ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມພົບປະລະຫວ່າງຜູ້ນໍາອາຊຽນ ກັບບັນດາອົງກອນຂອງອາຊຽນ

              

       

             

20221110 ASEAN Summit CAM 1

ທ່ານ ພັນຄໍາ ວິພາວັນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພົບປະສອງຝ່າຍກັບ ທ່ານ ຟ້າມ ມິງ ຈິງ, ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ

             

20221110 ASEAN Summit CAM 2

ບັນດາປະມຸກລັດ/ຫົວໜ້າລັດຖະບານຂອງບັນດາປະເທດສະມາຊິກອາຊຽນ ເຂົ້າຢ້ຽມຂໍ່ານັບ ພະບາດສົມເດັດ ພະບໍຣົມມະນຽດ ໂນໂຣດົມ ສີຫາໂມນີ, ພະມະຫາກະສັດ ແຫ່ງ ຣາຊະອານາຈັກ ກຳປູເຈຍ

      

ໃນຕອນເຊົ້າຂອງວັນທີ 10 ພະຈິກ 2022, ທ່ານ ພັນຄໍາ ວິພາວັນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານ ຟ້າມ ມິງ ຈິງ, ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ທີ່ ໂຮງແຮມ Phnom Penh. ພາຍໃນການພົບປະ, ສອງຝ່າຍ ໄດ້ທົບທວນຄືນ ແລະ ຕີລາຄາສູງຕໍ່ການຈັດຕັ້ງປະຕິບັດບັນດາຂໍ້ຕົກລົງຕ່າງໆຂອງສອງລັດຖະບານໃນໄລຍະທີ່ຜ່ານມາ, ເຊິ່ງເຫັນວ່າໄດ້ຮັບການຈັດຕັ້ງປະຕິບັດໃຫ້ສໍາເລັດແລ້ວຫຼາຍໂຄງ ການ ໃນທ່າມກາງບັນຍາກາດທີ່ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ກໍາລັງສະເຫຼີມ ສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ ໃນປີ 2022 ນີ້. ພ້ອມນັ້ນ, ສອງຝ່າຍ ກໍ່ໄດ້ປຶກສາຫາລືຢ່າງກົງໄປກົງມາ ກ່ຽວກັບ ທິດທາງການຮ່ວມມືສອງຝ່າຍໃນຕໍ່ໜ້າ ເພື່ອສືບຕໍ່ຊຸກຍູ້ບາງໂຄງການທີ່ຍັງຄົງຄ້າງໃຫ້ສໍາເລັດໂດຍໄວ ໂດຍສະເພາະແມ່ນການຮ່ວມມືທາງດ້ານພະລັງງານນໍ້າມັນເຊື້ອໄຟ, ໂຄງການທ່າເຮືອຫວຸງອ່າງ, ໂຄງການບໍ່ເກືອກາລີ ຢູ່ ແຂວງຄໍາມ່ວນ, ໂຄງການສະໜາມບິນໜອງຄ້າງ ແລະ ອື່ນໆ. ນອກຈາກນັ້ນ, ສອງຝ່າຍ ຍັງໄດ້ປຶກສາຫາລື ເພື່ອກະກຽມໃຫ້ແກ່ກອງປະຊຸມສອງກົມການເມືອງ ແລະ ກອງປະຊຸມຄະນະກໍາມະການຮ່ວມມືສອງລັດຖະບານ ຄັ້ງທີ 45 ກໍ່ຄື ການຢ້ຽມຢາມທາງການ ແລະ ປິດປີສາມັກຄີມິດຕະພາບ 2022 ຢູ່ ສປປ ລາວ ຂອງ ທ່ານ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ທີ່ຈະມີຂຶ້ນໃນທ້າຍເດືອນທັນວາ 2022 ນີ້. ໃນໂອກາດນີ້, ທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສະແດງຄວາມຂອບໃຈຕໍ່ ລັດຖະບານ ຫວຽດນາມ ທີ່ໄດ້ໃຫ້ການຊ່ວຍເຫຼືອລັດຖະບານລາວ ໃນດ້ານຕ່າງໆຕະຫຼອດມາ, ເຊິ່ງເປັນການປະກອບສ່ວນເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນພິເສດຂອງສອງຊາດ ລາວ-ຫວຽດນາມ ໃຫ້ສືບຕໍ່ໄດ້ຮັບການເສີມຂະຫຍາຍ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ.

              

ຫຼັງຈາກນັ້ນ, ທ່ານນາຍົກລັດຖະມົນຕີ ພັນຄໍາ ວິພາວັນ ພ້ອມດ້ວຍບັນດາປະມຸກລັດ/ຫົວໜ້າລັດຖະບານຂອງບັນດາປະເທດສະມາຊິກອາຊຽນ ໄດ້ເຂົ້າຢ້ຽມຂໍ່ານັບ ພະບາດສົມເດັດ ພະບໍຣົມມະນຽດ ໂນໂຣດົມ ສີຫາໂມນີ, ພະມະຫາກະສັດ ແຫ່ງ ຣາຊະອານາຈັກ ກຳປູເຈຍ ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 40 ແລະ 41 ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນລະຫວ່າງວັນທີ 10-13 ພະຈິກ 2022 ທີ່ ພະນົມເປັນ, ຣາຊະອານາຈັກກໍາປູເຈຍ.

                   

          

              

20221110 ASEAN Summit CAM 3

ກອງປະຊຸມພົບປະລະຫວ່າງຜູ້ນໍາອາຊຽນ ກັບ ຜູ້ຕາງໜ້າສະມັດຊາລັດຖະສະພາ ລະຫວ່າງຊາດອາຊຽນ

         

20221110 ASEAN Summit CAM 4

ກອງປະຊຸມພົບປະລະຫວ່າງຜູ້ນໍາອາຊຽນ ກັບຜູ້ຕາງໜ້າຊາວໜຸ່ມອາຊຽນ

           

20221110 ASEAN Summit CAM 5

ກອງປະຊຸມພົບປະລະຫວ່າງຜູ້ນໍາອາຊຽນ ກັບ ຜູ້ຕາງໜ້າສະພາທີ່ປຶກສາທຸລະກິດອາຊຽນ

          

 

ໃນຕອນບ່າຍ, ທ່ານ ພັນຄໍາ ວິພາວັນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມພົບປະລະຫວ່າງຜູ້ນໍາອາຊຽນ ກັບ ຜູ້ຕາງໜ້າສະມັດຊາລັດຖະສະພາ ລະຫວ່າງຊາດອາຊຽນ, ກອງປະຊຸມພົບປະລະຫວ່າງຜູ້ນໍາອາຊຽນ ກັບຜູ້ຕາງໜ້າຊາວໜຸ່ມອາຊຽນ ແລະ ກອງປະຊຸມພົບປະລະຫວ່າງຜູ້ນໍາອາຊຽນ ກັບ ຜູ້ຕາງໜ້າສະພາທີ່ປຶກສາທຸລະກິດອາຊຽນ.

          

ກອງປະຊຸມພົບປະລະຫວ່າງຜູ້ນໍາອາຊຽນ ກັບ ຜູ້ຕາງໜ້າສະມັດຊາລັດຖະສະພາ ລະຫວ່າງຊາດອາຊຽນ, ຜູ້ນໍາອາຊຽນ ໄດ້ສະແດງຄວາມຊົມເຊີຍຕໍ່ສະມັດຊາລັດຖະສະພາ ລະຫວ່າງຊາດອາຊຽນ ທີ່ໄດ້ປະກອບສ່ວນສໍາຄັນເຂົ້າໃນຂະບວນການສ້າງປະຊາຄົມອາຊຽນ ພ້ອມທັງສະເໜີໃຫ້ ສະມັດຊາລັດຖະສະພາ ລະຫວ່າງຊາດອາຊຽນ ເອົາໃຈໃສ່ຊຸກຍູ້ການມີສ່ວນຮ່ວມຂອງປະຊາຊົນໃຫ້ຫຼາຍຂຶ້ນ ແນໃສ່ເຮັດໃຫ້ປະຊາຊົນໄດ້ຮັບຜົນປະໂຫຍດຢ່າງແທ້ຈິງຈາກຂະບວນການສ້າງປະຊາຄົມອາຊຽນ ກໍຄືຄວາມພະຍາຍາມໃນການຟື້ນຟູເສດຖະກິດ-ສັງຄົມ ໃນທ່າມກາງສະພາບເສດຖະກິດໂລກມີຄວາມຫຍຸ້ງຍາກ, ອັດຕາເງິນເຟີ້ສູງ ແລະ ຄ່າຄອງຊີບທີ່ສູງຂຶ້ນໃນປັດຈຸບັນ.

             

ໃນການພົບປະກັບຕາງໜ້າຊາວໜຸ່ມອາຊຽນ, ຜູ້ນໍາອາຊຽນ ຢໍ້າຄືນບົດບາດສໍາຄັນຂອງຊາວຫນຸ່ມທີ່ຈະເປັນຜູ້ສືບທອດທີ່ເຂັ້ມແຂງໃນອະນາຄົດ ແລະ ເປັນກໍາລັງແຮງທີ່ສໍາຄັນໃນການພັດທະນາເສດຖະກິດ-ສັງຄົມ. ສະນັ້ນ, ຊາວໜຸ່ມຈະຕ້ອງໄດ້ເພີ່ມທະວີພັດທະນາຂີດຄວາມສາມາດຂອງຕົນຢ່າງຮອບດ້ານ, ມີລະບົບ, ແບບແຜນ ແລະ ມີເປົ້າໝາຍແນ່ນອນ ໂດຍສະເພາະ ໃນການໝູນໃຊ້ເຕັກໂນໂລຊີທີ່ທັນສະໄໝ ເພື່ອໃຫ້ສາມາດເຂົ້າເຖິງແຫຼ່ງຂໍ້ມູນຂ່າວສານ ແລະ ກຽມພ້ອມຮັບມືກັບສິ່ງທ້າທາຍໃນຕໍ່ໜ້າ.

             

ສໍາລັບການພົບປະກັບສະພາທີ່ປຶກສາທຸລະກິດອາຊຽນ, ກອງ​ປະ​ຊຸມໄດ້ສະແດງຄວາມຊົມເຊີຍຕໍ່​ຜົນສໍາ​ເລັດ​ໃນ​ການ​ປະຕິບັດ​ວຽກ​ງານ​ຂອງ​ສະພາ​ທີ່​ປຶ​ກສາ​ທຸລະ​ກິດ​ອາ​ຊຽນ ​ກໍຄື ​ການ​ປະກອບ​ສ່ວນ​ອັນ​ໃຫຍ່​ຫຼວງ​​ຂອງພາກ​ທຸລະ​ກິດ​ໃນ​ການແກ້ໄຂ ແລະ ຊ່ວຍຟື້ນຟູ​ເສດຖະກິດ-ສັງຄົມ​ ຈາກຜົນກະທົບຂອງການແພ່ລະບາດຂອງພະຍາດໂຄວິດ-19 ແລະ ໄດ້ຊຸກຍູ້ໃຫ້ພາກທຸລະກິດ ສືບຕໍ່ຈັດຕັ້ງປະຕິບັດຂໍ້ລິເລີ່ມໃນຂົງເຂດການຫັນເປັນດີຈີຕອນ, ການສ້າງຄວາມເຂັ້ມແຂງໃຫ້ແກ່ການເຊື່ອມຈອດດ້ານຕ່ອງໂສ້ການສະໜອງ ແລະ ການສ້າງວຽກເຮັດງານທໍາໃນຂົງເຂດຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ແນໃສ່ສ້າງເສດຖະກິດຂອງພາກພື້ນໃຫ້ມີຄວາມເຂັ້ມແຂງຍິ່ງຂຶ້ນ.

            

----------------------------

              

ບົດຂ່າວອື່ນໆ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
487282
ມື້ນີ້117
ມື້ວານ191
ອາທິດນີ້944
ເດືອນນີ້675