ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານກວດກາ ຂອງກະຊວງການຕ່າງປະເທດ ປະຈຳປີ 2021, 2022 ແລະ ທິດທາງແຜນການໃນຕໍ່ໜ້າ

 

SummaryInspection2

SummaryInspection1

SummaryInspection4

SummaryInspection3

 

ໃນຕອນເຊົ້າວັນທີ 07 ພະຈິກ 2022 ທີ່ ກະຊວງການຕ່າງປະເທດ, ໄດ້ມີການຈັດກອງປະຊຸມ​ສະຫຼຸບ​ການເຄື່ອນໄຫວວຽກ​ງານກວດກາຂອງກະຊວງການຕ່າງປະເທດ ປະຈຳປີ 2021, 2022 ແລະ ທິດທາງແຜນການໃນຕໍ່ໜ້າ, ໂດຍການໃຫ້ກຽດເປັນປະທານຂອງ ສະຫາຍ ສະເຫຼີມໄຊ ກົມມະສິດ, ກໍາມະການກົມການເມືອງສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ, ເຊິ່ງມີຄະນະພັກ-ຄະນະນໍາກະຊວງ, ບັນດາເລຂາໜ່ວຍພັກ, ບັນດາຄະນະກົມ, ສະມາຊິກພັກ, ພະນັກງານ-ລັດຖະກອນ ຂອງກະຊວງການຕ່າງປະເທດ ເຂົ້າຮ່ວມຢ່າງພ້ອມພຽງ.

 

ພ້ອມກັນນີ້, ກອງປະຊຸມຍັງໄດ້ຜ່ານບົດສະຫຼຸບຕີລາຄາການເຄື່ອນໄຫວວຽກງານກວດກາ ປະຈໍາປີ 2021, 2022 ແລະ ທິດທາງແຜນການໃນຕໍ່ໜ້າ ຂອງກະຊວງການຕ່າງປະເທດ ສະເໜີໂດຍ ສະຫາຍ ນາງ ໄກມະນີ ອໍລະບູນ, ກໍາມະການຄະນະພັກກະຊວງ, ຫົວໜ້າກົມກວດກາ, ເຊິ່ງໃນໄລຍະ 02 ປີຜ່ານມາ ວຽກງານຕິດຕາມ, ກວດກາ ແມ່ນໄດ້ຮັບຄວາມເອົາໃຈໃສ່ຈາກຄະນະພັກ-ຄະນະນຳກະຊວງ ໃນການນໍາພາ-ຊີ້ນໍາຢ່າງໃກ້ຊິດ ແລະ ເປັນປົກກະຕິ. ຄະນະກວດກາກະຊວງການຕ່າງປະເທດ ໄດ້ເປັນເຈົ້າການໃນການເຜີຍແຜ່ບັນດາມະຕິ, ຄໍາສັ່ງ, ກົດໝາຍຂອງລັດ ແລະ ນິຕິກໍາທີ່ກ່ຽວຂ້ອງກັບວຽກງານກວດກາ ເພື່ອຍົກສູງຄວາມເຂົ້າໃຈຂອງຖັນແຖວສະມາຊິກພັກ, ພະ ນັກງານ-ລັດຖະກອນ ຕໍ່ບົດບາດ ແລະ ຄວາມສໍາຄັນຂອງວຽກງານກວດກາ ແລະ ໄດ້ມີການປັບປຸງກົງຈັກການຈັດ ຕັ້ງ ແລະ ຄຸນນະພາບຂອງວຽກງານກວດກາໃຫ້ສູງຂຶ້ນເລື້ອຍໆ. ໃນໄລຍະຜ່ານມາ ຄະນະກວດກາກະຊວງ ໄດ້ດຳເນີນການເຄື່ອນໄຫວວຽກງານກວດກາດ້ວຍຄວາມເອົາໃຈໃສ່, ໄດ້ດໍາເນີນການກວດກາປົກກະຕິວຽກພັກ-ລັດ, ກວດກາຕາມຄໍາສັ່ງ ແລະ ກວດກາສະເພາະກິດ ຕໍ່ບັນດາກົມເປົ້າໝາຍຢູ່ພາຍໃນກະຊວງ ສໍາເລັດຕາມແຜນການທີ່ວາງໄວ້. ພ້ອມດຽວກັນນັ້ນ, ກໍໄດ້ໃຫ້ຄວາມຮ່ວມມື ແລະ ເຮັດວຽກກັບຄະນະກວດກາຂັ້ນສູນກາງ ຢ່າງເປັນປົກ ກະຕິ. ນອກຈາກນັ້ນ, ອັນພົ້ນເດັ່ນ ແມ່ນຂະບວນການ ການສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ເຫັນວ່າ ມີການເພີ່ມຂຶ້ນຢ່າງຕັ້ງໜ້າ ເຊິ່ງມາຮອດປັດຈຸບັນ ຄະນະພັກກະຊວງໄດ້ມີມະຕິຕົກລົງຮັບຮອງເອົາໝ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ 34 ໜ່ວຍພັກ ທັງຢູ່ພາຍໃນ ແລະ ຕ່າງປະເທດ ຈາກທັງໝົດ 57 ໜ່ວຍພັກ ທີ່ຂຶ້ນກັບອົງຄະນະພັກກະຊວງການຕ່າງປະເທດ.

 

ຜ່ານການເຄື່ອນໄຫວວຽກງານຕິດຕາມ, ກວດກາ ເຫັນວ່າ ຄະນະພັກແຕ່ລະຂັ້ນ, ສະມາຊິກພັກ, ພະນັກ ງານ-ລັດຖະກອນ ມີຄວາມຮັບຮູ້, ເຂົ້າໃຈຢ່າງຖືກຕ້ອງ ຕໍ່ວຽກງານຕິດຕາມ, ກວດກາ, ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫລວງ, ມີສະຕິຕໍ່ການຈັດຕັ້ງ, ເຄົາລົບກົດລະບຽບຂອງພັກ ແລະ ກົດໝາຍຂອງລັດ ພ້ອມທັງໃຫ້ການຮ່ວມມືເປັນຢ່າງດີຈາກບັນດາເປົ້າໝາຍຖືກກວດກາ ແລະ ພາກສ່ວນກ່ຽວຂ້ອງ. ໂດຍລວມແລ້ວ ສາມາດຕີລາຄາໄດ້ວ່າ ສະພາບການພາຍໃນກະຊວງການຕ່າງປະເທດມີຄວາມສະຫງົບ, ການປະຕິບັດວຽກງານຂອງບັນດາກົງຈັກມີຄວາມໂປ່ງໃສ, ສາມາດສະກັດກັ້ນປະກົດການຫຍໍ້ທໍ້ໄດ້ຢ່າງທັນການ ແລະ ໄດ້ຮັບຜົນດີ.  

 

ໃນກອງປະຊຸມຄັ້ງນີ້, ຍັງໄດ້ຮັບຟັງການໂອ້ລົມຂອງ ສະຫາຍ ສະເຫຼີມໄຊ ກົມມະສິດ, ກໍາມະການກົມການເມືອງສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ, ເຊິ່ງສະຫາຍໄດ້ສະແດງຄວາມຊົມເຊີຍຕໍ່ຜົນງານການເຄື່ອນໄຫວວຽກງານກວດກາ ພ້ອມທັງໄດ້ເນັ້ນໜັກໃຫ້​ຄະນະພັກ-ຄະນະນໍາ, ຄະນະກວດກາແຕ່ລະຂັ້ນ ຖືເອົາວຽກງານກວດກາ ເປັນໜຶ່ງໃນພາລະບົດບາດ ແລະ ແບບແຜນການນໍາພາທີ່ສຳຄັນຂອງພັກທີ່ຂາດບໍ່ໄດ້ ທັງເປັນຄວາມຮັບຜິດຊອບໂດຍກົງ ຂອງຄະນະພັກ-ຄະນະນໍາ ຕາມທິດນໍາທີ່ວ່າ “}ບໍ່ມີການກວດກາ ກໍໝາຍວ່າບໍ່ມີການນໍາພາ”, ພ້ອມທັງຄົ້ນຄວ້າປັບປຸງກົນໄກການຕິດຕາມ-ກວດກາ ໃຫ້ຄົບຖ້ວນ ແລະ ຮັດກຸມ, ສ້າງເງື່ອນໄຂ ແລະ ອໍານວຍຄວາມສະດວກໃຫ້ແກ່ການປະຕິບັດໜ້າທີ່ວຽກງານຕິດຕາມ-ກວດກາ, ຕີຖອຍທັດສະນະຖືເບົາຕໍ່ວຽກງານຕິດຕາມ-ກວດກາ.  ພ້ອມກັນນັ້ນ, ຍັງໄດ້ຮຽກຮ້ອງໃຫ້ຄະນະພັກທຸກຂັ້ນ ນໍາໄປຄົ້ນຄວ້າຜັນຂະຫຍາຍເນື້ອໃນຈິດໃຈຂອງຄຳສັ່ງແນະນໍາຂອງຄະນະເລຂາທິການສູນກາງພັກ ແລະ ບົດສະຫລຸບການເຄື່ອນໄຫວວຽກງານກວດກາ ຂອງຄະນະກວດກາສູນກາງພັກ ທີ່ເຊື່ອມຊຶມໄປແລ້ວນັ້ນ ໃຫ້ເກີດດອກອອກຜົນ ເພື່ອຮັບປະກັນຄວາມຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງ ແລະ ເຮັດໃຫ້ວຽກງານຕິດຕາມ-ກວດກາ, ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫລວງ ພາຍໃນກະຊວງການຕ່າງປະເທດ ໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນປົກກະຕິ ແລະ ເຂັ້ມແຂງຕໍ່ເນື່ອງ, ທັງຮັບປະກັນປະສິດທິພາບ, ປະສິດທິຜົນ ແລະ ຜົນສັກສິດຂອງວຽກງານກວດກາຢ່າງແທ້ຈິງ, ເພື່ອຮັບປະກັນໃນການເປັນເສນາທິການວຽກງານກວດກາໃຫ້ຄະນະພັກ-ຄະນະນໍາ ແລະ ຕັ້ງໜ້າປະຕິ ບັດຕາມການຊີ້ນໍາຂອງຄະນະກວດກາສູນກາງພັກ, ອົງການກວດກາລັດຖະບານ ແລະ ຕາມການແນະນໍາອົງການກວດສອບແຫ່ງລັດ; ເອົາໃຈໃສ່ປະຕິບັດທິດທາງ ແລະ ຈຸດໝາຍສູ້ຊົນທີ່ກອງປະຊຸມວຽກງານກວດກາທົ່ວປະເທດ ກໍຄືຂອງກະຊວງການຕ່າງປະເທດວາງອອກໃຫ້ໄດ້ຮັບຜົນດີ. (ກອງປະຊຸມໄດ້ປິດລົງໃນວັນດຽວກັນ ດ້ວຍຜົນສຳ ເລັດອັນຈົບງາມ).

 

 

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ຈະຢ້ຽມຢາມເຮັດວຽກຢູ່ ສະຫະພັນ ຣັດເຊຍ (06 ພຶດສະພາ 2024)

 

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
487859
ມື້ນີ້105
ມື້ວານ194
ອາທິດນີ້221
ເດືອນນີ້1252