພະຍາດໂຄວິດ-19 ກໍ່ຄື ການຊ່ວຍເຫຼືອການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ໃນປັດຈຸບັນ.

 

 

ບົດຂ່າວອື່ນໆ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
487293
ມື້ນີ້128
ມື້ວານ191
ອາທິດນີ້955
ເດືອນນີ້686