ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ພິທີສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ລະຫວ່າງ ສປປ ລາວ ແລະ ສ. ຕີມໍ-ເລສ໌ເຕ ຄົບຮອບ 20 ປີ.

 

2022 11 15 20th lao Timor 5

2022 11 15 20th lao Timor 3

2022 11 15 20th lao Timor 2

2022 11 15 20th lao Timor 4

2022 11 15 20th lao Timor 1

 

ໃນວັນທີ 15 ພະຈິກ 2022, ທີ່ ໂຮງແຮມ ເເລນມາກ, ນະຄອນຫຼວງວຽງຈັນ ພະນະທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດເຂົ້າຮ່ວມເປັນແຂກກິດຕິມະສັກ ໃນງານລ້ຽງສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວສາທາລະນະລັດ ຕີມໍ-ເລສ໌ເຕ ຄົບຮອບ 20 ປີ ແລະ ມີບັນດາລັດຖະມົນຕີກະຊວງຕ່າງໆຈຳນວນໜຶ່ງເຂົ້າຮ່ວມ.

     

ໃນ​ໂອກາດ​ດັ່ງກ່າວ, ທ່ານ ນາງ ມາເຣຍ ຣີນາຕາ ເດິ ການດາສ ຈີຊຸສ (Maria Renata de Jesus), ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ສ.ຕີມໍ-ເລສ໌ເຕ ໄດ້​​ກ່າວ​ປາ​ໄສ ​ໂດຍ​ສະ​ແດງ​ໃຫ້​ເຫັນ​ເຖິງ​ສາຍ​ພົວພັນ​ອັນ​ດີງາມ​ ລະຫວ່າງ​ສອງ​ປະ​ເທດ ​ຕີມໍ-ເລສ໌ເຕ ​ແລະ ສປປ ລາວ ​ໃນ​ຕະຫຼອດໄລຍະ 20 ປີຜ່ານມາ ພ້ອມທັງ​ໄດ້ສະແດງຄວາມຂອບໃຈຢ່າງເລິກເຊິ່ງ ມາຍັງລັດຖະບານລາວ ແລະ ບັນດາປະເທດສະມາຊິກອາຊຽນ ທີ່ໄດ້ໃຫ້ການສະໜັບສະໜູນແກ່ ຕີມໍ-ເລສເຕ ຕະຫຼອດມາ ກໍ່ຄືການສະໜັບສະໜູນຂອງບັນດາຄູ່ຮ່ວມມືພາຍນອກ, ຊຶ່ງ ຕີມໍ-ເລສ໌ເຕ ​ຈະ​ສືບ​ຕໍ່​ເຮັດ​ວຽກ​ຢ່າງ​ຕັ້ງໜ້າ​ເພື່ອ​ຮັບປະກັນການເຂົ້າເປັນສະມາຊິກຂອງ ຕີ​ມໍ-​ເລັສ໌ເຕ ໃນອະນາຄົດ.​ ພ້ອມດຽວກັນນີ້, ສະຖານທູດ ຕີມໍ-ເລສ໌ເຕ ປະຈຳ ສປປ ລາວ ຈະສືບຕໍ່ສົມທົບກັບກະຊວງການຕ່າງປະເທດ ແລະ ບັນດາກະຊວງທີ່ກ່ຽວຂ້ອງ ໃນການປະສານງານ ແລະ ຕິດຕາມບັນດາບັນຫາດ້ານວິຊາການທີ່ພົ້ນເດັ່ນ ຮັດແໜ້ນການຮ່ວມມືໃນຂົງເຂດຕ່າງໆ ທີ່ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດຮ່ວມກັນ ເປັນຕົ້ນເເມ່ນ ການຮ່ວມມືສອງ​ຝ່າຍ, ຫຼາຍ​ຝ່າຍ ​ແລະ​ ພາກ​ພື້ນ ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບທີ່ເປັນມູນເຊື້ອອັນຍາວນານ ແລະ ການຮ່ວມມືທີ່ດີງາມລະຫວ່າງ ຕີມໍ-ເລສ໌ເຕ-ລາວ ໃຫ້ນັບມື້ນັບໄດ້ຮັບການພັດທະນາກ້າວຂຶ້ນ.     

      

ໃນໂອກາດດຽວກັນນີ້, ພະນະທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຕາງໜ້າລັດຖະບານລາວ ແລະ ປະຊາຊົນລາວ ສະແດງຄວາມຍິນດີ ແລະ ອວຍພອນໄຊອັນປະເສີດມາຍັງລັດຖະບານ ແລະ ປະຊາຊົນ ແຫ່ງ ສ. ຕີມໍ-ເລສເຕ ເນື່ອງໃນໂອກາດວັນປະກາດເອກະລາດ ຄົບຮອບ 47 ປີ, ພ້ອມທັງຊົມເຊີຍການພົວພັນຮ່ວມມືລະຫວ່າງ ລາວ ແລະ ຕີມໍ-ເລສ໌ເຕ ນັບເເຕ່ມີການລົງນາມໃນສັນຍາສ້າງຕັ້ງການພົວພັນທາງການທູດ ໃນວັນທີ 27 ກໍລະກົດ 2002, ຊຶ່ງຖືໄດ້ວ່າເປັນຂີດໝາຍປະຫວັດສາດໃນການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຂອງພວກເຮົາທີ່ໄດ້ຕອບສະໜອງຄວາມມຸ່ງມາດປາດຖະໜາຂອງປະຊາຊົນສອງຊາດ, ຊຶ່ງຕະຫຼອດ 2 ທົດ​ສະ​ວັດ​ ແຫ່ງ​ການ​ພົວ​ພັນ​ລະ​ຫວ່າງ​​ສອງ​ປະ​ເທດ​ໄດ້​ເພີ່ມ​ທະ​ວີ​ການ​ພົວ​ພັນ​ມິດ​ຕະ​ພາບ​ຢ່າງ​ເລິກ​ເຊິ່ງ​ໃນ​ລະ​ດັບ​ຕ່າງໆ​ທັງ​ລັດ​ຖະ​ບານ ​ແລະ ​ປະ​ຊາ​ຊົນ​ຕໍ່​ປະ​ຊາ​ຊົນ. ການ​ແລກປ່ຽນ​ການ​ຢ້ຽມຢາມ​ທາງ​ລັດຖະກິດ​ລະດັບ​ສູງ​ຂອງ​ບັນດາ​ການນຳ ຊຶ່ງໄດ້​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່​ຄວາມ​ເຂົ້າ​ໃຈ, ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ​ແລະ ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ.

     

ເນື່ອງ​ໃນ​ໂອກາດ​ອັນ​ສະຫງ່າ​ລາສີ​ນີ້, ພະນະທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຍັງໄດ້ອວຍພອນ​ໃຫ້ ຕີມໍ-ເລສ໌ເຕ ປະສົບ​ຜົນສຳ​ເລັດ​ໃນ​ພາລະກິດ​ກະກຽມຂໍ້ມູນເຂົ້າເປັນສະມາຊິກ ASCC ​ແລະ AEC ທີ່​ນຳ​ໄປ​ສູ່​ການ​ຮັບຮອງ​ເອົາ​ຖະ​ແຫຼ​ງການ​ຂອງ​ບັນດາ​ຜູ້ນຳ​ອາ​ຊຽນ ທີ່​ກອງ​ປະຊຸມ​ສຸດ​ຍອດ​ຄັ້ງ​ທີ 40 ​ແລະ 41 ທີ່ ​ກຳປູ​ເຈຍ ກ່ຽວ​ກັບ​ການ​ຮັບຮອງເອົາ ຕີມໍ-ເລສ໌ເຕ ເຂົ້າເປັນສະມາຊິກ​ອາ​ຊຽນ ​ທີ່​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ກັນ​ໃນ​ຫຼັກການ​ອະນຸມັດ​ການ​ສະໝັກ​ເຂົ້າ​ເປັນສະມາຊິກ​ອາ​ຊຽນຂອງ ຕີມໍ-ເລສ໌ເຕ ເເລະ ສປປ ລາວ ພ້ອມ​ແລ້ວ​ທີ່​ຈະ​ສະໜັບສະໜຸນ ຕີ​ມໍ-​ເລັສ໌​ເຕ ​ເພື່ອ​ບັນລຸ​ການ​ເຂົ້າ​ເປັນ​ສະມາຊິກ​ອາ​ຊຽນຢ່າງ​ເຕັມ​ສ່ວນ​ໃນ​ອະນາຄົດ​ອັນ​ໃກ້ນີ້.  

     

ພ້ອມດຽວກັນນີ້, ພະນະທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ສະເຫຼີມໄຊ ກົມມະສິດຍັງໄດ້ຖືໂອກາດນີ້ສະແດງຄວາມຂອບໃຈ ມາຍັງລັດຖະບານ ແລະ ປະຊາຊົນ ຕີມໍ-ເລສ໌ເຕ ທີ່ໄດ້ໃຫ້ການຊ່ວຍເຫລືອ ເເລະ ການຮ່ວມມືທີ່ດີຕະຫຼອດມາ ພ້ອມທັງອວຍພອນໃຫ້ ສາຍ​ພົວພັນ​ມິດຕະພາບ​ອັນ​ເປັນ​ມູນ​ເຊື້ອ ​ແລະ ການ​ຮ່ວມ​ມື​ອັນ​ດີງາມ​ລະຫວ່າງ​ສອງ​ຊາດ​ລາວ ເເລະ ຕີ​ມໍ​-ເລ​ສ໌​ເຕ ​​ຈົ່ງສືບຕໍ່ຂະຫຍາຍຕົວຍິ່ງໆຂຶ້ນ.

                                                                                              ກົມການຂ່າວ

ພະເເນກໂຄສະນາ ເເລະ ປະຊາສຳພັນ

ບົດຂ່າວອື່ນໆ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
487290
ມື້ນີ້125
ມື້ວານ191
ອາທິດນີ້952
ເດືອນນີ້683