ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ຄະນະຜູ້ແທນ ທະນາຄານສິນເຊື່ອ ແລະ ນັກທຸລະກິດ-ຜູ້ປະກອບການ ແຫ່ງ ສະມາພັນທະລັດ ສະວິດ.

 

 

2022 11 7 Switzerland 2

2022 11 7 Switzerland 1

2022 11 7 Switzerland 3

2022 11 7 Switzerland

 

ໃນຕອນເຊົ້າຂອງວັນທີ 7 ພະຈິກ 2022, ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ຄະນະຜູ້ແທນ ທະນາຄານສິນເຊື່ອ ແລະ ນັກທຸລະກິດ-ຜູ້ປະກອບການ ແຫ່ງ ສະມາພັນທະລັດ ສະວິດ, ນຳໂດຍ ທ່ານ ອັງເດຣອາ ເກເບີ (Andreas Gerber), ຜູ້ຈັດການ ແລະ ຫົວໜ້າທະນາຄານ ວິສາຫະກິດ ແລະ ທ່ານ ດຣ. ອົ້ວ ບຸດສ໌ມານ (Dr. Urs Buchmann), ຮອງປະທານ ຂອງ Credit Suisse ປະຈໍາ ເຂດປົກຄອງພິເສດ ຮົງກົງ, ສປ. ຈີນ (Hong Kong) Ltd.

ໃນ​ການ​ພົບ​ປະ​ຄັ້ງ​ນີ້, ​ສອງ​ຝ່າຍ ໄດ້​ແຈ້ງ​ໃຫ້​ກັນ​ຊາບ​ໂດຍ​ຫຍໍ້ ກ່ຽວ​ກັບ ສະ​ພາບ​ການ​ພາຍ​ໃນ​ປະ​ເທດ​ຂອງ​ຕົນ ແລະ ໄດ້​ຕີ​ລາ​ຄາ​ສູງ​ຕໍ່​ສາຍ​ພົວ​ພັນ​ມິດ​ຕະ​ພາບ ແລະ ການ​ຮ່ວມມ​ື​ລະ​ຫວ່າງ ສອງ​ປະ​ເທດ ລາວ-ສະ​ວິດ ຊຶ່ງ​ເຫັນ​ໄດ້​ວ່າ ນັບຕັ້ງແຕ່ ສປປ ລາວ ແລະ ສະມາພັນທະລັດ ສະວິດ ໄດ້ສ້າງຕັ້ງສາຍພົວພັນການທູດນໍາກັນ ໃນວັນທີ 4 ກັນຍາ 1963 ເປັນຕົ້ນມາ, ສອງປະເທດ ໄດ້ມີການພົວພັນຮ່ວມມືທີ່ດີນໍາກັນ ແລະ ສືບຕໍ່ເຕີບໃຫຍ່ຂະຫຍາຍຕົວຂຶ້ນເລື້ອຍໆ, ຊຶ່ງ​ປີ 2023 ນີ້ ແມ່ນຄົບຮອບ 60 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ລາວ ແລະ ສະວິດ. ສະວິດ ແລະ ສ​ປ​ປ ລາວ ແມ່ນມີທີ່​ຕັ້ງ​ພູມ​ສັນ​ຖານລັກສະນະຄ້າຍຄືກັນ ຄື ເປັນປະເທດທີ່ ບໍ່ມີຊາຍແດນຕິດຈອດກັບທະເລ. ສອງປະເທດ ລາວ ແລະ ສະວິດ ໄດ້ມີການພົວພັນຮ່ວມມືກັນໃນຫຼາຍຂົງເຂດ ທັງໃນຂອງສອງຝ່າຍ ແລະ ຫຼາຍຝ່າຍ, ເຊິ່ງ ສະວິດ ໄດ້ໃຫ້ການຊ່ວຍເຫຼືອແກ່ ສປປ ລາວ ນັບແຕ່ປີ 2006-2021 ລວມມູນຄ່າທັງໝົດ 224,6 ລ້ານຝຣັ່ງສະວິດ (ປະມານ 242 ລ້ານໂດລາສະຫະລັດ). ປະຈຸບັນ, ສະວິດ ໄດ້ສືບຕໍ່ໃຫ້ການຊ່ວຍເຫຼືອແກ່ ສປປ ລາວ ສໍາລັບສົກປີ 2022-2025 ມູນຄ່າປະມານ 60 ລ້ານຝຣັ່ງສະວິດ, ໂດຍສຸມໃສ່ 3 ຂົງເຂດ ຄື: 1) ຂົງເຂດພັດທະນາເສດຖະກິດແບບມີສ່ວນຮ່ວມ, 2) ຂົງເຂດການປ່ຽນແປງດິນຟ້າອາກາດ ແລະ ການຄຸ້ມຄອງຊັບພະຍາກອນທໍາມະຊາດ ແລະ 3) ຂົງເຂດການປົກຄອງ ແລະ ການມີສ່ວນຮ່ວມຂອງປະຊາຊົນ, ເຊິ່ງມີເປົ້າໝາຍແນໃສ່ປະກອບສ່ວນເພື່ອຫຼຸດຜ່ອນຄວາມທຸກຍາກ, ສະໜັບສະໜູນການພັດທະນາແບບຍືນຍົງ ແລະ ສົ່ງເສີມການຄຸ້ມຄອງພາກລັດໃນ ສປປ ລາວ.

 

ພ້ອມ​ກັນ​ນັ້ນ, ​ຄະນະຜູ້ແທນທະນາຄານສິນເຊື່ອ ແລະ ນັກທຸລະກິດ-ຜູ້ປະກອບການ ແຫ່ງ ສະມາພັນທະລັດ ສະວິດ ໄດ້​​ມີ​ຄວາມ​ສົນ​ໃຈ​ຂໍ​ຊາບ ກ່ຽວ​ກັບ ​ການ​ພັດ​ທ​ະ​ນາ​​ຂອງ ສ​ປ​ປ ລາວ ເປັນ​ຕົ້ນ ​ໃນຂະ​ແຫນງ​ການ​ສຶກ​ສາ ກໍ່ຄື ການ​ພັດ​ທະ​ນາ​ຊັບ​ພະ​ຍາ​ກອນ​ມະ​ນຸດ, ອຸດ​ສ​າ​ຫະ​ກຳ​ປຸງ​ແຕ່ງອາ​ຫານ​ໃນ​ຂະ​ແໜງ​ກະ​ສິ​ກຳ ແລະ ອື່ນໆ ເພື່ອ​ສຶກ​ສາ​ຊ່ອງ​ທາງ​ໃນ​ການ​ຂະ​ຫຍາຍ​ການ​ຮ່ວມ​ມືທາງ​ດ້ານ​ການ​ຄ້າ ແລະ ການ​ລົງ​ທຶນ ໃນ ສ​ປ​ປ ລາວ ໃຫ້​ຫຼາຍ​ຂຶ້ນ. ໃນ​ໂອ​ກາດ​ນີ້, ທ່ານ ຮອງນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ກໍ່ໄດ້​ແຈ້ງ​ໃຫ້ຄະນະຜູ້ແທນດັ່ງ​ກ່າວ ຊາບ​ໂດຍ​ຫຍໍ້​ ກ່ຽວ​ກັບ ຍຸດ​ທະ​ສາດ​ໄລ​ຍະຍາວຂອງ ສປປ ລາວ ກໍ່​ຄື ແຜນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ຂອງລາວ 5 ປີ (2022-2025) ທີ່ສຸມໃສ່​ເສດ​ຖະ​ກິດ​ສີ​ຂຽວ ແລະ ​ສະ​ອາດເພື່ອ​ແນ​ໃສ່​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ, ເສີມ​ຂະ​ຫຍາຍຂະແໜງການຄ້າ ແລະ ​ການບໍລິການ, ການລົງທຶນດ້ານກະສິກຳ ຢູ່ ສປປ ລາວ ແລະ ​ໄດ້​ຢ້ຳ​ວ່າ ວຽກ​ງ​ານ​ການ​ພັດ​ທະ​ນາ​ຂະ​ແໜງ​ສຶກ​ສາ ກໍ່​ຄື ການ​ພັດ​ທ​ະ​ນາຊັບ​ພະ​ນາ​ກອນມ​ະ​ນຸດ ແມ່ນ​ເປັນ​ວຽກ​ບູ​ລິ​ມະ​ສິດ​ຂອງ​ລັດ​ຖະ​ບານ​ລາວ. ນອກ​ຈາກນັ້ນ, ຍັງ​ແຈ້ງ​ໃຫ້​ຊາບ​ວ່າ ສ​ປ​ປ ລາວ ແມ່ນ​ຫັນ​ເປັນ​ທັນ​ສະ​ໄໝໂດຍ​ມີ​ການ​ປະ​ຕິ​ຮູບ​ຫັນ​ຈາກ​ການ​ເປັນ​ປະ​ເທດທີ່​ບໍ່​ມີ​ຊາຍ​ແດນ​ຕິດ​ກັບ​ທະ​ເລ ກາຍ​ເປັນ​ສູນ​ກາງທາງ​ຜ່ານ​ໃຫ້​ແກ່​ການ​ຂົນ​ສົ່ງສິນ​ຄ້າ ແລະ ການ​ບໍ​ລິ​ການ​ຕ່າງໆ ຊຶ່ງ​​ເປົ້າ​ໝາຍແນ​ໃສ່​ເພື່ອໃຫ້ປະເທດຊາດຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາໃນ​ປີ 2026.

 

ໃນ​ໂອ​ກາດ​ນີ້, ທ່ານ ຮອງນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ສະເໜີໃຫ້ຄະນະຜູ້ແທນ ສະວິດ ຊ່ວຍໂຄສະນາ ແລະ ຊຸກຍູ້ຂົນຂວາຍບັນດານັກທຸລະກິດ ແລະ ນັກທ່ອງທ່ຽວສະວິດ ໃຫ້ເຂົ້າມາລົງທຶນ ແລະ ທ່ອງທ່ຽວຢູ່ ສປປ ລາວ ໃຫ້ນັບມື້ນັບຫຼາຍຂຶ້ນ, ສືບຕໍ່ຊຸກຍູ້ການພົບປະແລກປ່ຽນຂອງຄະນະຜູ້ແທນ ແລະ ຜູ້ປະກອບການ ລະຫວ່າງ ສອງປະເທດ ລາວ-ສະວິດ ຕື່ມອີກ. ​ພ້ອ​ມທັງ ໄດ້​ສະ​ແດງ​ຄວາມ​ດີ​ໃຈ​ ແລະ ຂອບ​ໃຈ ​ຄະ​ນະ​ຜູ້​ແທນ​ດັ່ງ​ກ່າວ​ທີ່ມີ​ຄວາມ​ສົນ​ໃຈ​ມາ​ສຶກ​ສາ​ທີ່​ຈະ​ລົງ​ທຶນ​ຢູ່ ສ​ປ​ປ ລ​າວ.

     

ສຸດ​ທ້າຍ​ນີ້, ທ່ານ ດຣ. ອົ້ວ ບຸດສ໌ມານ ໄດ້ຕາງໜ້າໃຫ້ແກ່ ຄະນະຜູ້ແທນ ທະນາຄານສິນເຊື່ອ ແລະ ນັກທຸລະກິດ-ຜູ້ປະກອບການ ສະວິດ ສະແດງຄວາມຂອບໃຈຕໍ່ ທ່ານ ຮອງນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ທີ່ໄດ້ໃຫ້ກຽດຕ້ອນຮັບໃນຄັ້ງນີ້, ພ້ອມທັງໄດ້ສະແດງຄວາມຊົມເຊີຍຕໍ່ ຜົນສໍາເລັດຂອງການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ໃນໄລຍະຜ່ານມາ ແລະ ຊົມເຊີຍ ທີ່ ສປປ ລາວ ມີແຜນທີ່ຈະນໍາພາປະເທດຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາໃນປີ 2026.

ບົດຂ່າວອື່ນໆ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
487229
ມື້ນີ້64
ມື້ວານ191
ອາທິດນີ້891
ເດືອນນີ້622